ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ນະໂຍບາຍກ່ຽວກັບລະບົບ LaCSA ໄດ້ຮັບການປຶກສາຫາລື ຮ່ວມກັບຫລາຍໆຂະແໜງການ ໂດຍບັນດາຜູ້ຊ່ຽວຊານ ຈາກກະຊວງກະຊວງກະສິກຳ ແລະ ປ່າໄມ້

15/01/2021

ຈຸດປະສົງໂດຍລວມເພື່ອຮັບປະກັນທາງດ້ານຄຸນນະພາບ, ການຜະລິດ ແລະ ການນຳໃຊ້ຄວາມຮູ້ ຈາກລະບົບ LaCSA ໃຫ້ທົ່ວເຖິງສັງຄົມ ແມ່ນນະໂຍບາຍຫຼັກຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍສົມທົບກັບຫລາຍພາກສ່ວນ.  ກອງປະຊຸມຝຶກອົບຮົມ ຂັ້ນຕອນການປະຕິບັດງານມາດຕະຖານໃຫ້ແກ່ລະບົບ LaCSA ແມ່ນຈັດຂຶ້ນໂດຍ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຮອງນະໂຍບາຍທີ່ມີຊື່ວ່າ “ຂັ້ນຕອນການປະຕິບັດງານມາດຕະຖານ ອຸຕຸກະເສດ” ທີ່ໄດ້ສະແດງໃຫ້ເຫັນເຖິງ ຄວາມຢືນຍົງໃນໄລຍະຍາວ ຂອງລະບົບ LaCSA. ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບມີສອງລະດັບ, ການສືບຕໍ່ສ້າງຂໍ້ມູນ ລະບົບ LaCSA ແລະ ການແບ່ງປັນຂໍ້ມູນຂອງລະບົບ LaCSA ກັບທ້ອງຖິ່ນ.  ຈຸດປະສົງທີສອງ ແມ່ນເພື່ອເພີ່ມທະວີ ແລະ ສ້າງຄວາມເຂັ້ມແຂງການຮ່ວມມື ລະຫວ່າງ ບັນດາກະຊວງທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ການນຳໃຊ້ເຄື່ອງມືຕ່າງໆ. ແຕ່ໃນຄວາມເປັນຈິງແລ້ວ, ແມ່ນເພື່ອສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ໜ່ວຍງານອື່ນໆ ແມ່ນຖືວ່າເປັນໜຶ່ງໃນເປົ້າໝາຍຫຼັກຂອງລະບົບ LaCSA.

ກອງຝຶກອົບຮົມຄັ້ງນີ້ ມີບັນດາຜູ້ຊ່ຽວຊານ ຈາກກະຊວງກະສິກຳ ແລະ ປ່າໄມ້ (MAF), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE), ວິທະຍຸກະຈາຍສຽງແຫ່ງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຊຶ່ງມີການເຊື້ອເຊີນຜູ້ເຂົ້າຮ່ວມຈາກ ຫ້ອງການປົກຄອງແຂວງ ແລະ ພະນັກງານຂັ້ນເມືອງ ຈາກແຂວງຫຼວງນຳ້ທາ ແລະ ບໍລິຄຳໄຊ. ການເຕົ້າໂຮມຂອງບັນດາຜູ້ຊ່ຽວຊານຕ່າງໆໃນລາວ ເພື່ອເພີ່ມໂອກາດໃຫ້ແກ່ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະ ມີສ່ວນຮ່ວມ ກັບວິທີການໃໝ່ໆ, ຮັບຟັງຂໍ້ມູນທີ່ເປັນປະໂຫຍດ ແລະ ເຕັກນິກທີ່ທັນສະໄໝ.