ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ເຂດການແຊກແຊງຂອງໂຄງການ SAMIS ໄດ້ຖືກຂະຫຍາຍໂດຍຄະນະຊີ້ນຳ

19/03/2018

ກອງປະຊຸມຄະນະຊີ້ນຳໂຄງການ SAMIS ຄັ້ງທຳອິດໄດ້ຈັດຂື້ນໃນວັນທີ 19 ມີນາ 2018 ຢູ່ Crowne Plaza Hotel ນະຄອນຫຼວງວຽງຈັນ ແລະ ເຂດຂອງການແຊກແຊງຂອງໂຄງການທີ່ໄດ້ຖືກຂະຫຍາຍອອກ.
ເຫດຜົນທຳອິດສຳລັບການປະຊຸມໃນຄັ້ງນີ້ແມ່ນການກະກຽມຂອງການທົບຫວນງົບປະມານ. ກອງປະຊຸມເບື້ອງຕົ້ນໄດ້ຮຍກຮ້ອງໃຫ້ມີການປ່ຽນແປງທີ່ສຳຄັນຂອງການເຮັດວຽກຂອງອົງປະກອບ 2 . ດັ້ງນັນ, ການປັບປຸງງົບປະມານແມ່ນໄດ້ຕ້ອງ ແລະ ມັນໄດ້ຮັບການຢັ້ງຢືນໂດຍ PSC.
ຍີ່ງໄປກວ່ານັ້ນ, ທີມງານໂຄງການ SAMIS ໄດ້ລົງໄປຢ້ຽມຢາມໂຄງການ CAWA ຂອງ FAO (Lucia ກະລຸນາປ້ອນເຂົ້າໃນ webpage  ຂອງ CAWA) ປະຈໍາຢູ່ແຂວງສະຫວັນນະເຂດ. ກຸ່ມໂຮງຮຽນຊາວກະສິກອນ (FFS) ຂອງໂຄງການ CAWA ຄາດວ່າຈພຖືກນຳໃຊ້ເພື່ອກິດຈະກຳຂອງໂຄງການ SAMIS ໃນອາາຄົດ ເພື່ອທົດສອບຄຳແນະນຳກ່ຽວກັບທາງດ້ານອຸຕຸກະເສດ ທີ່ຈະຖືກຜະລິດໃນປີ 2019. ການຢ້ຽມຢາມໃນຄັ້ງນີ້ໄດ້ພົບເຫັນວ່າຍຸດຕະວິທີ່ການປັບປຸ່ງການດຳລົງຊີວີດ ແລະ ໂຮງຮຽນກຸ່ມຊາວກະສິກອນໃນອານາຄົດຂອງໂຄງການ CAWA ແມ່ນຈະອີງໃສ່ພື້ນຖານດ້ານສິງແວດລ້ອມ ແລະ ກິດຈະກຳດ້ານການທ່ອງທ່ຽວແບບທຳມະຊາດ ເຊັ່ນວ່າ: ການອະນຸລັກດີນບໍລິເວນນ້ຳ, ຄວາມສາມາດໃນການເກັບນ້ຳ, ການຮັກສາສັດນ້ຳ, ການສ້າງຕັ້ງສະຖານທີ່ທ່ອງທ່ຽວທົ່ວເຂດດິນບໍລິເວນນ້ຳແລະຫັກຖະກຳຂະໜາດໜ້ອຍ. ໃນທາງກົງກັນຂ້າມ, ການຄາດຄະເໜຂອງໂຄງການ SAMIS ຈະເໜັ້ນໜັກໃນການບໍລິການການປູກພືດກະສິກໍາເຊັ່ນ: ເຂົ້າ, ກາເຟ, ມັນຕົ້ນ, ຖົ່ວເຫຼືອງ ແລະ ອື່ນໆ... ພື້ນທີ່ເປົ້າໝາຍຂອງໂຄງການ CAWA ທີ່ຈະຖືກສ້າງຕັ້ງໃນເຂດຫ່າງໄກສອກຫຼີກ ເພື່ອປະຕິບັດໃນກໍ່ລະນີທີ່ມີການທົດລອງຂໍໂຄງການ SAMIS. ຍິງໄປກວ່ານັ້ນທາງເຈົ້າໜ້າທີ່ກໍ່ຈະແປກປະລາດໃຈວ່າໂຄງການ SAMIS ໄດ້ເຂົ້າໄປໃນພື່ນທີ່ຂອງໂຄງການ  CAWA ໂດຍທີ່ບໍ່ໄດ້ຕິດຕັ້ງສະຖານນີອາກາດໃດໆ. ແນ່ນອນ, ມັນອາດຈະສະລັບສັບຊ້ອນທີ່ສຸດໃນການເຮັດວຽກໃນລະດັບຂັ້ນເມືອງ ໂດຍບໍ່ມີສະຖານນີໃດ ແລະ ກໍ່ໄດ້ມີສ່ວນແບ່ງປັນຄຳແນະນຳຂອງຊາວກະສິກອນ, ໂດຍສະເພາະເມື່ອເວລາບໍ່ມີສະຖານນີອາກາດໃໝ່ທີ່ໃຊ້ງານໄດ້. ດັ່ງນັ້ນ ພາລະກິດນີ້ຈຶ່ງສະແດງຄວາມສົງໃສກ່ຽວກັບການທົດສອບການບໍລິການທາງດ້ານສະພາບອາກາດໃນເຂດໂຄງການ CAWA ເທົ່ານັ້ນທີ່ເຫັນໄດ້ໃນເອກະສານຂອງໂຄງການ. ແທ່ນທີ່ ໂອກາດຂອງການຄັດເລືອກການທົດສອບພື້ນທີ່ອື່ນໆ ຄວນຈະຖືກປືກສາກັບຜູ້ນຳຂັ້ນສູງຂອງໂຄງການເຊັ່ນວ່າ: ຄະນະຊີ້ນຳ (SC).
ຄະນະຊີ້ນຳຂອງໂຄງການ (PSC) ຕັດສິນໃຈວ່າໂຄງການສາມາດຂະຫຍາຍພື້ນທີ່ຂອງການເຮັດວຽກໄດ້. ອັນທຳອິດແມ່ນ ໂຕເລກຂອງກຸ່ມຊາວກະສິກອນໃນແຂວງສະຫວັນນະເຂດ ແລະ ຈຳປາສັກ ຈະຖືກຫລຸດລົງ. ອັນທີ່ສອງແມ່ນ ໜ້າວຽກໃນສະຖານທີ່ເພີ່ມເຕີມ ເຊັ່ນວ່າ: ເມືອງເລົາງາມ ແຂວງສາລະວັນ, ເມືອງເຟືອງ ແຂວງວຽງຈັນ (ອາດຈະປະຕິບັດຢູ່ ບ້ານນາແພງ ແລະ ນາລອງຄູນ) ແລະ ໜຶ່ງພື້ນທີ່ຢູ່ເຂດພູດອຍ ທີ່ໄດ້ຖືກກຳນົດໄວ້ລະຫວ່າງ ແຂວງອຸດົມໄຊ ແລະ ຫຼວງນ້ຳທາ. ການຕັດສິນໃຈຈະຖືກໄດ້ຜ່ານການເຂົ້າຮ່ວມກິດຈະກຳທີ່ໄດ້ຈັດຂື້ນລະຫວ່າງ DMH ແລະ DALaM ໂດຍທັນທີ່ທັນໃດຕາມຫຼັງຂອງຄະນະຊີ້ນຳໂຄງການ.