ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ບົດແນະນຳສຳລັບໂຄງການ SAMIS ຢູ່ພື້ນທີ່ທົດລອງໂຄງການ

30/07/2018

ໂຄງການພາຍໃຕ້ຂອງອົງການ GEF ໄດ້ມີຊື່ເຕັມວ່າ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານແລະການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າໃນການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານ ຢູ່ ສປປ ລາວ ໄດ້ດຳເນີນການມາແລ້ວຫຼາຍກິດຈະກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມຮູ້. ກິດຈະກຳທຳອິດແມ່ນໄດ້ດຳເນີນການຢູ່ແຂວງຫຼວງນ້ຳທາ ແຕ່ວັນທີ 20 ຫາ 26 ພຶດສະພາ 2018. ກິດຈະກຳທີ່ສອງ ເປັນໄລຍະສັ້ນໄດ້ຊຸ່ມໃສ່ດຳເນີນງານຢູ່ທີ່ແຂວງສະຫວັນນະເຂດ ແລະ ໄດ້ຈັດຂື້ນໃນວັນທີ 27 ຫາ 29 ພຶດສະພາ 2018. ກິດຈະກຳສຸດທ້າຍແມ່ນໄດ້ດຳເນີນງານຢູ່ ແຂວງສາລະວັນ ຈັດຂື້ນໃນວັນທີ 14 ຫາ 20 ກໍລະກົດ 2018.

ກິດຈະກຳຢູ່ແຂວງຫຼວງນ້ຳທ່າແມ່ນໄດ້ຮ່ວມງານກັບທີມງານຂອງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້. ທີມງານແມ່ນໄດ້ປະຈຳຢູ່ພາກສະໜາມເພື່ອກະກຽມຕົວຢ່າງການສ້າງແຜນທີ່ດິນ. ກິດຈະກຳນີ້ແມ່ນໄດ້ດຳເນີນການແບບສອບຖາມກຸ່ມເປົ້າໝາຍສຳລັບການປະເມີນວິທີ່ການ ຂອງຊາວກະສິກອນທີ່ໄດ້ຮັບແລະບໍລິຫານຂໍ້ມູນຂ່າວສານ ແລະ ໄດ້ດຳເນີນວຽກງານຕົວຈິງຮ່ວມກັບອົງການ Care International ຢູ່ທີ່ເມືອງສິງ ແລະ ຮ່ວມກັບທີມງາມຂອງສະຫາພັນໂລກ Lutheran (LWF) ແລະ ອົງອາຫານໂລກ (WFP) ຢູ່ເມືອງນາແລ.

ກິດຈະກຳນີ້ແມ່ນໄດ້ຈັດຂື້ນແລະຮ່ວມງານກັບ ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ແຂວງ 1ຄົນ, ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ 1ຄົນ ແລະ ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ 1ຄົນ ລວມທັງທີມງານປະຈຳເມືອງຫຼວງນ້ຳທ່າ, ເມືອງສິງ, ແລະ ເມືອງນາແລ. ທີມງານເຫຼົ່ານີ້ແມ່ນໄດ້ສະນັບສະໜູນທີມງານ SAMIS ຕໍ່ການປະສານງານໃນຂັ້ນບ້ານ (2 ບ້ານຕໍ່ເມືອງໜຶ່ງ). ບ້ານທີ່ໄດ້ຖືກເລືອກສອບຖາມໂດຍທີມງານຂອງພະແນກກະສິກຳແລະພັດທະນາທີ່ດິນ ແລະ ພະແນກອຸຕຸນິຍົມແລະອຸທົກກະສາດ ເມືອງສິງ ແຂວງຫຼວງນ້ຳທ່າ. ຊາວບ້ານທີ່ໄດ້ຖືກເລືອກການສອບຖາມໄດ້ຮູ້ສຶກມີຄວາມສຸກແລະຕື່ນເຕັ້ນທີ່ພວກເຂົາຈະໄດ້ຮັບຮູ້ຂໍ້ມູນດິນຟ້າອາກາດໃນລວງໜ້າສຳລັບລະດູການປູກຝັງໃນຄັ້ງຕໍ່ໄປ.

ກິດຈະກຳຢູ່ສະຫວັນນະເຂດແມ່ນໄດ້ຮ່ວມງານກັບທີມງານໂຄງການ CAWA ແຕ່ວັນທີ 27 ຫາ 29 ພຶດສະພາ 2018 ເພື່ອນຳສະເໜີຜົນຂອງປະເມີນຄວາມສຽງສຳລັບການຕັດສິນໃຈຂອງຊາວກະສິກອນແລະການວາງແຜນຂອງການປ່ຽນແປງດິນຟ້າອາກາດໄລຍະຍາວ.

ຈຸດປະສົງຂອງກິດຈະກຳຢູສາລະວັນ ແມ່ນເພື່ອຮັບຮອງກຸ່ມເປົ້າໝາຍແບບຢ່າງແລະແບບສອບຖາມຄອບຄົວເພື່ອການປະເມີນວິທີ່ຊາວກະສິກອນໄດ້ຮັບຂໍ້ມູນຂ່າວສານແບບໃດ ແລະ ການດຳເນີນງານຕົວຈິງຮ່ວມກັບທີທງານຫ້ອງການກະສິກຳແລະປ່າໄມ້ແຂວງ ແລະ ອົງການອະນາໄມໂລກ. ກິດຈະກຳນີ້ໄດ້ດຳເນີນຮ່ວມກັບທີມງານຫ້ອງການກະສິກຳແລະປ່າໄມ້ແຂວງ 2ຄົນ, ຫ້ອງການຊັບພະຍາກອນທຳມະຊາດແລະສິງແວດລ້ອມແຂວງ 1ຄົນ, ຫ້ອງການກະສິກຳແລະປ່າໄມ້ເມືອງ 1ຄົນ ແລະຊັບພະຍາກອນທຳມະຊາດແລະສິງແວດລ້ອມເມືອງ 1ຄົນ ເພື່ອສະໜອງການເກັບກຳຂໍ້ມູນຢູ່ 2 ໝູ່ບ້ານໄກ້ກັບພູພຽງບໍລິເວນຂອງເມືອງປາກຊອງ. ຜົນຂອງການສຶກສາໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າຊາວບ້ານຢາກໄດ້ຂໍ້ມູນຜ່ານໂທລະໂຄງຂອງບ້ານ.