ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ກອງປະຊຸມປຶກສາຫາລືກ່ຽວກັບລົມມໍລະສຸມລະດູຝົນປະຈຳປີ 2019

07/05/2019

ກອງປະຊຸມປຶກສາຫາລືກ່ຽວກັບລົມມໍລະສຸມລະດູຝົນປະຈຳປີ 2019 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 7  ພຶດສະພາ 2019 ຊື່ງຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ). ພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມມືກັນປະກອບສ່ວນຢ່າງຫ້າວຫັນໂດຍຜ່ານການເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ບັນດາຜູ້ແທນກອງປະຊຸມແມ່ນມາຈາກໜ່ວຍງານລັດຫລາຍພາກສ່ວນໃນຂັ້ນສູນກາງ ແລະ ອົງການຈັດຕັ້ງສາກົນເຊັ່ນ: ກົມປູກຝັງ, ກົມຊົນລະປະທານ, ກົມໂຍທາທາງນ້ຳ, ກົມຊັບພະຍາກອນນ້ຳ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກອງຄຸ້ມຄອງການຈາລະຈອນທາງອາກາດ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍ  ໃນການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນ ສະບຽງອາຫານ ຢູ່ ສປປ ລາວ (SAMIS ) ຂອງອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ (FAO)  ປະຈຳ ສປປ ລາວ.     

 ກອງປະຊຸມດັ່ງກ່າວໄດ້ລາຍງານກ່ຽວກັບສະພາບອາກາດ ແລະ ອຸທົກກະສາດໃນປີ 2018 ທີ່ຜ່ານມາ ແລະ ສະພາບອຸທົກກະສາດສຳລັບປິ 2019, ສະພາບພູມອາກາດ ແລະ ບັນດາໂຕຊີ້ວັດຕ່າງໆ. ລວມທັງການນຳໃຊ້ຂໍ້ມູນ/ຂ່າວສານກ່ຽວກັບອຸຕຸນິຍົມ ແລະ ອຸທົກກະສາດ. 

 ໜື່ງໃນວາລະສຳຄັນຂອງກອງປະຊຸມແມ່ນ ການນຳສະເໜີກ່ຽວກັບລະບົບອອນໄລ໌ ແລະ ແອັບພິເຄຊັນ໌ເທີງມືຖື ທີ່ເອີ້ນວ່າ ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ (LaCSA) ຊື່ງແມ່ນການເຜີຍແຜ່ຂໍ້ມູນກ່ຽວກັບ ສະພາບອາກາດກະສິກຳສູ່ສາທາລະນາຄັ້ງທຳອິດ. ລະບົບLaCSA  ແມ່ນໜື່ງໃນຜົນສຳເລັດທີ່ໂດດເດັ່ນຂອງໂຄງການ SAMIS . ນອກນັ້ນ ມັນຍັງແມ່ນເປັນສີ່ງທ້າທາຍໃໝ່ສຳລັບ ສປປ ລາວ ຊື່ງເປັນໜື່ງໃນລະບົບນະວັດຕະກຳທີ່ທັນສະໄໝທີ່ສຸດໃນຂົງເຂດອາຊີ. ຕາມທີ່ໄດ້ວາງແຜນໄວ້, ລະບົບດັ່ງກ່າວແມ່ນຄາດວ່າຈະໄດ້ເປີດໂຕໃນທ້າຍເດືອນ ພຶດສະພາ 2019.