ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການປິດໂຄງການຂໍ້ມູນ 4 ນະໂຍບາຍ (D4P)

30/11/2020

ການສະໜອງຂໍ້ມູນ ແລະ ຫຼັກຖານ ໃນຂະແໜງກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ ແມ່ນໄດ້ເພີ່ມຂຶ້ນ. ໃນຈຸດນີ້, ຂັ້ນຕອນຕໍ່ໄປແມ່ນ ຂັ້ນຕອນການເຊື່ອມໂຍງ ການນຳໃຊ້ບັນດາຂໍ້ມູນຕ່າງໆ ແລະ ຫຼັກຖານ ທີ່ມີຢູ່ ປະກອບເຂົ້າໃສ່ໃນການວາງແຜນ ແລະ ການວາງນະໂຍບາຍ.

ໃນເຄິ່ງມື້ສຸດທ້າຍຂອງກອງປະຊຸມຝຶກອົບຮົມ ໄດ້ເຕົ້າໂຮມບັນດາພາກສ່ວນທີ່ກ່ຽວຂ້ອງຫຼັກໆ ເພື່ອສະໜອງຂໍ້ມູນແບບຕໍ່ເນື່ອງ ໂດຍຮ່ວມກັນປຶກສາຫາລືທາງດ້ານນະໂຍບາຍ, ນຳສະເໜີ ແລະ ສົນທະນາ ຄົ້ນຄວ້າຂະບວນການອື່ນໆ ຂອງໂຄງການ D4P. ກອງປະຊຸມຝຶກອົບຮົມ ໄດ້ສຶກສາຄົ້ນຄວ້າ ກ່ຽວກັບຂໍ້ມູນ ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ທີ່ສະໜັບສະໜູນ ໃນການລິເລີ່ມສົ່ງເສີມ ການສ້າງນະໂຍບາຍນີ້ ທີ່ອີງໃສ່ຫຼັກຖານຕ່າງໆທີ່ມີ ໂດຍການສ້າງຂີດຄວາມອາດສາມາດ ກ່ຽວກັບການນຳໃຊ້ຂໍ້ມູນ ສຳລັບສ້າງນະໂຍບາຍນີ້ ຮ່ວມກັບ ກົມນະໂຍບາຍ ແລະ ນິຕິກຳ (DoPLA) ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALaM).

ໂດຍສະເພາະ, ໃນການຮ່ວມມື ແລະ ຮ່ວມທຶນ ກັບ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS), ຂໍ້ມູນສຳລັບ ໂຄງການນະໂຍບາຍນີ້ ສາມາດຊ່ວຍ ໃນການກຳນົດ ແລະ ໃຫ້ການຝຶກອົບຮົມ ກ່ຽວກັບ ບັນດາຊຸດຂໍ້ມູນທີ່ມີຢູ່ແລ້ວ ໄດ້ນຳເອົາມາໃຊ້ດຳເນີນການ ແລະ ສະໜັບສະໜູນ ການນຳໃຊ້ຂໍ້ມູນ ເຂົ້າໃນການແກ້ໄຂບັນຫາຕ່າງໆ ຂອງຂະແໜງກະສິກຳ ແລະ ເພື່ອຕິດຕໍ່ປະສານງານຢ່າງມີປະສິດທິຜົນ ຜ່ານການສະຫຼຸບນະໂຍບາຍນີ້ໂດຍຫຍໍ້. ໂຄງການ D4P ແມ່ນສາມາດຖືເປັນຜົນສຳເລັດຢ່າງໜຶ່ງ ເຊິ່ງຊ່ວຍເຮັດໃຫ້ທີມງານ SAMIS ຈັດຕັ້ງຜັນຂະຫຍາຍເຜີຍແຜ່ນຂໍ້ມູນ ດ້ານນະໂຍບາຍ ໃນເວທີສົນທະນາ.