ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການຊົມເຊີຍການອອກອາກາດ ຄັ້ງທຳອິດ ກ່ຽວກັບອຸຕຸກະເສດ

26/10/2020

ຈາກນີ້ໄປ, ຊ່ອງຂ່າວໂທລະພາບແຫ່ງຊາດລາວຈະໄດ້ອອກອາກາດກ່ຽວກັບລະບົບ LaCSA ເປັນປະຈຳ ເຊິ່ງມີການອອກອາກາດໃນທຸກໆວັນຈັນ ເວລາ 18.00 ໂມງໂດຍມີພະແນກພະຍາກອນອາກາດເປັນຜູ້ຮັບຜິດຊອບໃນການປະກາດຂ່າວອອກອາກາດ ເຊິ່ງປະກອບມີຂໍ້ມູນການຄະເນອາກາດຕາມລະດູການ ຫລື ຂ່າວປະຈຳອາທິດໂດຍອີງໃສ່ບັນດາຂໍ້ມູນທີ່ມີຢູ່  ມະຕິທີ່ເປັນເອກະພາບກັນໃນການອອກອາກາດຄັ້ງນີ້ກໍ່ຍ້ອນວ່າ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ເປັນຜູ້ຮຽກຮ້ອງໃຫ້ອອກອາກາດ.

ພະນັກງານກົມອຸຕຸເປັນຜູ້ກະກຽມຂ່າວອຸຕຸກະເສດເປັນປະຈຳທຸກວັນໂດຍຜ່ານຫ້ອງສະຕຸດິໂອຂອງກົມອຸຕຸແລ້ວສົ່ງຕໍ່ໃຫ້ສະຖານີໂທພາບແຫ່ງຊາດລາວເປັນຜູ້ອອກຂ່າວຕໍ່ໄປ.

 

ທຸກໆເຊົ້າວັນຈັນ, ພະແນກພູມອາກາດຈະສົ່ງບົດຂ່າວອຸຕຸກະເສດໄປຍັງພະແນກພະຍາກອນອາກາດ ໂດຍພະແນກພະຍາກອນອາກາດຈະເປັນຜູ້ກະກຽມອອກອາກາດຜ່ານທາງໂທລະພາບຕໍ່ໄປ.

 

ໂຄງການ SAMIS ຍັງຈະດຳເນີນສືບຕໍ່ຝຶກອົບຮົມສ້າງຄວາມເຂັ້ມແຂງແບບຫລາກຫລາຍໃຫ້ແກ່ ພະແນກພະຍາກອນອາກາດເພື່ອຊ່ວຍພັດທະນາຊ່ອງຂ່າວອຸຕຸກະເສດຢ່າງເປັນປົກກະຕິ.