ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ລົງຢ້ຽມຢາມພາກສະໜາມ ເພື່ອປັບປຸງການນຳໃຊ້ LaCSA ຢູ່ແຂວງຫຼວງນຳ້ທາ

02/10/2020

ຄະນະທີມງານໂຄງການໄດ້ລົງຢ້ຽມຢາມ ໂຮງຮຽນຊາວນາ (FFS) ໂດຍສະເພາະບັນດາເປັນບ້ານທີ່ເປັນສະມາຊິກ ຂອງໂຮງຮຽນຊາວປະກອບມີບ້ານ ປາຕອຍ ແລະ ບ້ານນຳ້ທູ້ງ,  ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (DAFO) ໄດ້ປຶກສາຫາລືກັນກ່ຽວກັບກິດຈະກຳ ແລະ ຝຶກອົບຮົມວິທີອ່ານຂ່າວອຸຕຸກະເສດໃຫ້ແກ່ຫົວໜ້າກຸ່ມຊາວກະສິກອນ ໃຫ້ການຝຶກອົບຮົມໂດຍ ທ່ານ ປອງໄຕ ຈະເລີນສຸກເຊິ່ງເປັນຜູ້ປະກາດຂ່າວວິທະຍຸກະຈາຍສຽງແຫ່ງຊາດໂດຍຜ່ານເຄື່ອງກະຈ່າຍສຽງໂທລະໂຄ່ງ, ທີມງານໄດ້ເຮັດວຽກຮ່ວມກັບ ນາຍບ້ານ ແລະ ຫົວໜ້າກຸ່ມຊາວກະສິກອນ ປະຈຳຢູ່ທີ່ ບ້ານ ປຸງ ແລະ ບ້ານ ໃໝ່ ທີ່ພົວພັນກັບການນຳໃຊ້ລະບົບ LaCSA ໃໝ່ ແລະ ຝຶກອົບຮົມໃຫ້ຫົວໜ້າກຸ່ມຊາວກະສິກອນ ໃນການອ່ານຂ່າວສານອຸຕຸກະເສດປະຈຳອາທິດ ໂດຍຜ່ານຜູ້ປະກາດຂ່າວ ຈາກວິທະຍຸກະຈາຍສຽງແຫ່ງຊາດ ທີ່ອອກຂ່າວຈາກເຄື່ອງໂທລະໂຄ່ງ.

ທ່ານ ໂອລົດ ແສງຕາເຮືອງຮຸ່ງ, ນັກກະເສດສາດຂອງໂຄງການ SAMIS ຜູ້ທີ່ລົງເຮັດວຽກພາກສະໜາມເປັນປະຈຳ, ໄດ້ສັງເກດເຫັນວ່າ ລະບົບ LaCSA ແມ່ນໄດ້ຊ່ວຍຊາວກະສິກອນ ໃນການບໍລິຫານຈັດການ ແລະ ເພີ່ມສະມັດຕະພາບຄວາມທົນທານຂອງເຄື່ອງປູກຂອງຝັງທົບຕໍ່ກັບສະພາບດິນຟ້າອາກາດ. ທ່ານ ດຣ Monica Petri, ຜູ້ປະສານງານຂອງ SAMIS ແລະ ທ່ານ ອາໂນລາດ ຈັນທະວົງສາ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ມີຄວາມປິຕິຊົມຊື່ນຕໍ່ໝາກຜົນສຳເລັດຂອງໂຄງການນີ້.