ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ຫໍສະໝຸດຂອງກົມອຸຕຸນິຍົມແລະອຸທົກກະສາດໄດ້ຟື້ນຟູ

15/06/2018

ຫໍສະໝຸດຂອງກົມອຸຕຸນິຍົມແລະອຸທົກກະສາດ ແມ່ນໄດ້ຖືກຟື້ນຟູໂດຍໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານແລະການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າໃນການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານ ຢູ່ ສປປ ລາວ, ພ້ອມຮັບການສະໜັບສະໜູນຂອງສະມາຄົມອົງການອາຫານແລະການກະເສດຈາກປະເທດເກົ່າຫຼີໃຕ້ ທີ່ໄດ້ຊ່ວຍໃນການຈັດກິດຈະກຳຜ່ານການເຮັດວຽກຂອງພະນັກງານຝຶກງານຈາກປະເທດເກົ່າຫຼີໃຕ້.

ການຟື້ນຟູ່ຫໍສະໝຸດນີ້ແມ່ນມີຈຸດປະສົ່ງໃນການປັບປຸງເຂົ້າເຖິ່ງການບັນທຶກອຸຕຸນິຍົມແບບດັງເດີມແລະອຸທົກກະສາດທີ່ໄດ້ສະສົມທີ່ຜ່ານມີແລະການປັບປຸງລະບົບການຈັດປະເພດຂອງຂໍ້ມູນທີ່ໄດ້ສ້າງໃນປະຈຸບັນນີ້ແລະອະນາຄົນ.

ສ່ວນໜຶ່ງຂອງກິດຈະກຳຂອງອົງປະກອບທີ່1 ສຳລັບໂຄງການ ທາງດ້ານອຸຕຸນິຍົມ (link), ອາຄານຝຣັ່ງເກົ່າ ຂອງກົມອຸຕຸນິຍົມແລະອຸທົກກະສາດ ຕື່ມໃສ່ກັບວັດຖຸປະວັດສາດໄດ້ໄປຢູ່ພາຍໃຕ້ການປັບປຸງບູລະນະທີ່ສຳຄັນ. ກ່ອນການກໍສ້າງ, ເອກະສານ, ປື້ມ ແລະ ອຸປະກອນດັງເດີມ ທີ່ກ່ຽວຂ້ອງທາງດ້ານອຸຕຸນິຍົມແລະອຸທົກກະສາດ ທີ່ໄດ້ຖື້ກຢ້າຍໄປຫໍສະໝຸດຂອງກົມອຸຕຸນິຍົມແລະອຸທົກກະສາດ. ເອກະສານແລະອຸປະກອນດັ່ງກ່າວແມ່ນໄດ້ຖືກລະເລີຍຖີ້ມເປັນເວລາຫຼາຍປີແລ້ວກ່ອນທີ່ຈະປັບປຸງບູລະນະອາຄານນັ້ນ.

ວຽກງານການຟື້ນຟູຂອງຫໍສະໝຸດແມ່ນໄດ້ໃຊ້ເວລາ 2ເດືອນ ພ້ອມກັບຄວາມພະຍາຍາມຮ່ວມແຮງຮ່ວງໃຈກັນຂອງທີມງາມ SAMIS ແລະ ສະມາຊິກຂອງກົມອຸຕຸນິຍົມແລະອຸທົກກະສາດ. ເພື່ອເປັນການຈັດເຄື່ອງໃສ່ຫໍສະໝຸດພ້ອມທັງຈັດສັນໃຫ້ເປັນລະບຽບເພື່ອການຄຸ້ມຄອງການເກັບກຳຂໍ້ມູນແລະປື້ມ, ຕູ້ໃສ່ປື້ມກໍ່ໄດ້ຖືກເອົາເຄື່ອງທີ່ມີຢູ່ແລ້ວຈັດໃສ່ໃຫ້ເຕັມ. ຕູ້ເກັບປື້ມໄດ້ຖືກມ້ຽນຂໍ້ມູນຕົວເລກຢ່າງລາກຫລາຍແລະໜັ່ງສື່ເຜີ່ຍແຜ່ຕ່າງໆ ຊຶ່ງໄດ້ຖືກຈັດໝວດໝູ່ອີງໃສ່ຕາມປີທີ່ເຮັດອອກມາ, ສູນບັນທຶກ ແລະ ເລື່ອງທີ່ກ່ຽວຂ້ອງ. ຫຼາຍໄປກວ່ານັ້ນ, ການປັບປຸງສິ່ງອຳນວຍຄວາມສະດວກລວມທັງການທ່າສີໃສ່ຝາອາຄານ, ການວາງຫຼອດໄຟ ແລະຊ້ອມແປງລ໊ອກປະຕູທີ່ຖືກດຳເນີນການສ້າງຕາມສະພາບແວດລ້ອມທີ່ເໝາະສົມເພື່ອເກັບຂໍ້ມູນ.

ໂຄງການ SAMIS ຮັບຮູ້ວ່າຄວາມຕ້ອງການທີ່ຈະປັບປຸງສິ່ງອຳນວຍຄວາມດວກການສື່ສານຂອງຂໍ້ມູນຂ່າວສານສະພາບດິນຟ້າອາກາດ. ໃນຄວາມຮູ້ສຶກນີ້ ການເຂົ້າເຖິ່ງສິງອຳນວຍຄວາມສະດວກຕໍ່ທາງດ້ານຂໍ້ມູນອຸຕຸນິຍົມແບບດັງເດີມກັບຄວາມເໝາະສົມໃນການນ້ຳໃຊ້ຫໍສະໝຸດທີ່ໄດ້ຟື້ຟູປັບປຸງມາແລ້ວເພື່ອຊຸກຍູ້ການຕິຕາມໃນອະນາຄົດ, ການວິເຄາະ ແລະ ການຕີຄວາມຂອງຂໍ້ມູນທາງດ້ານອຸຕຸນິຍົມສຳລັບຜູ້ນ້ຳໃຊ້ທຸກລະດັບ. ມັນໄດ້ຄາດຫວັງວ່າຫໍສະໝຸດທີ່ໄດ້ບູລະນະແລ້ວຂອງກົມອຸຕຸນິຍົມແລະອຸທົກກະສາດຈະໄດ້ປະຕິບັດໃຫ້ເປັນພື້ນທີ່ເກັບຂໍ້ມູນຂອງຂໍ້ມູນທາງອຸຕຸນິຍົມແລະອຸທົກກະສາດສຳລັບການນຳໃຊ້ແບບຍາວນານ.