ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ອົງການອາຫານໂລກ (WFP) ໄດ້ຮ່ວມລົງປະເມີນ ໂຮງຮຽນທີ່ນຳໃຊ້ແຜ່ນໂຄສະນາລະບົບ LaCSA.

20/11/2020

ໃນປີ 2020, ໂຄງການທົດລອງ ປະກອບມີສະມາຊິກ ຈຳນວນ 2,200 ຊຸມຊົນ, ຢູ່ເມືອງເລົາງາມ ແຂວງສາລະວັນ. ໂຄງການທົດລອງນິ້, ມີ ຄູອາຈານຈຳນວນ 20 ທ່ານ ລວມທັງ ພະນັກງານລັດຖະກອນ ແລະ ນັກຮຽນ ຈຳນວນ 400 ຄົນ ທີ່ມາຈາກບັນດາ 5 ໂຮງຮຽນເປົ້າໝາຍ ທີ່ໄດ້ນຳໃຊ້ ລະບົບ LaCSA ໂດຍຜ່ານແຜ່ນປ້າຍໂຄສະນາປະຊາສຳພັນ.

ໃນເດືອນພະຈິກ ປີ 2020 ໂຄງການ SAMIS ສົມທົບກັບ ອົງການ WFP ໄດ້ລົງຢ້ຽມຢາມບັນດາໂຮງຮຽນເປົ້າໝາຍເພື່ອປະເມີນ ຜົນໄດ້ຮັບຂອງໂຄງການການທົດລອງ. ໂດຍການນຳໃຊ້ແບບສອບຖາມ ເຊິ່ງໄດ້ພັດທະນາໂດຍອົງການ CIAT ໂດຍໄດ້ແບ່ງອອກເປັນສາມໝວດຄື:

- ການທົດສອບ ແຜນວາດຂໍ້ມູນ ຈາກຄູອາຈານ ສູ່ ເດັກນ້ອຍ;        

- ການທົດສອບ ແຜນວາດຂໍ້ມູນ ຈາກເດັກນ້ອຍ ສູ່ຄອບຄົວຂອງພວກເຂົາເຊິ່ງເປັນຊາວກະສິກອນ;     

- ການປູກຈິດສໍານຶກໃຫ້ແກ່ບັນດາຊາວຫນຸ່ມກ່ຽວກັບຂ່າວສານພະຍາກອນອາກາດ.      

ຜົນໄດ້ຮັບຈາກການທົດສອບ ຈະຖືກຈັດແຈງ ໂດຍ CIAT ແລະ ຈະຖືກນຳໃຊ້ ໂດຍ SAMIS ແລະ WFP ເພື່ອຕິດຕາມບັນດາກິດຈະກຳຕ່າງໆ.