ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ຝຶກອົບຮົມນຳໃຊ້ວິໃສທັດເພື່ອແນະນຳດ້ານການວາງນະໂຍບາຍ

18/12/2020

ເມື່ອກ່າວເຖິງສະຖານະພາບດິນຟ້າອາກາດໃນອະນາຄົດ ແລະ ສິ່ງທີ່ພົວພັນເຖິງຜົນກະທົບສຳລັບການປູກຝັງ. ໃນປະຈຸບັນມັນຊ່ວຍເຮັດໃຫ້ ຊາວກະສິກອນ ແລະ ບັນດາຜູ້ຊ່ຽວຊານໃນທົ່ວປະເທດ ມີຂໍ້ມູນຄົບຖ້ວນດີກ່ວາເກົ່າ ຂໍສະແດງຄວາມຂອບໃຈມາຍັງ ກົມຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS)

ຈຸດປະສົງຫລັກຂອງການຝຶກອົບຮົມແມ່ນເພື່ອແລກປ່ຽນປະສົບການກ່ຽວກັບການສ້າງເຕັກນິກແລະວາງນະໂຍບາຍຕ່າງໆ ເຊິ່ງພະແນກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM), ກະຊວງກະສິກຳ ແລະ ປ່າໄມ້ໄດ້ເປັນເຈົ້າພາບຈັດຊຸດຝຶກອົບຮົມນີ້ຂື້ນເມື່ອເດືອນພະຈິກ ຫາ ເດືອນທັນວາປີ 2020, ລວມເວລາທັງໝົດ 18 ຊົ່ວໂມງ.   ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມຈາກຫລາຍຂະແໜງການ ເຊັ່ນ ພະແນກແຜນການ ແລະ ການເງິນ, ກົມນະໂຍບາຍ ແລະ ນິຕິກຳ ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ເຊິ່ງຂື້ນກັບກະຊວງກະສິກຳ ແລະ ປ່າໄມ້. ພ້ອມດຽວກັນນີ້ ຍັງມີຜູ້ເຂ້ົາຮ່ວມທີ່ມາຈາກ ສະຖາບັນຄົ້ນຄວ້າ ສະຖິຕິຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງຂື້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ທີມງານຄູຝຶກອົບຮົມແມ່ນມາຈາກມະຫາວິທະຍາໄລ ອຸເຕັກ (Utrecht) ປະເທດ Netherland ໂດຍສົມທົບກັບໂຄງການຄົ້ນຄ້ວາການປ່ຽນແປງດິນຟ້າອາກາດແລະຄວາມປອດໄພດ້ານສະບຽງອາຫານ (CCAFS) ຂອງສູນຄົ້ນຄວ້າກະສິກຳສາກົນ (GCIAR).

ຈຸດປະສົງຂອງການຝຶກອົບຮົມແມ່ນແນໃສຊ່ວຍໃຫ້ບັນດາຜູ້ວາງນະໂຍບາຍດ້ວຍການເພິີ້ມຂີດຄວາມສາມາດໃນການເບິ່ງກວ້າງເຫັນໄກ ແລະ ຈິນຕະນາການລ່ວງຫນ້າ ພ້ອມທັງວິເຄາະວິໃຈກ່ຽວກັບສະພາບດິນຟ້າອາກາດໃນອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃນການວາງແຜນເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ເພາະເນື່ອງຈາກວ່າໃນໂລກປັດຈຸບັນຂອງພວກເຮົາແມ່ນມີຄວາມບໍ່ແນ່ນອນຫຼາຍແບບທັບຊ້ອນທີ່ພົວພັນກັບການປ່ຽນແປງດິນຟ້າອາກາດ. ວິທີການແບບຈຳລອງດິນຟ້າອາກາດຕ່າງປະເທດເຊິ່ງນຳໃຊ້ຂໍ້ມູນຈຳນວນມະຫາສານເຂົ້າໃນການສ້າງແຜນທີ່ຈຳລອງພູມອາກາດໃຫ້ແກ່ ສປປລາວ ເຊິ່ງມັນເປັນວິທີການໃໝ່ ແລະ ທັນສະໄໝເພື່ອກຽມພ້ອມໃນການຮັບມື ກັບສິ່ງທ້າທາຍໃນປະຈຸບັນແລະໃນອະນາຄົດ ແລະ ການວາງນະໂຍບາຍ