ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການພະຍາກອນອາກາດ ເພື່ອຊຸກຍູ້ໃຫ້ ຊາວກະສິກອນ ທຳການຜະລິດ ຕາມລະດູການ

07/05/2020

ອຸນຫະພູມຄວາມຮ້ອນສູງເກີນຄວນ ຈະເປັນບັນຫາລະດັບຊາດ ໃນການປູກເຂົ້າ

ໃນຂອບເຂດທົ່ວປະເທດລາວ, ອາດຈະມີການສູນເສຍຜົນຜະລິດ ເປັນເພາະວ່າມາຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ. ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າ ຈະຕົກ ໃນປະລິມານປານກາງ.

ການເອົາໃຈໃສ່ໃນການບໍລິຫານຈັດການນ້ຳ ໃຫ້ພຽງພໍ ກັບພື້ນທີ່ປູກຝັງ ແມ່ນມີຄວາມສຳຄັນຫລາຍ ເພື່ອຫລີກລ້ຽງບັນຫາການຂາດແຄນນ້ຳ ໃນພາວະ ອຸນຫະພູມຄວາມຮ້ອນສູງຂື້ນ ເຊິ່ງສັງເກດເຫັນໄດ້ ຈາກຄວາມສ່ຽງຈາກແມງໄມ້ເພິ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ.

 

ການເລີ່ມຕົ້ນ ແລະ ສິ້ນສຸດ ຂອງລະດູຝົນ  ແຕກຕ່າງກັນໄປຕາມແຕ່ລະແຂວງ

 

ໄພແຫ້ງແລ້ງທີ່ມີຄວາມສ່ຽງ,​ ແຂວງ ບໍ່ແກ້ວ ແລະ ໄຊຍະບູລີ

ແຂວງບໍ່ແກ້ວ ແລະ ໄຊຍະບູລີຄາດວ່າຈະປະສົບກັບສະພາວະໄພແຫ້ງແລ້ງເຊິ່ງຈະປະກົດຂື້ນໃນລະຫວ່າງເດືອນພຶດສະພາ ເຖິງ ເດືອນກໍລະກົດ, ເນື່ອງຈາກມີອຸນຫະພູມຄວາມຮ້ອນສູງ ແລະ ມີປະລິມານຝົນຕົກນ້ອຍ ໃນສອງແຂວງດັ່ງກ່າວ.

ສະພາບຄວາມແຫ້ງແລ້ງທີ່ຄາດວ່າຈະຢູ່ແຂວງບໍ່ແກ້ວ ແລະ ໄຊຍະບູລີ ແມ່ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດເຂົ້ານາປີ ເປັນເພາະຍ້ອນວ່າການຂາດເຂີນນ້ຳ ເຊິ່ງອາດຈະສົ່ງຜົນກະທົບໂດຍກົງຕໍ່ການອອກຫນໍ່, ຈົ່ງຮວງ ແລະ ອອກດອກ. ຊາວກະສິກອນໃນແຂວງດັ່ງກ່າວຄວນຮັບຮູ້ເຖິງຄວາມສ່ຽງເລົ່ານີ້ ແລະ ໃຫ້ປະຕິບັດຕາມມາດຕະການຊົມໃຊ້ນ້ຳຢ່າງປະຢັດນໍ້າ.

ນອກຈາກສະພາບໄພແຫ້ງແລ້ງນັ້ນແລ້ວ ຍັງມີຄວາມສ່ຽງອີກປະເພດໜຶ່ງຄືສັດຕູພືດ ທີ່ກຳລັງເພິ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ ເຊັ່ນ: ພະຍາດພືດ, ເພ້ຍ, ແລະ ຫນອນເຈາະລຳຕົ້ນ.

 


 

ການກຽມຄວາມພ້ອມເພື່ອຕອບໂຕ້

ຕໍ່ກັບສະພາບການດັ່ງກ່າວ ບັນດາພະນັກງານ ຜູ້ເຮັດວຽກດ້ານພະຍາກອນ ຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ແມ່ນຍັງສືບຕໍ່ເຮັດວຽກເພື່ອໃຫ້ ບໍລິການຂໍ້ມູນພູມອາກາດສຳລັບກະສິກຳ. ໃນເດືອນ ພຶດສະພາ ເຖິງ ເດືອນກໍລະກົດ ຄືຊ່ວງໄລຍະສຳຄັນທີ່ສຸດ ສຳລັບການວາງແຜນປູກຝັງເບື້ອງຕົ້ນ ແລະ ການຄັດເລືອກແນວພັນຕ່າງໆ.

ຂໍ້ມູນພະຍາກອນອາກາດ ສຳລັບກະສິກຳດັ່ງກ່າວ ແມ່ນໄດ້ຮັບການວິເຄາະ ແລະ ວິໃຈ ໂດຍວິຊາການ ຜູ້ປະຈຳຢູ່ເຮືອນ ໃນລະຫວ່າງຢູ່ເຮືອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ  COVID-19 ໃນສປປລາວ.

ເພື່ອຫຼຸດຜ່ອນການແຜ່ລະບາດລະບາດຂອງພະຍາດໂຄວິດ 19 ແລະ ການຈຳກັດການເດີນທາງ, ແຕ່ວ່າ ບັນດາພະນັກງານປະຈຳສຳນັກງານຕ່າງໆ ແມ່ນໄດ້ສືບຕໍ່ເຮັດວຽກຢູ່ເຮືອນໃຜລາວໂດຍຜ່ານລະບົບສື່ສານທາງໄກ ຮ່ວມກັນກັບ ອົງການອາຫານ ແລະ ການກະເສດ (FAO) ໂດຍສະເພາະ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕິດຕາມຂໍ້ມູນຂ່າວສານດ້ານສະພາບອາກາດໃຫ້ແກ່ການກະເສດ, ເພື່ອເປັນສ່ວນຫນື່ງ ຝຶກຫັດເພື່ອໃຫ້ກາຍເປັນຜູ້ຊ່ຽວຊານດ້ານອຸຕຸກະເສດຂັ້ນຕໍ່ໄປ.

ການບໍລິການພະຍາກອນອາກາດ ຕາມລະດູການໃຫ້ແກ່ຊາວກະສິກອນ ໃນໄລຍະ 6 ເດືອນຕໍ່ໜ້ານີ້  ກໍ່ຍ້ອນມາຈາກຄວາມພະຍາຍາມແບບມີສ່ວນຮ່ວມຈາກຫລາຍຝ່າຍ ຄື ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ (DALAM) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ ແຫ່ງຊາດ (NAFRI).    

ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ ໄດ້ສ້າງຖານຂໍ້ມູນປະຕິບັດການກ່ຽວກັບດິນ ແລະ ປະຕິທິນລະດູການຜະລິດ, ພ້ອມດຽວກັນນີ້ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ກໍ່ໄດ້ຜະລິດ ປະຕິທິນແນະນຳຕາມລະດູການປູກ ໂດຍການສ້າງແບບຈຳລອງນ້ຳ ແລະ ດິນ. ແຫຼ່ງຂໍ້ມູນທັງສອງຢ່າງກໍ່ໄດ້ຖືກສັງລວມເຂົ້າດ້ວຍກັນ ເພື່ອຜະລິດແຈ້ງຂ່າວພະຍາກອນອາກາດຕາມລະດູ ໃຫ້ແກ່ ຊາວກະສິກອນເຊິ່ງມີຢູ່ປະຈຳແຕ່ລະແຂວງ.

ແຈ້ງຂ່າວພະຍາກອນອາກາດຕາມລະດູ ໃຫ້ແກ່ ຊາວກະສິກອນເຊິ່ງມີຢູ່ປະຈຳແຕ່ລະແຂວງສາມາດຄົ້ນຫາໄດ້ຈາກ Facebook page https://www.facebook.com/samisdmh.

ຂັ້ນຕອນຕໍ່ໄປ

ຄວາມພະຍາຍາມດ່ັງກ່າວກໍ່ເພື່ອປັບປຸງນະວັດຕະກຳການຜະລິດແບບໃຫມ່ໃຫ້ແກ່ຊາວກະສິກອນ ເພື່ອຄຳ້ປະກັນສະບຽງອາຫານ, ປ່ຽນແປງວິທີການປູກ ເພື່ອຕອບໂຕ້ກັບການປ່ຽນແປງຂອງດິນຟ້າອາກາດ, ແລະ  ເພີ່ມທະວີຄວາມອາດສາມາດ ຂອງຊາວກະສິກອນທີ່ມີຢູ່ແລ້ວ ໃຫ້ມີການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ວາງເງື່ອນໄຂຖືກຕ້ອງໃນການຜະລິດໃນລະດູການຕໍ່ໄປ. ການບໍລິການອາກາດສຳລັບກະສິກຳ  ຂໍ້ມູນ(LaCSA)ສະບັບປັບປຸງໃຫມ່ ມີຄຸນລັກສະນະທີ່ກ້າວໜ້າ ແລະ ໂດຍເດັ່ນ ຄາດວ່າຈະເປີດບໍລິການທາງອອນລາຍໃຫ້ກັບຊາວກະສິກອນ ໃນທ້າຍເດືອນພຶດສະພາ ປີ 2020 ນີ້

ຂໍ້ເພີ້ມຕື່ມກ່ຽວກັບໂຄງການ  SAMIS http://www.fao.org/in-action/samis/en/. ຂໍ້ມູນ  LaCSA URL ແບບຊົ່ວຄາວແມ່ນhttp://147.46.250.219:8081/.