ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານ

30/11/1999

ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ.

ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ ແລະ ສາທິດໃຫ້ແກ່ຜູ້ປະກາດຂ່າວໂຮງຮຽນຊາວກະສິກອນ ກ່ຽວກັບການອອກອາກາດ ໂດຍຜ່ານເຄື່ອງກະຈ່າຍສຽງໂທລະໂຄ່ງຂອງບ້ານ.

ທີມງານສູນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ  (NAFRI) ແມ່ນໄດ້ຮັບການຍ້ອງຍໍຊົມເຊີຍ ຈາກບັນດາຜູ້ເຂົ້າຮ່ວມ, ຍ້ອນຄວາມຊ່ຽວຊານ ແລະ ແນວຄິດລິເລີ່ມໃໝ່ໆ ໃນການກຳນົດວິທີ ໃຫ້ແກ່ການຝຶກອົບຮົມຄັ້ງນີ້. ພວກເຂົາຍັງປະກອບຂໍ້ມູນທີ່ຈຳເປັນ ໃນການສ້າງແບບຈຳລອງໃຫ້ມີຄວາມສັບຊ້ອນຂຶ້ນ ເປັນຕົ້ນແມ່ນ ປະຕິທິນການເຕີບໂຕຂອງການປູກພືດ ແລະ ຄວາມລຳ້ໜ້າ ຂອງສະຖາບັນຝຶກອົບຮົມຂອງໂຮງຮຽນຊາວນາ (FFS) ທີ່ເອົາໃຈໃສ່ໃນການປັບຕົວຕໍ່ສະພາບດິນຟ້າອາກາດ. ການພັດທະນານີ້ ແມ່ນຍົກໃຫ້ເຫັນເຖິງ ການມີວິໄສທັດໃໝ່ ເຊິ່ງສາມາດປະຕິບັດໄດ້ໃນພາກສະໜາມ ແລະ ສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ຊາວກະສິກອນລາວ ໃນເວລາທີ່ປະເຊີນກັບການປ່ຽນແປງສະພາບດິນຟ້າອາກາດ.