ພີທີເຊັນສັນຍາກ່ຽວກັບການຕົກລົງຮ່ວມຕີພີມ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ, ກະຊວງກະສິກຳ - ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ.
ການຕົກລົງຕີພີມຮ່ວມກັນລະຫວ່າງກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ, ກະຊວງກະສິກຳ - ປ່າໄມ້ ແລະ
ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດໄດ້ເຊັນຂື້ນໃນວັນທີ ວັນທີ 14 ທັນວາ ປີ 2018 ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ. ພາຍໃຕ້ການຕົກລົງຮ່ວມກັນນີ້ ທັງສາມອົງການຈັດຕັ້ງຈະຜະລີດຜົນງານຂອງໂຄງການ ແລະ ຕີພີມຜົນງານດັ່ງກ່າວນັ້ນເຂົ້າໃນການການຝຶກອົບຮົມ ແລະ ຍົກສຸງການປູກຈິດສຳນືກຂອງໂຄງການໃຫ້ແກ່ພາກສ່ວນກ້ຽວຂ້ອງຂອງໂຄງການ SAMIS.
ຂໍ້ຕົກລົງດັ່ງກ່າວນີ້ ຈະຊ່ວຍຜະລີດຜົນງານຕີພີມຫຼາຍຂື້ນ ເຊັນວ່າ: ປື້ມຄູ່ມືນ້ອຍ, ແຜນພັບ, ປື້ມຕຳລາ, ປື້ມແນວທາງ ແລະ ອື່ນໆ ໃຫ້ແກ່ພາກສ່ວນທີກ້ຽວຂ້ອງ ແລະ ຊາວນາໃຊ້ເພື່ອໃຫ້ມີຄວາມເຂົ້າໃຈດີຂື້ນ ແລະ ສາມາດປັບຕົວຈາກການປ່ຽນແປງດີນຟ້າອາກາດ. ຜົນງານດັ່ງກ່າວນັ້ນໄດ້ຕີພີມຂື້ນ ພາຍໃຕ້ໂຄງການຈະຊ່ວຍການປະຕີບັດການຝຶກອົບຮົມໃຫ້ແກ່ສະຖາບັນອື່ນໆທີກ້ຽວຂ້ອງເພື່ອເຂົ້າໃຈ ແລະ ສາມາດປັບຕົວຈາກການປ່ຽນແປງດີນຟ້າອາກາດ ແລະ ຜົນທະກົບຂອງມັນຕໍ່ກັບຂະແໜງກະສີກຳ.
ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ, ກະຊວງກະສິກຳ - ປ່າໄມ້ ແລະ ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມໄດ້ຈັດຕັ້ງປະຕີບັດ ໂຄງການ ”ສ້າງຄວາມເຂັ້ມແຂງລະບົບຂໍ້ມຸນຂ່າວສານ ແລະ ການຕິດຕາມ ສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດີນຟ້າອາກາດ ແລະ ການຄ້ຳປະກັນສະບ່ຽງອາຫານຢູ່ ສປປ ລາວ ” ຮ່ວມກັນ ໂດຍມີມຸນຄ່າ: 5.5 ລ້ານໂດລາ. ຂໍ້ຕົກລົງດັ່ງກ່າວນີ້ ແມ່ນເປັນຂີດໝາຍ ຈະຊ່ວຍໃຫ້ ສາມພາກສ່ວນຫຼັກ:ກະຊວງກະສິກຳ - ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ກະກຽມການຝຶກອົບຮົມ ແລະ ການສືສານຮ່ວມກັນ ແລະ ເຜີຍແຜ່ຂໍ້ມຸນດັ່ງກ່າວນັ້ນ ໃຫ້ແກ່ພາກສ່ວນທີກ້ຽວຂອງໃນທູກລະດັບ ຊື່ງລວມທັງ: ຊາວນາ, ຫ້ອງການກະສີກຳເມືອງ, ພະແນກກະສີກຳແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ກົມຂອງລັດຖະບານຢຸ່ຂັ້ນສຸນກາງ.
ໃນການຮ່ວມມືກັບໂຄງການ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈາກກະຊວງຊັບພະຍາກອນ ແລະ ສີ່ງແວດລ້ອມພັດທະນາລະບົບອອນໄລເພື່ອເກັບຂໍ້ມຸນ ແລະ ກະຈາຍຂໍ້ມຸນສະພາບອາກາດ ແລະ ຂ່າວສານກ່ຽວກັບພືດໃຫ້ແກ່ຊາວນາທູກໆອາທີດກ່ອນ ແລະ ຊ່ວງລະດູການປູກພືດ. ຂໍ້ມຸນດັ່ງກ່າວ ຈະຊ່ວຍໃຫ້ຊາວນາເພີ້ມການຄ້ຳປະກັນສະບ່ຽງອາຫານ
ແລະ ມີຜົນຜະລີດທີໜັ້ນຄົງໃນການປະເຊີນກັບຄວາມບໍ່ແນ່ນອນຂອງພູມອາກາດ. ນອກຈາກນັ້ນ, ກົມຄູ້ມຄອງທີດີນ ແລະ ກະສີກຳຈາກກະຊວງກະສີກຳ ແລະ ປ່າໄມ້ ແມ່ນພັດທະນາລະບົບອອນໄລໃຫ້ແກ່ການກະກຽມການຈຳລອງຜົນຜະລິດກະສີກຳເຂົ້າໃນການວາງແຜນໃນອານາຄົດ. ດ້ວຍການນຳໃຊ້ວີທີການແບ່ງເຂດນິເວດກະສີກຳ, ລະບົບໃໝ່ຈະເຮັດໃຫ້ຜູ້ຕັດສີນໃຈລະດັບສຸງຂອງກະຊວງກະສີກຳ ແລະ ປ່າໄມ້ສາມາດວາງແຜນ ແລະ ຊຸກຍູ້ເຂົ້າໃນຜົນຜະລີດກະສີກຳໃນເຂດທີຕ່າງກັນຂອງປະເທດ.
ພີທີດັ່ງກ່າວນີ້ ເຂົ້າຮ່ວມໂດຍທ່ານ ວຽງໄຊ ມະນິວົງ ຜູ້ອຳນວຍການໂຄງການແຫ່ງຊາດຂອງໂຄງການ SAMIS, ທ່ານ ຂັນມະນີ ຂຸນພົນ, ຫົວໜ້າກົມອຖຸຕຸນິຍົມ ແລະ ອຸທົກກະສາດ, ໃນນາມຕ່າງໜ້າໃຫ້ ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ, ທ່ານ ຄຳພອນ ຣາຊະຈັກ, ຫົວໜ້າກົມຄູ້ມຄອງທີດີນ ແລະ ກະສີກຳ, ໃນນາມຕາງໜ້າໃຫ້ ກະຊວງກະສິກຳ - ປ່າໄມ້ ແລະ ທ່ານ ນາຊາ ຮາຍັດ, ຜູ້ຕ່າງໜ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດປະຈຳລາວ ພ້ອມດ້ວຍ ທ່ານ ປອ ໂມນິກາ ເພີເຕຼີ, ຜູ້ປະສານງານໂຄງການ (SAMIS).
ແຂກເຂົ້າຮ່ວມໜົດທູກທ່ານກໍ່ໄດ້ເຂົ້າຮ່ວມຊົມສະຖານທີໃໝ່ຂອງພະແນກພູມອາກາດ ແລະ ອຸຕູກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ - ສີ່ງແວດລ້ອມ, ນະຄອນຫຼວງວຽງຈັນ. ຊື່ງເປັນສະຖານທີຫາກໍ່ໄດ້ເລີ້ມວຽກງານດັ່ງກ່າວນີ້.