ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຕີພີມ

ແຜ່ນການກວດກາ ແລະ ການປະເມີນຜົນລາຍງານ, ເດືອນ ພະຈີກ 2017. ແມ່ນການກວດກາ ແລະການປະເມີນຜົນຂອງໂຄງການກວມເອົາການຕິດຕາມກວດການຜົນກະທົບຂອງໂຄງການ ແລະ ການກະທົບຂອງໂຄງການ. ການກວດກາແມ່ນຖືກນຳໃຊ້ສຳລັບຜົນການປະເມີນຜົນໂດຍຜ່ານການປະເມີນຄວາມສຳເລັດຂອງໂຄງການໃນການບັນລຸເປົ້າໝາຍ ແລະ ຈຸດປະສົງຂອງຕົນໃນຂະນະທີ່ຜົນການກະທົບຂອງໂຄງການແມ່ນປະຕິບັດໂດຍຜ່ານຂໍ້ມູນທີ່ໄດ້ມາຈາກການສືກສາ ແລະ ການວິເຄາະໂຄງການ, ການສຳຫຼວດຂັ້ນພື້ນຖານ, ການສຳຫຼວດລະດັບກາງ ແລະ ສີນສຸດຂອງການປະເມີນຜົນຂອງໂຄງການ.

ຄວາມເປັນມາຂອງໂຄງການ / ສະພາບລວມ
ໂຄງການນີ້ສ້າງແຜນການປັບຕົວແຫ່ງຊາດເພື່ອການຈັດຕັ້ງປະຕິປັດ (NAPA) ເພື່ອຕອບສະໜອງຄວາມຕ້ອງການຢ່າງຮີບດ່ວນໃນການປັບຕົວຂອງການປ່ຽນແປງສະພາບດີນຟ້າອາກາດຂອງພາກສ່ວນກະສິກຳໃນ ສ ປປ ລາວ. ນີ້ແມ່ນຖືກສະໜັບສະໜຸນໂດຍທືນຂອງປະເທດທີ່ກຳລັງພັດທະນາ (LDCF) ຂອງກອງທືນແວດລ້ອມໂລກ (GBF).
ໂຄງການນີ້ໄດ້ຖືກປະຕິບັດໂດຍອົງການອາຫານ ແລະ ການກະເສດ (FAO) ແຫ່ງສະຫປະຊາຊາດ ແລະກະຊວງທີ່ກ່ຽວຂ້ອງ. ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (MONRE) ແມ່ນອົງການແຫ່ງຊາດທີ່ເປັນຜູ້ນຳໜ້າ ແລະ ກົມຄຸ້ມຄອງທີ່ດີນກະສິກຳ (DALAM) ຂອງກະຊວງກະສິກຳ ແລະ ປ່າໄມ້ (MAF) ແມ່ນຮັບຜິດຊອບສໍາລັບອົງປະກອບທີ່ 2.

ໂດຍສະພາບ, ໂຄງຮ່າງຂອງໂຄງການປະກອບດ້ວຍ 3 ອົງປະກອບຄື: ສ້າງຄວາມເຂັ້ມແຂງສະພາບອຸຕຸກະເສດ, ການສື່ສານ ແລະ ການນໍາໃຊ້ຂໍ້ມູນ ແລະ ຂໍ້ມູນສໍາລັບການຕັດສີນໃຈໃນດ້ານການກະສິກໍາ ແລະ ການຄ້ໍາປະກັນສະບຽງອາຫານ

  • ການເສີມສ້າງສະຖາບັນ ແລະ ຄວາມສາມາດທາງດ້ານເຕັກນິກສຳລັບການກວດກາ ແລະ ການວິເຄາະຂອງລະບົບການຜະລິດທາງດ້ານກະສິກຳລວມທັງຄວາມສ່ຽງດ້ານຄວາມປອດໄພດ້ານອາຫານ ແລະການພັດທະນາລະບົບຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດີນ (LRIMS) ແລະ ການແບ່ງເຂດນິເວດກະສິກຳ (AEZ).
  • ການຄຸມຄອງຄວາມຮູ້ ແລະ ການເຜີຍແຜ່ຂໍ້ມູນ ແລະ ລະບຽບທີ່ໄດ້ຮຽນຮູ້ສຳລັບການວາງແຜນ, ການຈິດຕາມ ແລະ ປະເມີນຜົນ.
  • ສີ່ງກິດຂວາງຕົ້ນຕໍຂອງໂຄງການດັ່ງກວ່າປະກອບມີ:
  • ການຂາດຄຸນນະພາບ ແລະ ຂໍ້ມຸນທີ່ໄດ້ຮັບກ່ນແກ້ໄຂສູງກ່ຽວກັບຜົນກະທົບຕໍ່ການປ່ຽນແປງດີນຟ້າອາກາດຕໍ່ຊັບພະຍາກອນກະສິກຳ ( ພື້ນທີ່, ທີ່ດີນ, ນຳ້ ແລະ ຜົນລະປູກ).
  • ອຸຕຸກະເສດ