ກອງປະຊຸມຄະນະກຳມະການຊີ້ນຳໂຄງຄັ້ງທີ່ສາມ ແມ່ນໄດ້ຈັດຂຶ້ນທີ່ໂຮງແຮມ ເສດຖາພາເລສ ວັນທີ 5 ເດືອນ ກຸມພາ 2019
![](fileadmin/user_upload/samis/imgs/PSC.jpg)
ກອງປະຊຸມຄະນະກຳມະການຊີ້ນຳໂຄງຄັ້ງທີ່ສາມ ແມ່ນໄດ້ຈັດຂຶ້ນທີ່ໂຮງແຮມເສດຖາພາເລສ ໃນວັນທີ 5 ເດືອນກຸມພາ 2019 ນະຄອນຫຼວງວຽງຈັນ, ສປປ ລາວ. ໂດຍການໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄະນະກຳມະການຊີ້ນຳໂຄງການຄັ້ງນີ້ແມ່ນປະກອບດ້ວຍ ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ Beau Damen ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO)
ກອງປະຊຸມຄັ້ງນີ້ແມ່ນໄດ້ຖືເອົາວາລະສຳຄັນໃນການລາຍການສະພາບຄວາມຄືບໜ້າຂອງວຽກງານໂຄງການໃນໄລຍະຫົກເດືອນຜ່ານມາ ແລະ ລາຍງານການຮ່ວມມືທີ່ໄດ້ຮັບໝາກຜົນອັນດີພາຍໃຕ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຊາມິສ, ໂດຍສະເພາະທັງ 3 ອົງປະກອບ ແລະ ສິ່ງທ້າທ້າຍຫຼາຍອັນທີ່ ໂຄງການຊາມິສໄດ້ພົບພໍ້
ທ່ານ ປອ. ໄຊນະຄອນ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ໂຄງການນີ້ແມ່ນປະກອບມີ ສອງເປົ້າໝາຍຫຼັກ, ອັນທຳອິດແມ່ນແນ່ໃສ່ເສີມຂະຫຍາຍການຕິດຕາມກວດກາ, ການວິເຄາະ, ການສື່ສານ ແລະການນຳໃຊ້ຂໍ້ມູນດ້ານອຸຕຸກະເສດ ເພື່ອສ້າງທາງເລືອກໃນການຕັດສິນໃຈໃຫ້ກັບຂະແໜງການກະສິກຳ ແລະ ຄໍ້າປະທາງດ້ານສະບຽງອາຫານ ໃນລະດັບຊາດ ແລະ ຂັ້ນທ້ອງຖິ່ນ. ອັນທີສອງແນໃສ່ປັບປຸງ ການຕິດຕາມກວດກາ ແລະ ການວິເຄາະລະບົບການຜະລິດກະສິກຳ ໂດຍການເພີ່ມຂີດຄວາມສາມາດ ກ່ຽວກັບການຄຸ້ມຄອງລະບົບຂໍ້ມູນຊັບພະຍາກອນທີ່ດິນ ແລະ ການແບ່ງເຂດລະບົບນິເວດ ເພື່ອສົ່ງເສີມນະໂຍບາຍດ້ານກະສິກຳ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ
ຄະນະກຳມະການຊີ້ນຳໂຄງແມ່ນໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມກ້າວໜ້າຂອງວຽກງານໂຄງການ ແລະ ໃຫ້ຄຳແນະນຳທີ່ເປັນປະໂຫຍດຫຼາຍຢ່າງ ເພື່ອນຳໄປພັດທະນາກິດຈະກຳໃຫ້ໄດ້ຮັບໝາກຜົນໃນອານາຄົດ. ນອກຈາກນີ້, ໂຄງການແມ່ນຈະໄດ້ກະກຽມໃສ່ຈັດກອງປະຊຸມຄັ້ງຕໍ່ໄປຢູ່ພາກສະໜາມ ເພື່ອໃຫ້ທຸກສະມາຊິກຄະນະກຳມະການໄດ້ລົງເລິກຄວາມເຂົ້າໃຈຕື່ມໃນວຽກງານກິດຈະກຳຕ່າງໆ.