ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ຜູ້ຊ່ຽວຊານດ້ານກະສິກຳ ສ້າງແບບຈຳລອງ ການປ່ຽນແປງດິນຟ້າອາກາດ ສະຫນອງໃຫ້ຊາວກະສິກອນ

27/05/2020

ທີມງາມ ຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM)  ປະກອບດ້ວຍຫນ່ວຍງານຕ່າງໆ ອ້ອມຂ້າງຂອງລັດ ທີ່ມາຈາກສູນກາງ

 

ບັນດາອົງການຈັດຕັ້ງຕ່າງໆ ທີ່ເຮັດວຽກກ່ຽວກັບການປ່ຽນແປງດິນໄຟ້າອາກາດ ໂດຍຜ່ານໂຄງການຕ່າງໆ ເປັນຕົ້ນວ່າ ອົງການ FAO GEF (ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ ແລະ ອົງການກອງທຶນໂລກເພື່ອພັດທະນາສິ່ງແວດລ້ອມ) ກໍ່ຄື “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການຕິດຕາມຂໍ້ມູນຂ່າວສານ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ”. ບັນດາພະນັກງານຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ໄດ້ເຕົ້າໂຮມກັນມື້ນີ້ເພື່ອ ຖອດຖອນບົດຮຽນກ່ຽວກັບສະຖານະພາບຂອງກິດຈະກຳ ທີ່ເຊື່ອມໂຍງກັບການສຶກສາຄົ້ນຄວ້າການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກຳໃນ ສປປ ລາວ. 

ພາຍໄຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ນິວົງ ສີປະເສີດ, ຫົວຫນ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ ວຽງໄຊ ມະນີວົງ ຮອງຫົວຫນ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ ທັງເປັນຜູ້ຊີ້ນຳ ໂຄງການ SAMIS ຂັ້ນສູນກາງ.  ນອກຈາກນີ້, ຍັງມີຜູ້ເຂົ້າຮ່ວມຈາກຫລາຍຂະແໜງການທີ່ສຳຄັນຄື ດຣ. ຖາວອນ ອິນທິວົງ ຈາກ NAFRI ແລະ ຜູ້ຊ່ຽວຊານດ້ານກະສິກຳຫລາຍທ່ານຈາກອົງການ FAO  ຄື ດຣ ໂມນິກາ ປາທຣິ, ຜູ້ປະສານງານໂຄງການ SAMIS

 

ຈຸດປະສົງໂດຍລວມຂອງການປະຊຸມກໍ່ຄືນຳສະເໜີ ໝາກຜົນຕົ້ນຕໍທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດກິດຈະກຳທີ່ໄດ້ຮັບການຈັດຕັ້ງປະຕິບັດ ໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຊິ່ງນອນຢູ່ໃນແຜນແມ່ບົດຂອງໂຄງການ SAMIS  ເປັນຕົ້ນວ່າ ກິດຈະກຳ ບໍລິການພະຍາກອນອາກາດສຳລັບກະສິກຳ  (LaCSA). ກິດຈະກຳນີ້ແມ່ນເຄື່ອງມືອັນພົ້ນເດັ່ນທີ່ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ເຊິ່່ງສາມາດຕິດຕາມຮັບຊົມໄດ້ຈາກຫນ້າເຟດ: https://www.facebook.com/samisdmh, ໃນນີ້ປະກອບມີຂໍ້ມູນ ຕ່າງໆທີ່ໄດ້ບັນທຶກເຂົ້າໃນລະບົບໂດຍກະຊວງກະສິກຳ ແລະ ປ່າໄມ້.  ພ້ອມດຽວກັນນີ້ກໍ່ຍັງມີຂໍ້ມູນ ປະຕິທິນການຜະລິດແບບໝູນວຽນ ແລະ ແຜນທີ່ດິນກະສິກຳ ທີ່ໄດ້ບັນຈຸໄວ້ໂດຍກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ. ພ້ອມດຽວກັນນີ້ ຍັງມີຂໍ້ມູນ ບໍລິການພະຍາກອນອາກາດ ລັກຊາ  (LaCSA), ຂໍ້ມູນຈາກ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ (NAFRI) ເຊັ່ນວ່າ ຂໍ້ມູນແບບຈຳລອງນ້ຳໃນດິນ ແລະ ບົດແນະນຳເຕັກນິກການຜະລິດ, ປະຕິທິນການປູກແບບທັນສະໃຫມ. ນອກນີ້ຍັງມີຂໍ້ມູນ ການຕິດຕາມກວດກາເບິ່ງ ການລະບາດຂອງພະຍາດ ແລະ ແມງໄມ້ ສັດຕູພືດຕ່າງໆ ເຊິ່ງສະໜອງໂດຍ ສູນປ້ອງກັນພືດ (PPC).

 

 

ຄຽງຄູ່ກັນນີ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຍັງໄດ້ພັດທະນາລະບົບ ຂໍ້ມູນຂ່າວສານການຄຸ້ມຄອງຊັບພະຍາກອນທີ່ດິນ (LRIMS), ເຊິ່ງເປັນລະບົບຖານຂໍ້ມູນທາງພູມສາດທາງອິນເຕີເນັດທີ່ສາມາດນຳໃຊ້ໄດ້ເພື່ອແນໃສ່ເກັບຮັກສາຂໍ້ມູນການປ່ຽນແປງດິນຟ້າອາກາດ, ຊັບພະຍາກອນທຳມະຊາດ ແລະ ທີ່ດິນກະສິກຳ ທັງໝົດໃນຂົງເຂດທົ່ວປະເທດ. ຈຸດປະສົງໂດຍລວມແມ່ນເພື່ອກຳນົດແບບຈຳລອງທີ່ດິນກະສິກຳໃນອະນາຄົດ.

 

ລະບົບດັ່ງກ່າວ ຈະເປັນເຄື່ອງມືອັນກ້າວຫນ້າເພື່ອໄປສະໜອງ ໃຫ້ແກ່ສ້າງນະໂຍບາຍທີ່ຕິດພັນກັບ ການວາງແຜນໃນການຄຸ້ມຄອງແລະ ພັດທະນາທີ່ດິນກະສິກຳ. ຕາມເນື້ອໃນຈິດໃຈໂດຍແທ້ ຂອງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແມ່ນກຳລັງສ້າງແຜນທີ່ພູມສາດ GIS ທີ່ມີລັກສະນະທັນສະໃຫມ ເຊັ່ນວ່າ ແຜນທີ່ປົກຫຸ້ມເຂດກະສິກຳ, ປະຕິທິນການຜະລິດໃນເມືອງ ແລະ ແຜນທີ່ປະກອບອາຊີບ.ແຜນທີ່ປະກອບອາຊີບ ແມ່ນກຳລັງຖືກສ້າງຂື້ນໂດຍການຮ່ວມມືຈາກສູນຄົ້ນຄວ້າກະສິກຳເຂດຮ້ອນຂອງຊີ ປະຈຳ ຮ່ານ່ອຍ (Hanoi).  ປະຈຸບັນນີ້  ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮ່ວມມືກັບ ກົມອຸຕຸນິຍົມ ແລະ  ສະຖານບັນ AIT ປະຈຳບາງກອງປະເທດໄທ ເພື່ອພັດທະນາ ແບບຈຳລອງ ຂໍ້ມູນສະພາບອາກາດໃນອາດີດ ແລະ ຂໍ້ມູນສະພາບພູມອາກາດໃນອະນາຄົດຂອງ ສປປລາວ ໃນສັດສ່ວນ 5km  ພາຍໃນ 30 ປີຄືນຫລັງ ແຕ່ປີ 1990 ຈົນເຖິງປະຈຸບັນ.  ສະພາບຂໍ້ມູນພູມອາກາດອະນາຄົດໄລຍະ 20 - 50 ປີ ແຕ່ປະຈຸບັນເປັນຕົ້ນໄປ ກໍ່ໄດ້ຮັບການພັດທະນາຂື້ນມາໃຫມ່ເຊັ່ນດຽວກັນ.  ແຜນທີ່ພູມອາກາດແບບຈຳລອງ ຈະຖືກ ສ້າງຂື້ນໃນທ້າຍປີ 2020 ແລະ ຄາດວ່າຈະຖືກ ເກັບມ້ຽນໄວ້ໃນຖານຂໍ້ມູນແຜນທີ່ ພູມອາກາດ Atlas ຂອງ ສປປລາວ. ຜ່ານການປະຊຸມສຶກສາຄົ້ນຄວ້າຄັ້ງນີ້, ບັນດາບຸກຄະລາກອນພະນັກງານຂອງກົມຄຸ້ມຄອງ ແລະ ພັດທະນາທີ່ ກະສິກຳ ຈະກາຍເປັນຜູ້ມີຄວາມຊຳນິຊຳນານເພື່ອປະກອບສ່ວນທຸກວຽກງານໃນລະດັບຊາດ. ຄຽງຄູ່ກັນນີ້ ບົດລາຍງານການປ່ຽນແປງດິນຟ້າກາດ ດັ່ງກ່າວ ຍັງຈະໄດ້ນຳໄປສົນທະນາຮ່ວມ ກັບບັນດາຫລາຍໆກະຊວງທີ່ກ່ຽວຂ້ອງ ເຊັ່ນ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງສະຫວັດດີການສັງຄົມຕໍ່ໄປ.