ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ຈາກສະຖານີວັດແທກອາກາດຕາມຈຸດຕ່າງໆສູ່ບົດເລື່ອງແຫ່ງຊາດ

29/01/2021

ເມື່ອຄັ້ງວັນທີ 29 ມັງກອນຜ່ານມາເຊິ່່ງເປັນວັນເປີດຊຸດຝຶກອົບຮົມຕາມຫົວບົດ "Atlas Climate Atlas R " ໂດຍຜ່ານລະບົບປະຊຸມທາງໄກ.  ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງປະກອບມີ ພະແນກພູມອາກາດ, ກົມ ອຸຕຸນິຍົມ ແລະ ອຸທົກກະສາດ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ຊຸດຝຶກອົບຮົມຜ່ານລະບົບທາງໄກດັ່ງກ່າວແມ່ນໄດ້ຮັບການຈັດຂື້ນໂດຍ Dr Kim Kwang Hyung ເຊິ່ງເປັນນັກຊ່ຽວຊານສະເພາະລະບົບລັກຊາ (LaCSA).

ປະຫວັດການຝຶກອົບຮົມແມ່ນມີແຕ່ຍາວນານ ໃນເບື້ອງຕົ້ນ ກົມອຸຕຸ ນິຍົມ ແລະ ອຸທົກກະສາດໄດ້ສຶກສາຄົ້ນຄວ້າເປັນເວລາຫລາຍເດືອນ ເພື່ອສັງລວມເຮັດໃຫ້ຂໍ້ມູນກາຍເປັນຂໍ້ມູນດິຈິຕອນ ດ້ວຍວິທີການປະເມີນຄຸນນະພາບຂອງຂໍ້ມູນ ເຊິ່ງສົ່ງຜົນເຮັດໄຫ້ສາມາດສ້າງຖານຂໍ້ມູນ ລະບົບລັກຊາໄດ້ (LaCSA). ລະບົບຖານຂໍ້ມູນ LaCSA ໄດ້ຮັບການປັບປຸງດ້ານສັກກະຍະພາບ ແລະ ຄວາມຫນ້າເຊື່ອຖື ໃຫ້ແກ່ກົມອຸຕຸນິຍົມ ແລະ ອຸທົກກະສາດເຊັ່ນດຽວກັນກັບປະເທດລາວ ແລະ ໃນທົ່ວໂລກ.   ຕໍ່ໄປ, ຂໍ້ມູນຕ້ອງໄດ້ຫັນປ່ຽນຈາກເຄື່ອງໝາຍຕ່າງໆກາຍມາເປັນແຜນທີ່  ເຊິ່ງລະບົບປະຕິບັດການດັ່ງກ່າວມັນແມ່ນຂະບວນການ ແລະ ຂັ້ນຕອນອັນຍາວນານເຊິ່ງມັນຮຽກຮ້ອງຕ້ອງການເຖິງຄວາມສາມາດທາງວິທະຍາສາດ ລວມເຖິງຄວາມອາດສາມາດສ້າງແບບຈຳລອງ GIS ອັນທັນສະໃຫມ່.  ໃນໄລຍະນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຮ້ອງຂໍຄວາມສະໜັບ ສະໜູນມາຍັງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍທັງສອງຫນ່ວຍງານໄດ້ດຳເນີນການເຮັດວຽກຮ່ວມກັນພາຍໄຕ້ການສະໜັບສະໜູນຢູ່ເບື້ອງຫລັງຂອງມະຫາໄລ ສະຖາບັນເຕັກໂນໂລຢີແຫ່ງອາຊີ (AIT). ໄລຍະທຳອິດ ແຜນທີ່ 30 ປີຄືນຫລັງໄດ້ຮັບການພັດທະນາຂື້ນ ເຊິ່ງແຜນທີ່ດັ່ງກ່າວເອີ້ນວ່າການສັງເກດການດ້ານສະພາບອາກາດລັກສະນະເຄື່ອນໄຫວ   ໃນໄລຍະທີສອງ ເຊິ່ງເປັນຂັ້ນຕອນຫາກໍ່ໄດ້ລິເລີ່ມ ເຊິ່ງມັນມີຄວາມສຳຄັນຈຳເປັນທີ່ຈະຕ້ອງພັດທະນາແບບຈຳລອງດິນຟ້າອາກາດ ໂດຍອີງໃສ່ຂໍ້ມູນ RCP. ເຊິ່ງຂໍ້ມູນເລົ່ານີ້ແມ່ນຂໍ້ມູນແຜນທີ່ປະຈຳວັນສຳລັບແບບຈຳລອງພູມອາກາດ 60 ປີ ຂ້າງຫນ້າ. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ແມ່ນຫນ່ວຍງານຊົມໃຊ້ແຜນທີ່ດັ່ງກ່າວໂດຍກົງເຂົ້າໃນການສ້າງແບບຈຳລອງສະພາບອາກາດເຂົ້າໃນຂົງເຂດກະສິກຳໃນອະນາຄົດ ສຳລັບຂໍ້ມູນເບື້ອງຕົ້ນປະກອບເຂົ້າໃນການສ້າງແຜນທີ່ທັງໝົດເຫຼົ່ານັ້ນແມ່ນມີລັກສະນະທັບຊ້ອນ ເພາະວ່າມັນເປັນຂໍ້ມູນຊຸດທຳອິດທີ່ຖືກນຳໃຊ້ຢູ່ໃນບັນດາປະເທດອາຊີສ່ຽງໃຕ້ທີ່ສະຖານະພາບເສດຖະກິດຄ້າຍຄືກັນ.

ມາເຖິງປະຈຸບັນນີ້ມັນໄດ້ເວລາແລ້ວທີ່ຈະຕ້ອງເລີ່ມຕົ້ນແຜນງານໄລຍະຕໍ່ໄປ ເຊິ່ງໃນໄລຍະນີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ກຳລັງສຶກສາຄົ້ນຄວ້າວິທີວິເຄາະຂໍ້ມູນສະຖານີວັດແທກອາກາດ ແລະ ຮຽນຮູ້ທຸກຢ່າງທີ່ຈຳເປັນສຳລັບການກຽມພ້ອມ ການສ້າງແຜນທີ່ Atlas.

ຫາກວ່າບົດເລື່ອງໄດ້ຮັບການສ້າງຂື້ນມັນຈະເປັນຄັງສະໝອງຄວາມຮູ້ ສຳລັບທຸກຄົນ ເຊິ່ງມັນຈຳໃນການສ້າງຮູບພາບ ແລະ ຖານຂໍ້ມູນແບບງ່າຍໆ.

ກ່ຽວກັບກໍລະນີສຶກສາດັ່ງກ່າວນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບວິທີການວິເຄາະຂໍ້ມູນພູມອາກາດ ພ້ອມດຽວກັນ ຜູ້ເຂົ້າຮ່ວມກໍ່ຍັງຈະຮູ້ວິທີການຜະລິດຮູບພາບ ແລະ ແຜນທີ່ກ່ຽວກັບດິນຟ້າອາກາດ.

ແນວທາງການວິເຄາະຂັ້ນຕົ້ນຈະສືບຕໍ່ພັດທະນາບົດເລື່ອງ ຫລື ປະຫວັດ ຄວາມເປັນມາ ຫລື ການອະທິບາຍຄວາມເປັນມາກ່ຽວກັບເງື່ອນໄຂດິນຟ້າອາກາດໃນລາວ. ຄຳຖາມຄືວ່າພວກເຮົາໄດ້ຮັບຈາກສະພາບອາກາດໃນອາດີດມາເຊື່ອມໂຍງເຂົ້າສູ່ສະພາບອາກາດປະຈຸບັນໄດ້ແນວໃດ? ບັນດາຕາຕະລາງ ແລະ ເສັ້ນສະແດງພູມອາກາດແມ່ນໄດ້ຮັບການອອກແບບໂດຍໄດ້ມາຈາກສະຖານີວັດແທກອາກາດລະດັບປະເທດໂດຍຜ່ານແຜນທີ່. ແຜນທີ່ີເລົ່ານີ້ຈະຊ່ວຍເຮັດໃຫ້ການຜະລິດຂໍ້ມູນພາບປະກອບທີ່ສາມາດແນມເຫັນໄດ້ງ່າຍ ແລະ ຊ່ວຍເຮັດໃຫ້ຜູ້ມີອຳນາດຕັດສິນໃຈໄດ້ຖືກຕ້ອງ ແລະ ເຂົ້າໃຈສະພາບການປ່ຽນແປງດິນຟ້າອາກາດ.

ການລິເລີ່ມພາລະກິດດັ່ງກ່າວ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຜະລິດຂໍ້ມູນ ໃຫ້ແກ່ຊາວກະສິກອນ ເຊັ່ນດຽວກັນກັບ ການຜະລິດຂໍ້ມູນລະບົບ LaCSA ໃຫ້ແກ່ນັກການເມືອງອີກດ້ວຍ. ການຝຶກອົບຮົມແມ່ນເລີ່ມຕົ້ນຈາກບັນດາສະຖານີວັດແທກອາກາດຕາມຈຸດຕ່າງໆ ຈົນກວ່າຈະໄດ້ປະຫວັດການປ່ຽນແປງດິນຟ້າອາກາດຂອງສປປລາວ.