ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ພີທີເຊັນສັນຍາກ່ຽວກັບການຕົກລົງຮ່ວມຕີພີມ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ, ກະຊວງກະສິກຳ - ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ.

14/12/2018

ການ​ຕົກ​ລົງ​ຕີ​ພີມ​ຮ່ວມ​ກັນ​ລະ​ຫວ່າງກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ - ສີ່ງ​ແວດ​ລ້ອມ, ກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້ ແລະ

ອົງ​ການ​ອາ​ຫານ ແລະ ການ​ກະ​ເສດແຫ່ງ​ສະ​ຫະ​ປະ​ຊາ​ຊາດໄດ້​ເຊັນ​ຂື້ນ​ໃນ​ວັນ​ທີ ວັນ​ທີ 14 ທັນ​ວາ ​ປີ 2018 ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ສ​ປ​ປ ລາວ. ພາຍ​ໃຕ້​ການ​ຕົກ​ລົງ​ຮ່ວມ​ກັນ​ນີ້ ທັງ​ສາມ​ອົງ​ການ​ຈັດ​ຕັ້ງ​ຈະ​ຜະ​ລີດ​ຜົນ​ງານ​ຂອງ​ໂຄງ​ການ ແລະ ຕີ​ພີມ​ຜົນ​ງານ​ດັ່ງ​ກ່າວນັ້​ນ​ເຂົ້າ​ໃນການການ​ຝຶກ​ອົບ​ຮົມ ແລະ ​ຍົກ​ສຸງ​ການ​ປູກ​ຈິດ​ສຳ​ນືກ​ຂອງ​ໂຄງ​ການໃຫ້​ແກ່​ພາກ​ສ່ວນ​ກ້ຽວ​ຂ້ອງ​ຂອງ​ໂຄງ​ການ SAMIS.

 

ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ ຈະ​ຊ່ວຍ​ຜ​ະ​ລີດ​ຜົນ​ງານ​ຕີ​ພີມ​ຫຼາຍ​ຂື້ນ ເຊັນ​ວ່າ: ປື້​ມ​ຄູ່ມື​ນ້ອຍ, ແຜນ​ພັບ, ປື້ມຕຳ​ລາ, ປື້ມແນວ​ທາງ ແລະ ອື່ນໆ ໃຫ້​ແກ່​ພາກ​ສ່ວນ​ທີ​ກ້ຽ​ວ​ຂ້ອງ ແລະ ຊາ​ວ​ນາ​ໃຊ້​ເພື່ອ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ດີ​ຂື້ນ ແລະ​ ສາ​ມາດ​ປັບ​ຕົວ​ຈ​າກ​ການ​ປ່ຽນ​ແປງດ​ີນ​ຟ​້າ​ອາ​ກາດ. ຜົນ​ງານ​ດັ່ງ​ກ່າວນັ້ນໄດ້ຕີ​ພີມ​​ຂື້ນ ພາຍ​ໃຕ້​ໂຄງ​ການ​ຈະ​ຊ່ວຍ​ການ​ປະ​ຕີ​ບັດ​ການ​ຝຶກ​ອົບ​ຮົມ​ໃຫ້​ແກ່​ສະ​ຖາ​ບັນ​ອື່ນໆ​ທີ​ກ້ຽວ​ຂ້ອງ​ເພື່ອ​ເຂົ້າ​ໃຈ ແລະ ສາ​ມາດ​ປັບ​ຕົວ​ຈ​າ​ກ​ການ​ປ່ຽນ​ແປງ​ດີນ​ຟ້າ​ອາ​ກາດ ແລະ ຜົນ​ທະ​ກົບ​ຂອງ​ມັນ​ຕໍ່​ກັບ​ຂະ​ແໜງ​ກະ​ສີ​ກຳ.

 

ອົງ​ການ​ອາ​ຫານ ແລະ ການ​ກະ​ເສດແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້ ແລະ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ - ສີ່ງ​ແວດ​ລ້ອມໄດ້​ຈັດ​ຕັ້ງ​ປະ​ຕີ​ບັດ ໂຄງ​ການ​ ”ສ້​າງ​ຄວາມ​ເຂັ້​ມ​ແຂງ​ລະ​ບົບ​ຂໍ້​ມຸນ​ຂ່າວ​ສານ ແລະ ການ​ຕິດ​ຕາມ ສະ​ພາບ​ອຸ​ຕຸ​ກະ​ເສດ (SAMIS) ເພື່ອ​ຊ່ວຍ​ໃນ​ການ​ປັບ​ຕົວເຂົ້າ​ກັບ​ການ​ປ່ຽນ​ແປງ​ດີນ​ຟ້າອ​າ​ກາດ ແລະ ການ​ຄ້ຳ​ປະ​ກັນ​ສະ​ບ່ຽງ​ອາ​ຫານຢູ່ ສ​ປ​ປ ລາວ ” ຮ່ວ​ມ​ກັນ ໂດຍ​ມີ​ມຸນ​ຄ່າ: 5.5 ລ້ານ​ໂດ​ລາ. ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ ແມ່ນ​ເປັນ​ຂີດ​ໝາຍ ຈະ​ຊ່ວຍ​ໃຫ້​ ສາມ​ພາກ​ສ່ວນ​ຫຼັກ:ກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ - ສີ່ງ​ແວດ​ລ້ອມ ແລະ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດແຫ່ງ​ສະ​ຫະ​ປະ​ຊາ​ຊາດ ກະ​ກຽມ​ການ​ຝຶກ​ອົບ​ຮົມ ແລະ ການ​ສື​ສານ​ຮ່ວມ​ກັນ ແລະ ເຜີຍ​ແຜ່​ຂ​ໍ້​ມຸນ​ດັ່ງ​ກ່າວນັ້ນ ໃຫ້​ແກ່​ພາກ​ສ່ວນ​ທີ​ກ້ຽວ​ຂອງ​ໃນ​ທູກ​ລະ​ດັບ ຊື່ງ​ລວມ​ທັງ: ຊາວ​ນາ, ຫ້ອງ​ການ​ກະ​ສີ​ກຳ​ເມືອງ, ພະ​ແນກ​ກະ​ສີ​ກຳແຂວງ, ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສີ່ງ​ແວດ​ລ້ອມ​ເມືອງ ແລະ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສີ່ງ​ແວດ​ລ້ອມ​ແຂວງ ແລະ ກົມ​ຂອ​ງ​ລັດ​ຖະ​ບານ​ຢຸ່​ຂັ້​ນ​ສຸນ​ກາງ.

 

ໃນ​ການ​ຮ່ວມ​ມື​ກັບ​ໂຄງ​ການ, ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ຈາກ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສີ່ງ​ແວດ​ລ້ອມ​ພັດ​ທະ​ນາ​ລະ​ບົບ​ອອນ​ໄລເພື່ອເກັບ​ຂໍ້​ມຸນ ແລະ ​ກະ​ຈາຍ​ຂໍ້​ມຸນ​ສະ​ພາບ​ອາ​ກາດ ແລະ ຂ່າວ​ສານ​ກ່ຽວ​ກັບ​ພືດ​ໃຫ້​ແກ່​ຊາວ​ນາ​ທູກໆ​ອາ​ທີດກ່ອນ ແລະ ຊ່ວງລະ​ດູ​ການ​ປູກ​ພືດ.  ຂໍ້​ມຸນ​ດັ່ງ​ກ່າວ ຈະ​ຊ່ວຍ​ໃຫ້​ຊາວ​ນາ​ເພີ້ມ​ການ​ຄ້ຳ​ປະ​ກັນ​ສະ​ບ່ຽງ​ອ​າ​ຫານ

ແລະ ​ມີຜົນ​ຜະ​ລີດ​ທີ​ໜັ້ນ​ຄົງ​ໃນ​ການ​ປະ​ເຊີນ​ກັບ​ຄວາມບໍ່​ແນ່ນອນ​ຂອງ​ພູມ​ອາ​ກາດ.  ນອກ​ຈາກນັ້ນ, ກົມ​ຄູ້ມ​ຄອງ​ທີ​ດີນ ແລະ ກະ​ສີ​ກຳ​ຈາກ​ກະ​ຊວງ​ກະ​ສີ​ກຳ ແລະ ປ່​າ​ໄມ້ ແມ່ນ​ພ​ັດ​ທະ​ນາ​ລະ​ບົບອອນ​ໄລໃຫ້​ແກ່​ການ​ກະ​ກຽມການ​ຈຳ​ລອງ​ຜົນ​ຜະ​ລິດ​ກະ​ສີ​ກຳ​ເຂົ້າ​ໃນ​ການ​ວາງ​ແຜນ​ໃນ​ອາ​ນາ​ຄົດ.  ດ້ວຍ​ການ​ນຳ​ໃຊ້​ວີ​ທີ​ການ​ແບ່ງ​ເຂດ​ນິ​ເວດ​ກະ​ສີ​ກຳ, ລະ​ບົບ​ໃໝ່​ຈະ​ເຮັດ​ໃຫ້​ຜ​ູ້​ຕັດ​ສີນ​ໃຈ​ລະ​ດັບ​ສຸງ​ຂອງ​ກະ​ຊວງ​ກະ​ສີ​ກຳ ແລະ ປ່າ​ໄມ້​ສາ​ມາດ​ວາງ​ແຜນ ແລະ ຊຸກ​ຍູ້​ເຂົ້າ​ໃນ​ຜົນ​ຜະ​ລີດ​ກະ​ສີ​ກຳ​ໃນ​ເຂດ​ທີ​ຕ່າງ​ກັນ​ຂອງ​ປະ​ເທດ.

 

ພີ​ທີ​ດັ່ງ​ກ່າວນີ້ ເຂົ້າ​ຮ່ວມ​ໂດຍ​ທ່ານ ວຽງ​ໄຊ​ ມະ​ນິ​ວົງ​ ຜູ້​ອຳ​ນວຍ​ການ​ໂຄງ​ການ​ແຫ່ງ​ຊາດ​ຂອງ​ໂຄງ​ການ SAMIS,  ທ່ານ ຂັນ​ມະ​ນີ ຂຸນ​ພົນ, ຫົວ​ໜ້າ​ກົມອ​ຖຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ, ໃນ​ນາມຕ່າງ​ໜ້າ​ໃຫ້ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ - ສີ່ງ​ແວດ​ລ້ອມ, ທ່ານ ຄຳ​ພອນ ຣາ​ຊະ​ຈັກ, ຫົວ​ໜ້າ​ກົມ​ຄູ້ມ​ຄອງທີ​ດີນ ແລະ ກະ​ສີ​ກຳ, ໃນ​ນາມ​ຕາງ​ໜ້າ​ໃຫ້ ກະ​ຊວງ​ກະ​ສິ​ກຳ - ປ່າ​ໄມ້ ແລະ ທ່ານ ນາ​ຊາ ຮາ​ຍັດ, ຜູ້ຕ່າງ​ໜ້າ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ລາວ ພ້ອ​ມ​ດ້ວຍ ທ່ານ ປອ ໂມ​ນິ​ກາ ເພີເຕຼີ, ຜູ້​ປະ​ສານ​ງານ​ໂຄງ​ການ (SAMIS).

ແຂກ​ເຂົ້າ​ຮ່ວມ​ໜົດ​ທູກ​ທ່ານກໍ່​ໄດ້​ເຂົ້າ​ຮ່ວມ​ຊົມ​ສະ​ຖານ​ທີ​ໃໝ່​ຂອງ​ພະ​ແນກ​ພູ​ມ​ອາ​ກາດ​ ແລະ ອຸ​ຕູ​ກະ​ເສດ, ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ - ສີ່ງ​ແວດ​ລ້ອມ, ນະ​ຄອນ​ຫຼວງວຽງ​ຈັນ. ຊື່ງ​ເປັນ​ສະ​ຖານ​ທີ​ຫາກໍ່​ໄດ້​ເລີ້ມ​ວຽກ​ງານ​ດັ່ງ​ກ່າວນີ້.