ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ລະບົບ LaCSA ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານເມືອງ ແລະ ແຂວງ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ

24/03/2021

ການຈັດຕັ້ງຝຶກອົບຮົມໃຫ້ຄວາມຮູ້ທີ່ເປັນປະໂຫຍດກ່ຽວກັບອຸຕຸກະເສດເພື່ອໄປຜັນຂະຫຍາຍໃຫ້ແກ່ຊາວກະສິກອນທົ່ວປະເທດຖືເປັນຄວາມຮັບຜິດຊອບຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI).

 

ຈັດຕັ້ງນຳພາຝຶກອົບຮົມແນະນຳການນຳໃຊ້ຂໍ້ມູນອຸຕຸກະເສດໂດຍ ທ່ານ ປອ ຖາວອນ ອິນທະວົງ, ຫົວຫນ້າສູນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ຂື້ນກັບ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI), ໂດຍມີພະນັກງານອ້ອມຂ້າງເຂົ້າຮ່ວມຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສ່ິງແວດລ້ອມ ແລະ ຫ້ອງການກະສິກຳເມືອງ ແລະ ແຂວງ. (DONRE ແລະ DAFO) ເຂົ້າຮ່ວມ.

 

ການຝຶກອົບຮົມການນຳໃຊ້ຂໍ້ມູນອຸຕຸກະເສດຄັ້ງລ້າສຸດ ຈັດຂື້ນໃນ ວັນທີ 23-24 ມິນາ ທີ່ແຂວງສະຫວັນນະເຂດ ໃນນີ້ມີຜູ້ເຂົ້າຮ່ວມຈາກແຂວງສະຫວັນນະເຂດ ແລະ ແຂວງ ຄຳມ່ວນ. ການຝຶກອົບຮົມການນຳໃຊ້ຂໍ້ມູນອຸຕຸກະເສດຄັ້ງກ່ອນໜ້ານີ້ ໄດ້ຈັດຂື້ນລະຫວ່າງວັນທີ 18-19 ມີນາ ທີ່ເມືອງປາກຊ່ອງ ໂດຍມີພະນັກງານອ້ອມຂ້າງເຂົ້າທັງໝົດ 84 ຄົນ ຈາກຫ້ອງການຊັບເມືອງ (DONRE ແລະ ຫ້ອງການກະສິກຳເມືອງ (DAFO) ທີ່ເດີນທາງມາຈາກແຂວງ ຈຳປາສັກ, ເຊກອງ, ອັດຕະປື ແລະແຂວງສາລະວັນ. ທ່ານ ປອ ຖາວນ ໄດ້ກ່າວໃນທີ່ປະຊຸມຄັ້ງຫຼ້າສຸດຢູ່ແຂວງສະຫວັນນະເຂດວ່າ: " ຄວາມສຳຄັນຂອງການນໍາໃຊ້ແນວຄວາມຄິດຂອງປະຕິທິນການປູກພຶດແບບໝູນວຽນ ກ່ອນລະດູຝົນຈະມາເຖິງ ຈະຊ່ວຍໃຫ້ຊາວກະສິກອນປັບຕົວເຂົ້າກັບດິນຟ້າອາກາດ."

 

ການຝຶກອົບຮົມມີຈຸດປະສົງຫລາຍຢ່າງທີ່ພົວພັນເຖິງລະບົບ LaCSA ລວມທັງ ການນຳໃຊ້ຂໍ້ມູນດັ່ງກ່າວໂດຍສະເພາະ ການອັບໂຫລດຂໍ້ມູນ ແລະ ການປະຍຸກໃຊ້ຄຳແນະນຳຕ່າງໆເຂົ້າໃນການປູກຝັງ

 

ນັກສຳມະນາກອນທຸກຄົນໄດ້ຮັບການຍົກລະດັບການຮຽນຮູ້ກ່ຽວກັບລະບົບບໍລິການພູມອາກາດເພື່ອການກະເສດ (LaCSA) ເຊິ່ງເປັນຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ຊາວກະສິກອນ ພ້ອມນີ້ ພະນັກງານປະຈຳຢູ່ທ້ອງຖິ່ນກໍ່ໄດ້ມີການຮຽນຮູ້ ພ້ອມທັງຮຽນຮູ້ໃນການປະຍຸກໃຊ້ຄວາມຮູ້ດັ່ງກ່າວໃນພາກສະໜາມ. ໂດຍສະເພາະຮຽນຮູ້ກ່ຽວກັບວິທີການອັບໂຫລດຂໍ້ມູນໄວ້ໃນລະບົບ LaCSA, ການກະກຽມວິທີການປູກພືດ ແລະ ການສ້າງແບບຈຳລອງສັດຕູພືດ ເຊິ່ງຖືກນຳໃຊ້ເຂົ້າລະບົບບໍລິການພູມອາກາດໃຫ້ແກ່ການກະເສດ. ຜູ້ຕາງໜ້າຈາກສູນ ຄົ້ນຄວ້າກະສິກຳເຂດຮ້ອນສາກົນ(CIAT) ກໍ່ໄດ້ເຂົ້າຮ່ວມຝຶກອົບຮົມດັ່ງກ່າວເພື່ອປະກອບສ່ວນດ້ານເຕັກນິກຫລາຍຢ່າງທີ່ພົວພັນເຖິງການປັບປຸງດ້ານເຕັກນິກຂອງລະບົບລັກຊາ (LaCSA).

 

ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ, ທ່ານ ຄຳ ແສງສຸພາບມີໄຊ ໄດ້ກ່າວວ່າ ລະບົບ LaCSA ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ປະຈຳພາກສະໜາມ ແລະ ສະໜັບສະໜູນຢູ່ເບື້ອງຫລັງໃຫ້ແກ່ຊາວກະສິກອນລາວໃນເມື່ອພວກເຂົາປະສົບພົບພໍ້ກັບການປ່ຽນແປງດິນຟ້າອາກາດ. “ລັດຖະບານເອົາໃຈໃສ່ໃນທຸກໆຄວາມພະຍາຍາມເພື່ອຊ່ວຍໃຫ້ຊາວກະສິກອນລາວທົນທານກັບການປ່ຽນແປງດິນຟ້າອາກາດເຊິ່ງສະແດງໃຫ້ເຫັນມີຜູ້ໃຫ້ການສະໜັບສະໜູນຈາກຫລາຍໆຝ່າຍ ແລະ ຫລາຍກິດຈະກຳພັດທະນາຂີດຄວາມສາມາດຕ່າງໆ"

 

ໃຫ້ການກ່າວຕ້ອນຮັບແຂກຜູ້ເຂົ້າຮ່ວມທີ່ເດີນທາງມາຈາກບັນດາແຂວງພາກໃຕ້, ທ່ານຮອງຫົວຫນ້າພະແນກ ກະສິກຳແຂວງຈຳປາສັກ, ທ່ານ ຄຳ ນິລາວົງ ທ່ານໄດ້ກ່າວໄວ້ວ່າ ການມີສ່ວນຮ່ວມຈາກຜູ້ຊ່ຽວຊານຢູ່ທ້ອງຖິ່ນ, ການຝຶກອົບຮົມດັ່ງກ່າວໄດ້ເປີດໂອກາດໃຫ້ນັກສຳມະນາກອນຮັບຮູ້ຂໍ້ມູນຂ່າວສານເຊິ່ງມັນເປັນນະວັດຕະກຳໃຫມ່ ຂໍ້ມູນຂ່າວສານ ແລະ ເຕັກນິກໃໝ່ທີ່ມີປະໂຫຍດ.