ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຕິດຕາມສະພາບພູມອາກາດໃຫ້ແກ່ຊາວກະສິກອນ ໃນຊ່ວງປະກາດພາວະສຸກເສີນ Covid-19

08/04/2020

ຊ່ວງໄລຍະເວລາພາວະສຸກເສີນການລະບາດຂອງພະຍາດໂຄວິດ ບັນດາພະນັກງານທີ່ເຮັດວຽກຮ່ວມກັບອົງການອາຫານ ແລະ ການກະເສດ FAO (ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານໃນ ສປປ ລາວ) ແມ່ນໄດ້ສືບຕໍ່ເຮັດວຽກຢູ່ກັບບ້ານເຮືອນຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນໃນຊ່ວງລະດູການຜະລິດທີ່ຈະມາເຖິງນີ້. ຄອມພິວເຕີໂນດບຸກໄດ້ສະໜອງໃຫ້ກັບພະນັກງານແຕ່ລະທ່ານພ້ອມດ້ວຍເຊື່ອມຕໍ່ສັນຍານອິນຕາເນັດເຊິ່ງເຮັດໃຫ້ສາມາດເຮັດວຽກທາງໄກໄດ້. ການປະຊຸມກັນພາຍໃນກະຊວງໄດ້ຈັດຂື້ນເປັນປະຈຳໂດຍນຳໃຊ້ໂປແກຣມ Skype, Zoom ຫລື Facebook.  ການຕິດຕໍ່ສື່ສານພາຍໃນທີມງານດຽວກັນແມ່ນໄດ້ນຳໃຊ້ ກຸ່ມ WhatsApp. ສິ່ງສຳຄັນ ຄືການເຝິກອົບຮົມກ່ຽວກັບພາບຈຳລອງຂັ້ນສູງທີ່ຈັດຂື້ນໂດຍທີ່ປຶກສາສາກົນກໍ່ໄດ້ໃຊ້ຮູບແບບໂປແກຣມ Zoom ຫລື Skype. ນີ້ແມ່ນເປັນປັດໃຈສຳຄັນທີ່ຈະຕ້ອງໄດ້ດຳເນີນຕໍ່ໄປອັນຍາວນານໃຫ້ກັບພະນັກງານລັດເພື່ອຊ່ວຍໃຫ້ກາຍເປັນຜູ້ມີຄວາມຊ່ຽວຊານຂັ້ນສູງດ້ານ ອຸຕຸກະເສດ ແລະ ອຸຕຸນິຍົມ  ຕໍ່ໄປ.

 

ພະນັກງານອຸຕຸນິຍົມ ແລະ ອຸທົກກະສາດແມ່ນໄດ້ຮັບການແນະນຳໃນການສານຕໍ່ສ້າງຂໍ້ມູນພູມອາກາດປະຈຳອາທິດ ຂໍ້ມູນ (LaCSA)  ພ້ອມນີ້ຍັງໄດ້ອັບເດດລົງໃນເວບໄຊພະຍາກອນອາກາດລະດູການປະຈຳຫົກເດືອນຕໍ່ຫນ້າ.   

 

ຫນ້າເຟສບຸກຂອງແຂວງ https://www.facebook.com/samisdmh, ຂໍ້ມູນເລົ່ານີ້ແມ່ນມີຄວາມສຳຄັນຫລາຍ ສຳລັບການວາງແຜນຜະລິດເຂົ້ານາປີ ຂອງກະຊວງກະສິກຳ ແລະ ປ່າໄມ້. ພ້ອມດຽວກັນນີ້້ ການປະກາດຂ່າວພະຍາກອນອາກາດ ແມ່ນຍັງມີຄວາມສຳຄັນເຊັ່ນດຽວກັນ ສຳລັບຊາວກະສິກອນເພື່ອຊ່ວຍເຮັດໃຫ້ເຂົາເຈົ້າເລີ່ມກຽມແຜນນຳໃຊ້ແນວພັນດີທີ່ສຸດສຳລັບລະດູການຫນ້າ ໂດຍໃສ່ເງື່ອນໄຂສະພາບອາກາດທີ່ໄດ້ແຈ້ງການໄປ. ຂໍ້ມູນ LaCSA ສະບັບປັບປຸງໃຫມ່ ປະກອບດ້ວຍໂສມຫນ້າອັນທັນສະໃຫມ ພ້ອມດ້ວຍເປີດໂອກາດໃຫ້ຊາວກະສິກອນສະແດງຄຳຄິດເຫັນຜ່ານອອນລາຍເຊິ່ງຈະມີຂື້ນໃນທ້າຍເດືອນພຶດສະພານີ້.​

 

 

ປະຈຸບັນນີ້, ພະນັກງານຈາກກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ກຳລັງຂຸ້ນຂ້ຽວເປັນເປັນພິເສດ ໃນການສ້າງແຜນທີ່ການຜະລິດກະສິກຳ ທີ່ໃຫ້ສະໜັບສະໜູນໂດຍ ໂຄງການ SAMIS ທີ່ໄປຈະຊ່ວຍເຮັດໃຫ້ຊາວກະສິກອນລາວ ມີສະມັດຕະພາບໃນການຜະລິດໄດ້ຫລາຍຂື້ນກ່ວາເກົ່າ. ພ້ອມດຽວກັນນີ້, ການພັດທະນາແຜນທີ່່ຄວາມສ່ຽງດ້ານສະພາບອາກາດແບບມີສ່ວນຮ່ວມ ແລະ ແຜນທີ່ປະກອບອາຊີບຊາວກະສິກອນ ຍັງຈະຕ້ອງເອົາໃຈໃສ່ເຊ່ັນດຽວກັນ

 

ແຜນທີ່ພູມອາກາດ ແລະ ແຜນທີ່ປະກອບອາຊີບ ທີ່ກຳລັງໄດ້ຮັບການພັດທະນາປະຈຸບັນນີ້ ທັງໝົດແມ່ນໄດ້ມາຈາກການປະກອບສ່ວນມາຈາກທ້ອງຖິ່ນລະຫວ່າງການປະຊຸມເມື່ອເດືອນກຸມພາຜ່ານມາ ໂດຍການຮ່ວມມືຈາກ ອົງ CIAT (ສູນກາງກະສິກຳເຂດຮ້ອນນາໆຊາດ), ການນຳໃຊ້ເຕັກໂນໂລດິຈິຕອນເພື່ອເພີ່ມການຜະລິດແຜ່ນກຳລັງໄດ້ຮັບການສະຫລຸບຕອນນີ້.​

 

ສອງຂະແໜງການດັ່ງກ່າວນີ້ ແມ່ນກຳລັງສຸມໃສ່ຫນ້າວຽກອັນສຳຄັນຄືການກະກຽມສ້າງແຜນທີ່ພູມອາກາດຄັ້ງທຳອິດໃນ ສປປລາວ ເຊິ່ງກົມອຸຕຸນິຍົມ ແລະ ອຸທົກະສາດ ປະຈຸບັນນີ້ແມ່ນກະກຽມສະຫລຸບຊຸດຂໍ້ມູນສັງເກດການພູມອາກາດທັງໝົດ ເຊິ່ງຂໍ້ມູນດັ່ງກ່າວນີ້ຈະໄດ້ຖືກນຳໄປໃຊ້ເປັນເຄື່ອງມືປຽບທຽບ ເຊິ່ງປະຈຸບັນນີ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກຳລັງສັງລວມຂໍ້ມູນປະຈຳວັນ ໂດຍການສະຊ່ວຍເຫລືອຈາກ ສະຖາບັນເຕັກໂນໂລຊີຂອງອາຊຽນ ປະຈຳບາງກອກປະເທດໄທ.     

 

ບັນດາກິດຈະກຳເລົ່ານີ້ມີຈຸດປະສົງເພື່ອປັບປຸງການຄ້ຳປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນ ແລະ ນຳເອົານະວັດຕະກຳໃຫມ່ໆ ມາປັບປ່ຽນຮູບແບບການຜະລິດກະສິກຳໃຫ້ມີປະສິດທິພາບເພື່ອຕອບໂຕ້ກັບການປ່ຽນແປງດິນຟ້າອາກາດ ດ້ວຍເພີ້ມສັກກະຍະພາບຂອງຊາວກະສິກອນທີ່ມີຢູ່ປະຈຸບັນໃຫ້ດີຂື້ນ ເພື່ອຕອບໂຕ້ກັບການປັບຕົວຂອງສະພາບອາກາດໃນລະດູການຜະລິດຕໍ່ໄປ.

 

ທ່າມກາງສະຖານະການສຸກເສີນຂອງການລະບາດພະຍາດໂຄວິດ, ພະນັກງານລາດຊະການທຸກຄົນແມ່ນກຳລັງຊອກຫາ ແລະ ແກ້ໄຂບັນຫາດ້ວຍຮູບການໃຫມ່ ຄືການເຮັດວຽກຜ່ານທາງໄກ  ໃຊ້ເວລາການຝຶກອົບຮົມ, ປະສົບການ ແລະ ພິຈາລະນາເອົາເຕັກນິກວິທີການເຮັດວຽກທີ່ມີລັກສະນະອິສະ ພາຍໄຕ້ສະຖານະການສຸກເສີນ ແລະ ຫຍຸ້ງຍາກ.​