ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ກອງປະຊຸມສຳມະນາລະດັບທ້ອງຖີ່ນກ່ຽວການກຳນົດຂັ້ນຕອນການດຳເນີນງານມາດຕະຖານສຳລັບອຸຕຸ ກະເສດໃນ ສປປ ລາວ

01/03/2019

ວັນສຸກ ວັນທີ 1 ມີນາ 2019, ກອງປະຊຸມສຳມະນາດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທາລາດ ໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ) ຊື່ງມີຜູ້ເຂົ້າຮ່ວມປະມານ 50 ທ່ານ ທີ່ມາຈາກ ພະແນກ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຂະແໜງຊັບພະຍາກອນນ້ຳ, ຂະແໜງອຸຕຸນິຍົມໃນລະດັບແຂວງ ແລະ ເມືອງ ຂອງ ເມືອງຄົງ ແລະ ປາກເຊ ແຂວງຈຳປາສັກ, ເມືອງ ລອງງາມ ແຂວງສາລະວັນ, ເມືອງຈອມພອນ ແຂວງ ສະຫວັນນະເຂດ, ເມືອງອານຸວົງ ແຂວງໄຊສົມບູນ, ເມືອງແປກ ແຂວງຊຽງຂວາງ ແລະ ເມືອງໂພນໂຮງ ແລະ ວຽງຄຳ ແຂວງວຽງຈັນ.

 

ນອກຈາກນັ້ນ, ໃນວັນພຸດ ວັນທີ 6 ມີນາ 2019, ຍັງໄດ້ມີການຈັດກອງປະຊຸມສຳມະນາດັ່ງກ່າວຂື້ນອີກຄັ້ງ ຊື່ງມີຜູ້ເຂົ້າຮ່ວມປະມານ 60 ທ່ານ ທີ່ມາຈາກພາກສ່ວນທີ່ແຕກຕ່າງກັນ ເຊັ່ນ: ເມືອງພຽນ ແລະ ຊຽງຮອນ ແຂວງໄຊຍະບູລີ, ເມືອງຊຽງເງີນ ແຂວງຫລວງພະບາງ, ເມືອງຫົວໄຊ ແລະ ຕົ້ນເຜີ້ງ ແຂວງບໍແກ້ວ. ນອກຈາກນັ້ນ, ຍັງລວມມີ ພະແນກ ແລະ ຫ້ອງການກະສິກຳປ່າໄມ້ແຂວງ ແລະ ເມືອງ ທີ່ໄດ້ຮັບການເຊື້ອເຊີນເພື່ອມາຮັບຊາບກ່ຽວກັບກິດຈະກຳຂອງໂຄງການ ແລະ ປຶກສາຫາລຶກ່ຽວກັບຄວາມຮັບຜິດຊອບຂອງພວກເຂົາພາຍຫລັງທີ່ມີການຕິດຕັ້ງລະບົບອຸຕຸກະເສດໄໝ່

 

ພ້ອມນັ້ນ, ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ) ໄດ້ນຳສະເໜີກ່ຽວກັບກິດຈະກຳໂຄງການ, ວຽກງານຂອງພະແນກພູມອາກາດ ແລະ ອຸຕຸກະເສດ. ຊື່ງກຳລັງມີການພັດທະນາລະບົບອອນໄລ໌ ແລະ ແອັບພິເຄຊັນ໌ເທີງມືຖື ທີ່ໃຫ້ຂໍ້ມູນກ່ຽວກັບສະພາບອາກາດ ແລະ ຊະນິດພືດສຳລັບການເພາະປູກ ແກ່ຊາວກະສິກອນໃນທຸກໆອາທິດ. ລະບົບດັ່ງກ່າວແມ່ນຈະເອີ້ນວ່າ ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ (ແລັກຊາ). ແອັບພິເຄຊັນ໌ ດັ່ງກ່າວ ຈະຊ່ວຍຍົກລະດັບຄວາມໜັ້ນຄົງທາງດ້ານພືດພັນ ແລະ ຍັງເຮັດໃຫ້ຊາວກະສິກອນສາມາດທຳການຜະລິດໄດ້ຢ່າງສະຖຽງລະພາບຂື້ນ ພາຍໃຕ້ການປະເຊີນໜ້າກັບການປ່ຽນແປງຂອງສະພາບພູມອາກາດ. ນອກຈາກນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ປະກອບສ່ວນເຂົ້າໃນວຽກງານການເຜືຍແຜ່ຂໍ້ມູນຂ່າວສານດັ່ງກ່າວ ໃຫ້ແກ່ຊາວກະສິກອນ ໃນລະດັບທ້ອງຖີ່ນ. ສີ່ງນີ້ຈະເປັນການສ້າງນະວັດຕະກຳທາງດ້ານກະສິກຳທີ່ທັນສະໄໝ ແລະ ຊ່ວຍໃນການຕັດສິນໃຈຂອງຊາວກະສິກອນ ທີ່ກຳລັງຜະເຊີນໜ້າກັບບັນຫາການປ່ຽນແປງຂອງສະພາບພູມອາກາດ. ກອງປະຊຸມສຳມະນາດັ່ງກ່າວ ໄດ້ມີການປຶກສາຫາລື ກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງບັນດາພາກສ່ວນທີ່ີກ່ຽວຂ້ອງກັບກິດຈະກຳທີ່ກຳລັງຈະຈັດຕັ້ງປະຕິບັດ.