ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການປັບປຸງສິງອຳນວຍຄວາມສະດວກຂອງພະແນກສະພາບອາກາດແລະອຸຕຸນິຍົມ ຢູ່ກົມອຸຕຸນິຍົມແລະອຸທົກກະສາດ

15/08/2018

ອາຄານເກົ່າຝຣັ່ງແມ່ນໄດ້ຖື້ກສ້າງຂື້ນມາໄດ້ເກືອບເປັນສະຕະວັດມາແລ້ວແລະໄດ້ຖືກປັບປຸ່ງລະຫວ່າງເດືອນເມສາ ຫາ ເດືອນກໍລະກົດ ປີ 2018. ອາຄານນີ້ແມ່ນຈະໃຊ້ເປັນອາຄານທົດລອງແຫ່ງຊາດ ສຳລັບດ້ານອຸຕຸນິຍົມ. ຈຸດປະສົ່ງຂອງການສ້ອມແປງປັບປຸ່ງແກ້ໄຂ ຫຼື ປ່ຽນແປງອົງປະກອບໃດໜຶ່ງຂອງອາຄານແລະບູລະນະໂຄ້ງຮ່າງສະຫະປັດແລະຮູບຮ່າງລັກສະນະ. ອີກຢ່າງໜຶ່ງ ມັນໄດ້ເສີມສ້າງໂຄງຮ່າງ, ປ່ຽນພາກສ່ວນທີ່ເສຍຫາຍທັງໝົດແລະປັບປຸ່ງຄຸນນະພາບຂອງວຽກງານ. ສຸດທ້າຍ ວຽກງານທີ່ໄດ້ປ້ອງກັນກະແສໄຟຟ້າຂອງອາຄານຈາກດິນ ເພື່ອຫຼຸດຜ່ອນຜົນເສຍຫາຍເນື່ອງຈາກຄວາມຊຸ່ມເຢັນຂອງຝ່າອາຄານ

ອາຄານນີ້ຈະຖືກນຳໃຊ້ສຳລັບເປັນຫ້ອງທົດລອງເພື່ອວິເຄາະທາງດ້ານອຸຕຸກະເສດ, ການສົມທຽບເຄື່ອງມື ແລະ ການເຂົ້າເຖິງຂໍ້ມູນພູມສັນຖານສະພາບອາກາດ. ພະນັກງານວິຊາການບາງຄົນຈາກພະແນກສະພາບອາກາດແລະອຸຕຸນິຍົມຊື່ງແມ່ນຄູ່ຮ່ວມງານຫຼັກໆຂອງອົງປະກອບທີ່1 ຂອງໂຄງການ SAMIS ທີ່ຈະຖືກຍ້າຍມາອາຄານນີ້.

ພາຍໃຕ້ກອບຂອງການເຮັດວຽກຂອງໂຄງການ SAMIS, ຫ້ອງທົດລອງນີ້ຈະເປັນກໍລະນີສຳລັບການບູລະນະແລະຊ່ອມແຊມ ສະຖານີດິນຟ້າອາກາດແບບຄູມືແລະອັດຕະໂນມັດ.

ອີກຢ່າງໜຶ່ງ, ລະບົບການຄຸ້ມຄອງຂໍ້ມູນສະພາບດິນຟ້າອາກາດ ເພື່ອບັນບຸເປົ້າ, ຟື່ນຟູ, ການປຸ່ງແຕ່ງ ແລະ ວິເຄາະຂອງຂໍ້ມູນທາງອາກາດທີ່ຈະຖືກຈັດຕັ້ງຂື້ນ. ທ້າຍທີ່ສຸດ, ແບບປະຈຳແລະແບບຈຳລອງສຳລັບຜະລິດຕະພັນຂໍ້ມູນຂ່າວສານ ທາງດ້ານອຸຕຸນີ້ຍົມຈະອະນຸຍາດໃຫ້ສຳລັບການຜະລິດຕາມລະດູການ, ການຄາດຄະເນປະຈຳເດືອນແລະປະຈຳອາທິດ.