ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຝຶກອົບຮົມເພື່ອເປັນຄູຝຶກໃຫ້ແກ່ໂຮງຮຽນຊາວນາກ່ຽວກັບ ອຸຕຸກະເສດ ໃນລະດັບຊາດ

08/04/2019

ການຝຶກອົບຮົມເພື່ອເປັນຄູຝຶກ (ToT) ສຳລັບພະນັກງານຂອງໂຮງຮຽນຊາວນາ (FFS) ຜູ້ທີ່ຈະຮັບຜິດຊອບລະບົບອຸຕຸກະເສດ ທີ່ເອີ້ນວ່າ ແລັກຊາ (ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ). ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 8 ຫາ 12 ເມສາ 2019 ຢູ່ຫ້ອງປະຊຸມຂອງກົມຄຸ້ມຄອງທີ່ດິນກະສິກຳ, ນະຄອນຫລວງວຽງຈັນ.

ຈຸດປະສົງຂອງການຝຶກອົບຮົມແມ່ນມີດັ່ງນີ້:

  • ເພື່ອພັດທະນາຄວາມຮູ້ ແລະ ທັກສະກ່ຽວກັບວິທີການ FFS Save&Grow
  • ເພື່ອຝຶກອົບຮົມໃຫ້ແກ່ຊ່ຽວຊານທີ່ມາຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນ ແລະ ສີ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງໂຮງຮຽນຊາວນາ ທີ່ໄດ້ນຳໃຊ້ຂໍ້ມູນການພະຍາກອນອາກາດ ແລະ ການແຈ້ງເຕືອນກ່ຽວກັບອຸຕຸກະເສດ
  • ເພື່ອຮຽນຮູ້ກ່ຽວກັບບົດຮຽນທີ່ຄ້າຍກັນຈາກປະເທດອື່ນໆ ກ່ຽວກັບການນຳໃຊ້ຂໍ້ມູນອຸຕຸກະເສດ ແລະ ຄຳປຶກສາກ່ຽວກັບກະເສດ ໃນໂຮງຮຽນຊາວນາ  

ການຝຶກອົບຮົມຄັ້ງນີ້ແມ່ນໃຫ້ກຽດກ່າວເປີດພິທີໂດຍປະທານຮ່ວມ ທ່ານ. ອະໂນລົດ ຈັນທະວົງສາ, ຮອງຫົວໜ້າກົມຄຸ້ມຄອງທີ່ດິນກະສິກຳ ແລະ ທ່ານ. ຈັນທະລາດ ປອງມາລາ ຜູ້ຊ່ວຍຂອງຕ່າງໜ້າອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 29 ທ່ານ ຊື່ງມາຈາກ ຫ້ອງການກະສິກຳປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງຈອມພອນ ແລະ ເມືອງສິງ, ພະແນກຄຸ້ມຄອງທີ່ດິນກະສິກຳແຂວງ/ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຫລວງນ້ຳທາ ແລະ ສະຫວັນນະເຂດ.

ນອກນັ້ນ ພະນັກງານຈາກ ຫ້ອງການຄຸ້ມຄອງທີ່ດິນກະສິກຳເມືອງ ຍັງໄດ້ເຂົ້າຮ່ວມກິດຈະກຳຂອງໂຄງການທັງໝົດ. ການຝຶກອົບຮົມໃນຄັ້ງນີ້ແມ່ນມີທ່ານ. Arief Lukman Hakim ແລະ ຊ່ຽວຊານຂອງໂຮງຮຽນຊາວນາ ທີ່ມາຈາກ ອົງການຈັດຕັ້ງສາກົນທີ່ບໍ່ຂື້ນກັບລັດຖະບານ ຂອງປະເທດອິນໂດເນເຊຍ ເປັນຜູ້ອຳນວຍຄວາມສະດວກໃນການຝຶກອົບຮົມ. ພ້ອມທັງໄດ້ຮັບການສະໜັບສະໜູນຈາກທ່ານ. Krishna Prasad Pant ຊື່ງເປັນຊ່ຽວຊານ ແລະ ທີ່ປຶກສາໂຄງການຈາກປະເທດ ເນປານ ທີ່ຮັບຜິດຊອບໂຄງການທີ່ຄ້າຍຄືກັນກັບໂຄງການທີ່ກຳລັງດຳເນີນຢູ່ໃນ ສປປ ລາວ. ນອກນັ້ນ ຍັງໄດ້ຮັບການສະໜັບສະໜູນຈາກທ່ານ. ໂອລົດ ແສງຕາເຮືອງຮຸ່ງ, ຫົວໜ້າສູນວາງແຜນນຳໃຊ້ທີ່ດິນກະສິກຳຂອງ ຫ້ອງການຄຸ້ມຄອງທີ່ດິນກະສິກຳເມືອງ ແລະ ທ່ານ. ບົວໄລທອງຂຸນພົນ ຮອງຫົວໜ້າພະແນກພູມອາກາດ ແລະ ອຸຕຸກະເສດ ຂອງກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ).  

 

ເນື້ອໃນຂອງການການຝຶກອົບຮົມສຳລັບຄູຝຶກ (ToT) ສ່ວນໃຫ່ຍແມ່ນການແບ່ງປັນປະສົບການ ແລະ ບົດຮຽນຈາກປະເທດອິນໂດເນເຊຍ ແລະ ເນປານ ກ່ຽວກັບ ອຸຕຸກະເສດ. ມີບົດຮຽນຫລາຍຢ່າງທີ່ສາມາດປັບ ແລະ ປະຍຸກໃຊ້ກັບ ໂຮງຮຽນຊາວນາໄດ້ເຊັ່ນ: ຄວາມຮັບຮູ້ຂອງຊາວນາກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການປະເມີນຄວາມສ່ຽງທີ່ກ່ຽວຂ້ອງ, ຄວາມອຸດົມສົມບູນຂອງດິນ, ການຈັດການກັບສັດຕູພືດ ແລະ ພະຍາດ, ການຄວບຄຸມ ວັດສະພືດ ແລະ ອື່ນໆ.