ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ກອງປະຊຸມຄະນະກຳມະການຊີ້ນຳໂຄງຄັ້ງທີ່ສາມ ແມ່ນໄດ້ຈັດຂຶ້ນທີ່ໂຮງແຮມ ເສດຖາພາເລສ ວັນທີ 5 ເດືອນ ກຸມພາ 2019

05/02/2019

ກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​ະ​ການ​ຊີ້​ນຳ​ໂຄງ​ຄັ້ງ​ທີ່​ສາມ ແມ່ນ​ໄດ້​ຈັດ​ຂຶ້ນ​​ທີ່​ໂຮງ​ແຮມເສດ​ຖາ​ພາເລສ ໃນ​ວັນ​ທີ 5 ເດືອນ​ກຸມ​ພາ 2019 ນະຄອນຫຼວງວຽງຈັນ, ສປປ ລາວ. ໂດຍການໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄະນະກຳມະການຊີ້ນຳໂຄງການຄັ້ງນີ້ແມ່ນປະກອບດ້ວຍ ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ Beau Damen ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO)

ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໄດ້​ຖື​ເອົາ​ວາ​ລະ​ສຳ​ຄັນ​ໃນ​ການ​ລາຍ​ການ​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ໂຄງ​ການ​ໃນ​ໄລ​ຍະຫົກ​ເດືອນ​ຜ່ານ​ມາ ແລະ ລາຍ​ງານ​ການຮ່ວມ​ມື​​ທີ່ໄດ້​ຮັບ​ໝາກ​ຜົນ​ອັນ​ດີ​ພາຍ​ໃຕ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳຂອງ​ໂຄງ​ການຊາມິສ, ໂດຍ​ສະ​ເພາະ​ທັງ 3 ອົງ​ປ​ະ​ກອບ ແລະ ສິ່ງ​ທ້າ​ທ້າຍຫຼາຍ​ອັນ​ທີ່​ ໂຄງ​ການຊາມິສໄດ້​ພົບພໍ້

ທ່ານ ປອ. ໄຊ​ນະ​ຄອນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ໂຄງ​ການ​ນີ້​ແມ່ນ​ປະ​ກອບ​ມີ ສອງ​ເປົ້າ​ໝາຍຫຼັ​ກ, ອັນ​ທຳ​ອິດ​ແມ່ນ​ແນ່​ໃສ່​ເສີ​ມ​ຂະ​ຫຍາຍການ​ຕິດ​ຕາມກວດ​ກາ, ການວິ​ເຄາະ, ການ​ສື່​ສານ ແລະ​ການ​ນຳ​ໃຊ້ຂໍ້​ມູນ​ດ້ານອຸ​ຕຸ​ກະ​ເສດ ເພື່ອ​ສ້າງ​ທາງ​ເລືອກ​ໃນ​ການ​ຕັດ​ສິນ​ໃຈໃຫ້​ກັບ​ຂະ​ແໜງ​ການ​ກະ​ສິ​ກຳ​ ແລະ​ ຄໍ້າ​ປະທາງ​ດ້ານ​ສະ​ບຽງ​ອາ​ຫານ ໃນ​ລະ​ດັບ​ຊາດ ແລະ ຂັ້ນ​ທ້ອງ​ຖິ່ນ. ອັນ​ທີ​ສອງແນ​ໃສ່​ປັບ​ປຸງ ການ​ຕິດ​ຕາມກວດ​ກາ ແລະ ການ​ວິ​ເຄາະ​ລະ​ບົບ​ການ​ຜະລິດ​ກະ​ສິ​ກຳ ໂດຍ​ການ​ເພີ່ມ​ຂີດ​ຄວາມ​ສາ​ມາດ ກ່ຽວ​ກັບການ​ຄຸ້ມ​ຄອງ​ລະ​ບົບ​ຂໍ້​ມູນ​ຊັບ​ພະ​ຍາ​ກອນ​ທີ່​ດິນ ແລະ ການ​ແບ່ງ​ເຂດ​ລະ​ບົບ​ນິ​ເວດ ເພື່ອ​ສົ່ງ​ເສີ​ມ​ນະ​ໂຍ​ບາຍ​ດ້ານກະ​ສິ​ກຳ ແລະ ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ດິນ​ຟ້າ​ອາ​ກາດ

​ຄະ​ນະ​ກຳ​ມ​ະ​ການ​ຊີ້​ນຳ​ໂຄງແມ່ນ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​​ຕໍ່ ​ຄວາມ​ກ້າວ​ໜ້າ​ຂອງວຽກ​ງານ​ໂຄງ​ການ ແລະ ໃຫ້​ຄຳ​ແນະ​ນຳ​​ທີ່​ເປັ​ນ​ປະ​ໂຫຍດຫຼາຍຢ່າງ ເພື່ອ​ນຳ​ໄປ​ພັດ​ທະ​ນາ​​ກິດ​ຈະ​ກຳ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ໃນ​ອາ​ນາ​ຄົດ. ນອກ​ຈາກ​ນີ້​, ໂຄງ​ການ​ແມ່ນ​ຈະ​ໄດ້​ກະ​ກຽມ​ໃສ່​​ຈັດກອງ​ປະ​ຊຸມຄັ້ງຕໍ່ໄປ​ຢູ່​ພາກ​ສະ​ໜາ​ມ ເພື່ອ​ໃຫ້​ທຸກ​ສະ​ມາ​ຊິກ​ຄະ​ນະກຳ​ມະ​ການ​ໄດ້​​ລົງ​ເລິກ​ຄວາມເຂົ້າ​ໃຈ​​ຕື່ມ​ໃນວຽກ​ງານ​​ກິດ​ຈະ​​ກຳຕ່າງໆ.