ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການລິເລີ່ມການຝຶກອົບຮົມໂຮງຮຽນຊາວນາສໍາລັບອຸຕຸ-ກະເສດ ຢູ່ເມືອງຈໍາພອນ

24/05/2019

ໃນວັນສຸກທີ 24 ພຶດສະພາ ຂະແໜງຄຸ້ມຄອງທີ່ດິນກະສິກໍາ ແຂວງສະຫວັນນະເຂດ ໂດຍການຮ່ວມມືກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈໍາພອນ ໄດ້ເລີ່ມບົດຮຽນທໍາອິດ ເພື່ອນໍາສະເຫນີໂຮງຮຽນຊາວນາກ່ຽວກັບອຸຕຸ-ກະເສດ ຢູ່ທີ່ບ້ານກະດານ.​ຄູຝຶກໄດ້ຮັບການສ້າງຄວາມອາດສາມາດໃນເດືອນເມສາທີ່ຜ່ານມາ ໂດຍຊ່ຽວຊານຈາກອິນໂດເນເຊຍ ແລະ ເນປານ (http://www.fao.org/in-action/samis/resources/news/detail/en/c/1193301/).

 ຊາວນາໄດ້ເຕົ້າໂຮມກັນຢູ່ທີ່ໂຮງຮຽນຂອງບ້ານ ແລະ ນໍາສະເຫນີຫຼັກສູດໂຮງຮຽນຊາວນາ. ຫຼັກສູດການຝຶກອົບຮົມໂຮງຮຽນຊາວນາໄດ້ຖືກກະກຽມ ໂດຍພະແນກຄຸ້ມຄອງທີ່ດິນກະສິກໍາ ໃນການຮ່ວມມືກັບຊ່ຽວຊານຂອງ FAO. ນອກຈາກນັ້ນ, ຊຸມຊົນທ້ອງຖິ່ນ ໄດ້ຖືກຝຶກກ່ຽວກັບການນໍາໃຊ້ຜະລິດຕະພັນການພະຍາກອນລະດູການ ໂດຍລະບົບທີ່ເອີ້ນວ່າ ການບໍລິການພູມອາກາດສໍາລັບກະສິກໍາຢູ່ລາວ (LaCSA) (http://www.fao.org/in-action/samis/resources/news/detail/en/c/1194669/).

 ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນ ໂດຍການຮ່ວມມື ແລະ ຢູ່ໃນບ້ານເປົ້າໝາຍດຽວກັນກັບໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຢູ່ເຂດລໍາຊາ (CAWA) (www.fao.org/in-action/cawa/en).