ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການສະແດງຜົນງານ ເນື່ອງໃນວັນດິນໂລກ

05/12/2020

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ໄດ້ຈັດງານເນື່ອງໃນວັນດິນໂລກ ກົງກັບວັນທີ 5 ທັນວາ 2020 ເທສະການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO).

ຜົນງານ ທີ່ເປັນຮູບປະທຳຂອງໂຄງການ SAMIS ໄດ້ຮັບການຈັດວາງສະແດງໄວ້ຫລາຍໆບູດ ໃນນັ້ນຍັງມີບູດວາງສະແດງຂອງອົງການຈັດຕັ້ງຕ່າງໆ ເຊັ່ນ ອົງການ FAO, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຈຸດປະສົງເພື່ອນຳສະເໜີ ລະບົບ LaCSA ອອກສູ່ສັງຄົມ.   ທ່ານຮອງລັດຖະມົນຕີ, ບຸນຂວາງ ຄຳບຸນເຮືອວ ກໍ່ໄດ້ໃຫ້ກຽດລົງຢ້ຽມຢາມງານວາງສະແດງດັ່ງກ່າວ ເຊິ່ງທ່ານຮຽນຮູ້ກ່ຽວກັບການແບ່ງເຂດນິເວດກະສິກຳ, ແບບຈຳລອງດິນຟ້າອາກາດໃນອະນາຄົດ, ແລະ ແຜນທີ່ປົກຫຸ້ມທີ່ດິນກະສິກຳ.