ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ກອງປະຊຸມປຶກສາຫາລືສຳລັບປະເພດການນຳໃຊ້ທີ່ດິນ ທີ່ໄດ້ຈັດຂື້ນຢູ່ແຂວງສາລະວັນ

18/07/2018

ກອງປະຊຸມນີ້ແມ່ນໄດ້ຈັດຂື້ນໃນວັນທີ 16 ກໍລະກົດ 2018 ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳແລະປ່າໄມ້ແຂວງຢູ່ແຂວງສາລະວັນ. ກອງປະຊຸມແມ່ນໄດ້ຈັດຂື້ນໂດຍກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ (ຄພດກ) ຢູ່ທີ່ວຽງຈັນ ຮັບຜິດຊອບໂດຍໂຄງການ SAMIS ອົງປະກອບທີ 2 ແລະ ໂດຍຫ້ອງການກະສິກຳແລະປ່າໄມ້ແຂວງສາລະວັນ.

 

ຈຸດປະສົ່ງຂອງກອງປະຊຸມຄັ້ງນີ້ແມ່ນໄດ້ມີ 2 ຈຸດປະສົງຫຼັກຄື: ຈຸດປະສົ່ງທີ່ໜຶ່ງແມ່ນສະຖານະໂດຍລວມຂອງໂຄງການແລະວິທີ່ການການສ້າງແຜນທີ່ປະເພດການນຳໃຊ້ທີ່ດິນທີ່ໄດ້ຖືກນຳສະເໜີ. ສວນໜຶ່ງຂອງການນຳສະເໜີນີ້ແມ່ນໄດ້ອະນຸຍາດໃຫ້ທຸກພາກສວນທີ່ກ່ຽວຂ້ອງເຂົ້າໃຈແລະຮັບຮູ້ຜົນໄດ້ຮັບຂອງໂຄງການ SAMIS. ຈຸດປະສົງທີ່ສອງຂອງກອງປະຊຸມແມ່ນເພື່ອແລກປ່ຽນປຶກສາຫາລືຄວາມຕິດເຫັນກ່ຽວກັບການສ້າງແຜນທີ່ປະເພດການນຳໃຊ້ທີ່ດິນແລະປັດໃຈຂອງມັນຢູ່ແຂວງສາລະວັນ. ຜົນຂອງການປຶກສາຫາລືຈະໃຫ້ທິດທາງສຳລັບການຈຳລອງໄລຍະຍາວ ນັ້ນແມ່ນຈຸດປະສົ່ງຂອງໂຄງການ SAMIS.

 

ກອງປະຊຸມປຶກສາຫາລືນີ້ແມ່ນໄດ້ຖືກເປັນປະທານໂດຍ ທ່ານຫົວໜ້າກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ ທ່ານຄຳພອນ ຣາຊາຈັກ ແລະ ຮອງຫົວໜ້າຫ້ອງການກະສິກຳແລະປ່າໄມ້ແຂວງ ທ່ານກອງແຫຼ້ ວໍຣະວົງ ພ້ອມທັງຜູ້ເຂົ້າຮ່ວມກອງປະຊຸມຈຳນວນ 45 ທ່ານຈາກຫ້ອງກະສິກຳແລະປ່າໄມ້ເມືອງ 8ເມືອງ ແລະ ມາຈາກພາກສວນກ້ຽວຂ້ອງອື່ນໆ. ໃນຂະໜະທີ່ປຶກສາຫາລືຂອງຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ມີການສະແດງຄຳແນະນຳ, ຄວາມຄິດເຫັນ ແລະ ຄວາມກັງວົນ ພ້ອມທັງປະສົບການຂອງພວກເຂົາອີງຕາມຄວາມສາມາດທາງດ້ານເຕັກນິກແລະປະສົບການລະດັບສູງຂອງພວກຂອງ. ທຸກໆຄຳຖາມຂອງຜູ້ເຂົ້າຮ່ວມແມ່ນໄດ້ຖືກອະທິບາຍໃຫ້ກະຈ່າງແຈ້ງໂດຍທີມງາມຂອງ SAMIS. ສຸດທ້າຍ ແບບຟອມການເກັບກຳຂໍ້ມູນໄດ້ສຳເລັບເປັນທີ່ຮຽບຮ້ອຍແລ້ວໂດຍຊ່ຽວຊານໄດ້ແບ່ງແຍກໃຫ້ຫຼາຍກຸ່ມແຕ່ລະເມືອງ. ໃນນີ້ແມ່ນລວມທັງລະບຸສະຖານທີ່ບ່ອນທີ່ມີການປູກພືດໃນແຕ່ລະກຸ່ມ ທີ່ສາມາດບັນທຶກແຕ່ລະພືແລະຂອບເຂບທີ່ເໝາະສົມເຂົ້າໃນແຜນທີ່.

 

ສຸດທ້າຍທ່ານປະທານກອງປະຊຸມ ທ່ານຄຳພອນ ຣາຊາຈັກ ໄດ້ສະຫຼຸບແລະສະໜັບສະໜູນທີມງານທີ່ຈະສືບຕໍ່ການຜະລິດຜົນແລະຮຽກຮ້ອງຂັ້ນທ້ອງຖີ່ນໃນການຊຸກຍູ້ແລະຮ່ວມມືໃນອານາຄົດເພື່ອການພັດທະນາປະເພດການນຳໃຊ້ທີ່ດິນຢູ່ແຂວງສາລະວັນ ແລະ ສ້າງຄວາມໝັ້ນໃຈວ່າກິດຈະກຳນີ້ແມ່ນຈະສຳເລັດແລະບັນລຸຕາມຜົນໄດ້ຮັບທີ່ວາງໄວ້.