ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຝຶກອົບຮົມລະບົບຂໍ້ມູນທາງພູມສາດຂັ້ນສູງກ່ຽວກັບ ການສ້າງແບບຈຳລອງພື້ນທີການເພາະປູກ

29/07/2019

ກົມຄຸ້ມຄອງທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ (ກປມ) ໄດ້ເປັນເຈົ້າພາບໃນການຝຶກອົບຮົມກ່ຽວກັບລະບົບຂໍ້ມູນທາງພູມສາດຂັ້ນສູງ, ຊື່ງຊ່ວຍໃນການຕິດຕາມກວດກາ ແລະ ປະເມີນລະບົບທີດິນກະສິກຳໃນປະເທດ.

 

ສະຖາບັນເທັກໂນໂລຊີອາຊຽນ ແລະ ໂຄງການຂອງອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ (FAO)  ປະຈຳ ສປປ ລາວ ກໍ່ຄື ໂຄງການ “ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ (SAMIS)” ໄດ້ຮ່ວມມືກັນເພື່ອປັບປຸງການປັບໂຕຕໍ່ກັບການປ່ຽນແປງສະພາບພູມອາກາດ  ແລະ ຄວາມໜັ້ນຄົງທາງດ້ານສະບ່ຽງອາຫານໃນ ສປປ ລາວ. ຊື່ງ ໄດ້ຮັບທຶນສະໜັບສະໜູນສຳລັບການຈັດຝຶກອົບຮົມໃນຄັ້ງນີ້ ຈາກອົງການ​ອຳນວຍ​ຄວາມ​ສະດວກ​ດ້ານ​ສິ່ງ​ແວດ​ລ້ອມ​ໂລກ (GEF). ໃຫ້ກຽດເປັນປະທານໃນການເປີດການຝຶກອົບຮົມຄັ້ງນີ້ແມ່ນ ທ່ານ. ຄຳພອນ ລາຊາຈັກ ຫົວ ໜ້າກົມຄຸ້ມຄອງທີ່ດິນກະສິກຳ ແລະ ທ່ານ. ນາຊາ ຣາຢັທ໌ ຜູ້ຕ່າງໜ້າຂອງ ອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ (FAO)  ປະຈຳ ສປປ ລາວ

 

ການຝຶກອົບຮົມໃນຄັ້ງນີ້ແມ່ນກ່ຽວຂ້ອງກັບການຕິດຕາມກວດກາ ແລະ ປະເມີນຮູບແບບການປູກຝັງໃນລະດັບທ້ອງຖີ່ນໂດຍຜ່ານລະບົບຂໍ້ມູນຂ່າວສານທາງໄກ. ໃນຫລາຍປີຜ່ານມາ, ກົມຄຸ້ມຄອງທີ່ດິນກະສິກຳເຄືຍຮັບຜິດຊອບວຽກງານການສ້າງແຜນທີດິນປູກຝັງ ແລະ ແຜນທີຄວາມເໝາະສົມຂອງທີ່ດິນຂອງ ສ ປປ ລາວ ໃນແຕ່ລະປີ. ການຝຶກອົບຮົມໃນປັດຈຸບັນຈະຊ່ວຍໃຫ້ຊ່ຽວຊານຂອງກົມຄຸ້ມຄອງທີ່ດິນກະສິກຳສາມາດສ້າງແຜນທີ ເນື້ອທີດິນກະສິກຳ ແລະ ຄວາມທົນທານຂອງພືດ ໂດຍການນຳໃຊ້ທັງຂໍ້ມູນດາວທຽມແບບການເບີ່ງເຫັນ (optical) ແລະ ໄມໂຄເວຟ (microwave). ພ້ອມທັງ ການສ້າງແບບຈຳລອງການຜະລິດພືດໃນແຕ່ລະຊ່ວງໄລຍະ.

ໂດຍທົ່ວໄປແລ້ວ, ກົມຄຸ້ມຄອງທີ່ດິນກະສິກຳຈັດການຝຶກອົບຮົມໃນຄັ້ງນີ້ ເພື່ອພິຈາລະນາກ່ຽວກັບການພັດທະນາລະບົບຂໍ້ມູນຂ່າວສານການຄຸ້ມຄອງຊັບພະຍາກອນດິນ ແລະ ລະບົບຖານຂໍ້ມູນພາກພື້ນດິນທີ່ຈະເປີດໃຊ້ງານຢູ່ເທີງເວັບໄຊ. ຊື່ງມີຈຸດປະສົງໃນການເກັບລວມລວມຂໍ້ມູນທີ່ກ່ຽວຂ້ອງກັບການປ່ຽນແປງສະພາບພູມອາກາດ, ຊັບພະຍາກອນທຳມະຊາດ ແລະ ກະສິກຳ ໃຫ້ໄດ້ຫລາຍທີ່ສຸດ ເພື່ອກຳນົດສະພາບການທາງດ້ານກະສິກຳໃນອານາຄົດ. ເຄື່ອງມືນີ້ຈະຊ່ວຍໃນການອອກແບບທາງເລືອກດ້ານນະໂຍບາຍ ແລະ ການວາງແຜນຄຸ້ມຄອງທີ່ດິນ ໃນສະພາບການທີ່ມີການປ່ຽນແປງຂອງດິນຟ້າອາກາດ.

 

ທ່ານສາມາດຄົ້ນຫາຂໍ້ມູນກ່ຽວກັບກິດຈະກຳນີ້ໄດ້ຢູ່ເວັບເພຈ໌ http://www.fao.org/in-action/samis/en/