ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການເປິດຕົວຂອງລະບົບຂໍ້ມູນຂ່າວສານຊັບພະຍາກອນດີນ (LRIMS) ແລະ ຂະບວນການປືກສາຫາລືສຳລັບການເກັບກຳຂໍ້ມູນ.

03/05/2018

ການປະຊຸມາການປືກສາຫາລືກ່ຽວກັບການຄຸ້ມຄອງລະບົບຂໍ້ມູນຊ່າວສານກ່ຽວກັບຊັບພະຍາກອນດີນ ແລະ ການແບງເຂດລະບົບນິເວດທາງການກະເສດທີ່ໄດ້ຈັດຂື້ນໃນວັນທີ 3 ພຶດສະພາ 18 ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງທີ່ດີນກະສິກຳ (DALaM) ຂອງກະຊວງກະສິກຳ ແລະ ປ່າໄມ້ຢູ່ນະຄອນຫຼວງວຍງຈັນ ພ້ອມກັບແຂກເຂົ້າຮ່ວມຈາກຫຼາຍກະຊວງ, ສະຖາບັນຄົ້ນຄວ້າ ແລະ ອົງການຮ່ວມມືສາກົນຕ່າງໆ.
ຈຸດປະສົງຂອງປະຊຸມນີ້ແມ່ນ: 1. ເພື່ອນຳສະເໜີແນວຄວາມຄິດ ແລະ ວິໄສທັດຂອງໂຄງການ ແລະ ສະແດງໃຫ້ເຫັນ  Input, output ແລະ outcomes; 2. ແມ່ນເພື່ອສນທະນາ ແລະ ປະກອບຄວາມຄິດກ່ຽວກັບຂໍ້ມູນຕ່າງໆທີມີຢູ່ຊອກຫາຂໍ້ແນະນຳກ່ຽວກັບການຄິດເຫັນ ແລະ ການປະກອບຂໍ້ມູນ ແລະ ກົນໄກ ກ່ຽວກັບວິທີການເຂົ້າເຖີງຂໍ້ມູນ. ອີກຢ່າງໜື່ງ, ການປະຊຸມຄັ້ງນີ້ແມ່ນໄດ້ຖືກຈັດເພື່ອສົນທະນາ ແລະ ການເຫັນໃນເບື້ອງຕົ້ນກ່ຽວກັບຊະນິດຜົນລະປູກແບບໃດ ແລະ ລະບົບການກະສິກຳແມ່ນຈະຖຶກນຳໃຊ້ສຳລັບລະບົບ ການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນດີນ (LRIMS).
ຜູ້ເຂົ້າຮ່ວມທັງໝົດໄດ້ມີການໃຫ້ຄຳເຫັນໃນທາງດີຂອງລະບົບຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດີນ (LRIMS) ເຊີ່ງໄດ້ຖືກນຳສະເໜີໃນຮູບແບບການສາທິດ.
ທຸກໆກົມໄດ້ເໜັ້ນຄວາມສົນໃຈຂອງພວກເຂົາໃນການເປັນສ່ວນໜື່ງຂອງພາກສຸດທ້າຍ ແລະ ເພີ່ມຂໍ້ມູນ ແລະ ການແບງເຂດລະບົບນິເວດທາງກະສິກຳ (AEZ). ໃນແງ່ຂອງການເກັບກໍາຂໍ້ມູນ ແລະ ການແລກປ່ຽນຂໍ້ມູນ, ຜູ້ທີ່ເຂົ້າຮ່ວມທັງໝົດໄດ້ແນະນຳ ແລະ ເຫັນດີທີ່ກົມຄຸ້ມຄອງ ແລະ ທີ່ດີນກະສິກຳ (DALaM) ຈະກະກຽມໜັງສືທາງການທີ່ຈະຍື້ນໃຫ້ທຸກພາກສ່ວນທີ່ກ່ຽວ ແລະ ກົມຕ່າງໆຜູ້ທີ່ເປັນເຈົ້າຂອງຂໍ້ມູນ ທີກ່ຽວຂ້ອງກັບລະບົບຂໍ້ມູນຂ່າວສານຊັບພະຍາກອນທີ່ດີນ (LRIMS). ອີກຢ່າງໜື່ງ, ການເຫັນດີການແລກປ່ຽນຂໍ້ມູນກັບຜູ້ທີ່ໃຫ້ຂໍ້ມູນຈະຖືກກະກຽມພາຍໃນໜື່ງປີ ແລະ ການປືກສາຫາລືຕໍ່ໄປກໍ່ຈະຖືກຈັດຂື້ນອີກຄັ້ງຖ້າເປັນໄປໄດ້. ການວິເຄາະ ແລະ ຄຸນນະສົມບັດຂອງການເກັບກຳຊຸດຂໍ້ມູນ ແລະ ການປືກສາຫາລືກັບຜູ້ທີ່ໃຫ້ຂໍ້ມູນຈະໄດ້ແທນທີ່ລະຫ່ວາງເດືອນ ມິຖຸນາ 2018 ຫາ ເດືອນ ກັນຍາ 2018.
ຜູ້ເຂົ້າຮ່ວມທັງໝົດກໍ່ເຫັນດີວ່າການແບງເຂດລະບົບນິເວດທາງດ້ານກະສິກຳ (AEZ) ຄວນສຸ່ມໃສ່ກ່ຽວກັບການປູກພືດຕາມບຸລິມະສິດຂອງລັດຖະບານ. ເຫຼົ້ານີີ້ແມ່ນ 9 ຊະນິດ ພືດຫຼັກທີ່ໜ້າສົນໃຈໃນປະເທດ.
ມັນກໍ່ໄດ້ເໜັ້ນໃຫ້ເຫັນວ່າພືດຫຼາຍໆຊະນິດຄວນຖືກຈຳລອງ ແລະ ແຕກຕ່າງກັນໄດຍເອງໃສ່ລະບົບການຜະລິດກະສິກຳທີ່ກ່ຽວຂ້ອງ, ຕົວຢ່າງ: ເຂດທົ່ງພຽງ, ພູພຽງ ແລະ ເຂດເນີນສູງ. ອີກຢ່າງໜື່ງ, ມັນມີຄວາມສຳຄັນທີ່ຈະຈຳລອງຄວາມຕ້ອງການຂອງຊາວກະສິກອນທີ່ມີຢູ່ແລ້ວ ເພື່ອສະແດງສະຖານະການໃນອານາຄົດທີ່ແທ້ຈີງ. ຍົກຕົວຢ່າງ: ມີພືດທີ່ແນ່ນອນເພື່ອສາມາດປູກໄດ້ທຸກຢ່າງທຸກບ່ອນ, ແຕ່ວ່າຂົງເຂດທີ່ແນ່ນັ້ນແມ່ນ “ການກຳນົດພືດ“ ແລະ ລົດຊາດທີ່ດີກວ່າໃນຂົງເຂດສະເພາະໃດໜື່ງ. ນອກຈາກນັ້ນ, ການເຂົ້າເຖີງຕະຫຼາດຊາວກະສິກອນ ແລະ ຄວາມສຳຄັນຂອງລະບົບຈາກສີ່ງທີ່ຊາວກະສິກອນມັກຫຼາຍກວ່າ ແລະ ສາມາດໄດ້ຮັບລາຍໄດ້ເພີມເຕີມຈາກສີ່ງສຳຄັນຫຼາຍ. ສຸດທ້າຍ, ມັນກໍ່ສຳຄັນທີ່ຈະຍົກເວັ້ນພື້ນທີ່ທີມີລະເບີດທີ່ບໍ່ທັນແຕກ(UXO)