ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ລະບົບບໍລິການຂໍ້ມູນພູມອາກາດ ສຳລັບກະສິກຳຂອງລາວ (LaCSA)

17/05/2019

ໃນວັນທີ 16 ເດືອນພຶດສະພາປີ 2019, ການລາຍງານຄາດຄະເນລະດູການໄດ້ຖືກສົ່ງໄປຍັງຫ້ອງການຂັ້ນແຂວງຂອງກະຊວງກະສິກໍາ ແລະ ປ່າໄມ້; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ

 

ໃນບົດແຈ້ງຂ່າວໄດ້ລາຍງານກ່ຽວກັບສະພາບຄາດຄະເນລະດູການ ໃນ 6 ເດືອນຕໍ່ໝ້າ ຂອງລະດູການປູກຝັງປີ 2019. ເນື້ອໃນຂອງບົດຂ່າວປະກອບດ້ວຍ ແຜນທີ່ສະແດງເຖິງຄວາມເປັນໄປໄດ້ຂອງ ອຸນຫະພູມພື້ມຂື້ນຫຼື ຫຼຸດລົງ ກ່ວາເກນປົກກະຕິ ແລະ ສະພາບນ້ຳຝົນວ່າຈະແຫ້ງແລ້ງ ຫຼື ຫຼາຍກ່ວາເກນປົກກະຕິ. ເຊັ່ນດຽວກັນ ຄຳແນະນຳທີ່ກ່ຽວຂ້ອງກັບຊາວນາ ພົວພັນກັບສະພາບຄາດຄະເນ ກໍ່ໄດ້ຖືກບັນຈຸໃນບົດຂ່າວນີ້ ເຊິ່ງລວມທັງຜົນກະທົບຂອງການພະຍາກອນ ຕໍ່ກັບການປູກເຂົ້າ. ໃນຕອນທ້າຍຂອງບົດຂ່າວໄດ້ສະແດງຮູບກຣາບສະຖິຕິ ສະແດງໃຫ້ເຫັນຄ່າປົກກະຕິພູມອາກາດ ນ້ຳຝົນ ແລະ ອຸນຫະພູມ ຕັ້ງແຕ່ປີ 1988-2017. ບົດແຈ້ງຂ່າວພະຍາກອນລະດູການ ລັກສະນະດຽວກັນນີ້ ຈະໄດ້ແຈ້ງອອກຂ່າວເປັນລາຍເດືອນ ອະທິບາຍສະພາບພູມອາກາດໃນ 6 ເດືອນຂ້າງໝ້າ ຂອງລະດູການພະລິດ.

 

ໃນທ້າຍເດືອນ ພຶດສະພານີ້ ກົມອຸຕຸນິຍົມ ແລະ ອຸທົກກະເສດ ຈະໄດ້ເລີ້ມນຳໄຊ້ລະບົບເວັບໄຊ້ ແລະ ເອບສຳລັບໂທລະສັບ ໄໝ່ທີ່ເອີ້ນວ່າລະບົບບໍລິການພູມອາກາດສຳລັບກະສິກຳຂອງລາວ (LaCSA). ລະບົບ LaCSA  ນີ້ແມ່ນຜົນສຳເລັດອັນໂດດເດັ່ນຂອງໂຄງການ ແຊມມິດ ຍິ່ງໄປກ່ວານັ້ນລະບົບດັ່ງກ່າວຖືວ່າເປັນ ສິ່ງທ້າທາຍອັນໄໝ່ສຳລັບປະເທດລາວ ທີ່ໄດ້ນຳໄຊ້ນະວັດຕະກຳຫລ້າສຸດອັນໝຶ່ງໃນຂົງເຂດອາຊີ. ລະບົບ LaCSA ຈະປະກອບສ່ວນຢ່າງສຳຄັນໃນດ້ານ ການພະຍາກອນລະດູການ ອຸນຫະພູມ ແລະ ນ້ຳຝົນ ແລະ ປະຕິທິນການປູກຝັງແກ່ຊາວນາ ເປັນປະຈຳລາຍອາທິດ ເຊິ່ງຈະສົ່ງຜົນດີແກ່ການຕັດສິນໃຈຂອງຊາວນາ ກ່ຽວກັບລະດູການພະລິດກະສິກຳ ເຊັ່ນວ່າ: ການເລືອກສະນິດພືດທີ່ເໝາະສົມສຳລັບການປູກຝັງໃນສະພາບກົດດັນຈາກການປ່ຽນແປງດິນຟ້າອາກາດ ເຊິ່ງສາມາດຮັບປະກັນ ຄວາມເໝາະສົມ ແລະ ຄວາມຢືນຍົງຂອງການພະລິດຫລາຍຂື້ນ, ເພີ້ມພູນຜົນພະລິດຫລາຍຂື້ນ, ປັບປຸງການຄ້ຳປະກັນສະບຽງອາຫານ, ຫລຸດຜ່ອນຄວາມສ່ຽງການລະບາດຂອງພະຍາດພືດ ແລະ ສັດຕູພືດ ໃນຂົງເຂດປະເທດລາວ.

 

ໃນຄະນະດຽວກັນນັ້ນ ລະບົບ LaCSA ຈະເປັນພາກສ່ວນໝຶ່ງຕອບສະໝອງໃຫ້ ຄວາມມຸ້ງໝັ້ນຂອງລັດຖະບານລາວ ທີ່ພັກດັນຢ່າງແຂງຂັນຕໍ່ກັບເປົ້້າໝາຍການພັດທະນາແບບຍືນຍົງ.