ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຝຶກອົບຮົມການສ້າງແບບຈຳລອງສະພາບພູມອາກາດຂັ້ນສູງລະຫວ່າງປະເທດ

07/05/2019

ການຝຶກອົບຮົມການສ້າງແບບຈຳລອງສະພາບພູມອາກາດຂັ້ນສູງລະຫວ່າງປະເທດ ຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ)

 

ນີ້ແມ່ນຄັ້ງທຳອິດ ຂອງພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ)  ທີ່ໄດ້ຈັດການຝຶກອົບຮົມຂັ້ນສູງລະຫວ່າງປະເທດ, ຊື່ງຜູ້ເຂົ້າຮ່ວມແມ່ນມາຈາກໜ່ວຍງານ ອຸຕິນິຍົມຂອງປະເທດ ຫວຽດນາມ, ມຽນມ້າ ແລະ ກຳປູເຈຍ.

 

ການຝຶກອົບຮົມດັ່ງກ່າວແມ່ນຖືກຈັດຂື້ນໂດຍຜ່ານການຮ່ວມມືລະຫວ່າງ 2 ໂຄງການສາກົນ, ຊື່ງຈະສາມາດປັບປຸງ ຄວາມອາດສາມາດກ່ຽວກັບການຄາດຄະເນສະພາບພູມອາກາດ, ການນຳສະເໜີວິໄສທັດ ແລະ ສ້າງຄວາມ ອາດສາມາດໃຫ້ແກ່ພະນັກງານຂອງ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ) ຂອງ ສປປ ລາວ ແລະ ປະເທດເພື່ອນບ້ານ ນັບຕັ້ງແຕ່ວັນທີ 7-9 ພຶດສະພາ 2019. ໂຄງການທຳອິດແມ່ນ “ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ (SAMIS )”(ທ່ານສາມາດອ່ານຂໍ້ມູນເພີ້ມ ເຕີ່ມໄດ້ຢູ່ໃນເວັບໄຊສ ຕາມລີ້ງຕໍ່ໄປນີ້ http://www.fao.org/in-action/samis/en/), ຊື່ງສ້າງຂື້ນໂດຍ ອົງການອາ ຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ (FAO)  ປະຈຳ ສປປ ລາວ. ນອກນັ້ນ ຍັງໄດ້ຮັບທຶນສະໜັບ ສະໜູນສຳລັບການຈັດຝຶກອົບຮົມຈາກອົງການ​ອຳນວຍ​ຄວາມ​ສະດວກ​ດ້ານ​ສິ່ງ​ແວດ​ລ້ອມ​ໂລກ (GEF). ສຳລັບ ໂຄງການທິ່ສອງແມ່ນສຳໜັບສະໜູນການເຂົ້າຮ່ວມຂອງນັກສຳມານາກອນ ແລະ ໜ່ວຍງານບໍລິການທາງດ້ານອຸທົກ ວິທະຍາ-ອຸຕຸວິທະຍາແຫ່ງຊາດຂອງຕ່າງປະເທດ ຊື່ງແມ່ນ “ການນຳໃຊ້ພະຍາກອນອາກາດປະຈຳລະດູ ແລະ ນະວັດຕະກຳການຮັບປະກັນທີ່ທັນສະໄໝເພື່ອຈັດການກັບຄວາມສ່ຽງດ້ານພູມອາກາດໃນຂະແໜງການກະສິກຳ ຢູ່ໃນ ຂົງເຂດອາ ຊີ“ ຫລື ທີ່ຮູ້ກັນດີໃນນາມ De-RISK SE Asia. ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍ ອົງການອຸຕຸນິຍົມ​ໂລກ (WMO) ຮ່ວມກັບ  ສູນກະສິກໍາເຂດຮ້ອນສາກົນ (CIAT) ແລະ ມະຫາວິທະຍາໄລພາກໃຕ້ຂອງຄີນ ແລນດ໌ (USQ),  ຊື່ງໄດ້ຮັບທຶນສະໜັບສະໜູນຈາກໂຄງການ ການລິເລີ້ມທາງດ້ານສະພາບພູມອາກາດລະຫວ່າງ ປະເທດ ຂອງກະຊວງສີ່ງແວດລ້ອມ ແລະ ການອະນຸລັກທຳມະຊາດ ການກໍ່ສ້າງ ແລະ ຄວາມປອດໄພທາງ ດ້ານນິວເຄຼຍຂອງລັດຖະບານເຢຍລະມັນ (IKI-BMU).  ທ່ານສາມາດອ່ານຂໍ້ມູນເພີ້ມເຕີ່ມກ່ຽວກັບໂຄງການ ໄດ້ຢູ່ໃນເວັບໄຊສ ຕາມລີ້ງຕໍ່ໄປນີ້: https://bit.ly/2J5rJxr

ສຳລັບ ສປປ ລາວ, ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດ ລ້ອມ (ກຊສ), ພ້ອມທັງ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ຈະໄດ້ຮັບການຝຶກອົບຮົມ ກ່ຽວກັບ ວິທີການຂັ້ນສູງສຳລັບ ການຄາດຄະເນສະພາບພູມອາກາດ. ສຳລັບຄູຝຶກແມ່ນຈະລວມມີຊ່ຽວຊານຈາກມະຫາວິທະຍາໄລພາກໃຕ້ຂອງຄີນແລນດ໌ (USQ),  ປະເທດ ອົດສະຕາລີ

 

ພາຍໃຕ້ກອບການດຳເນີນງານດຽວກັນ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບຂໍ້ມູນຂ່າວສານ ແລະ ການຕິດ ຕາມສະພາບອຸຕຸກະເສດ ເພື່ອຊ່ວຍ  ໃນການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນ ສະບຽງອາຫານ ຢູ່ ສປປ ລາວ (SAMIS ) ຍັງຈະໄດ້ມີການເປີດໂຕລະບົບອອນໄລ໌ ແລະ ແອັບພິເຄຊັນ໌ເທີງມືຖື ທີ່ ມີຊື່ວ່າ ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ (LaCSA ) ຊື່ງຈະໃຫ້ຂໍ້ມູນກ່ຽວກັບສະພາບອາກາດ ແລະ ຊະນິດພືດສຳລັບການເພາະປູກ ແກ່ຊາວກະສິກອນໃນເວລາໃກ້ຄຽງກັບສະພາບຕົວຈິງ. ລະບົບການ ບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ (LaCSA ) ຈະຖືກນຳສະເໜີເປັນຄັ້ງທຳອິດຢູ່ໃນກອງ ປະຊຸມ ປຶກສາຫາລືກ່ຽວກັບລົມມໍລະສຸມລະດູແລ້ງປະຈຳປີ ໃນຄັ້ງວັນທີ 7 ພຶດສະພາ 2019, ຊື່ງຈັດຂື້ນໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ). ພ້ອມນັ້ນ ຍັງມີຜູ້ເຂົ້າຮ່ວມ ຊື່ງເປັນຊ່ຽວຊານຈາກ ບໍລິສັດ EPINET ຂອງມະຫາວິທະຍາໄລແຫ່ງຊາດກຣຸງໂຊລ໌ ປະເທດເກົາຫລີໃຕ້ ທີ່ໄດ້ຮັບຜິດຊອບໃນການພັດທະນາການສ້າງແບບຈຳລອງ ແລະ ວຽກງານ IT ໃນລະບົບດັ່ງກ່າວ.

ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ (LaCSA) ແມ່ນໜື່ງໃນລະບົບນະວັດຕະກຳທີ່ທັນສະ   ໄໝທີ່ສຸດໃນຂົງເຂດອາຊີ, ຊື່ງຈະໄດ້ເປີດໂຕໃນທ້າຍເດືອນ ພຶດສະພາ 2019 ແລະ ນີ້ຈະຊ່ວຍໃຫ້ຊາວກະສິກອນສາມາດທຳການຜະລິດໄດ້ຢ່າງສະຖຽນລະພາບພາຍໃຕ້ການປະເຊີນໜ້າກັບການປ່ຽນແປງຂອງສະພາບພູມ ອາກາດ, ຊື່ງຈະສາມາດປັບປຸງຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ຍົກລະດັບການຜະລິດທີ່ຍືນຍົງ. ນອກຈາກນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຍັງຈະໄດ້ປະກອບສ່ວນເຂົ້າໃນວຽກງານການເຜືຍແຜ່ຂໍ້ມູນຂ່າວສານດັ່ງກ່າວ ໃຫ້ແກ່ຊາວກະສິກອນ ໃນລະດັບທ້ອງຖີ່ນ. ນອກນັ້ນ, ກົມຄຸ້ມຄອງທີ່ດິນກະສິກຳຍັງຈະໄດ້ເລີ້ມນຳໃຊ້ເຄື່ອງມືແບບ ອອນໄລ໌ສຳລັບການຜະລິດເຂົ້າໃນລະດູການໜ້າ ຢູ່ 5 ແຂວງ, ຊື່ງລວມມີ ແຂວງຫລວງນ້ຳທາ, ສະຫວັນນະເຂດ, ວຽງຈັນ, ສາລະວັນ ແລະ ຈຳປາສັກ.