ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການກວດກາພາຍນອກຂອງໂຄງການ SAMIS ໄດ້ເລີ່ມຕົ້ນຂື້ນແລ້ວ

01/03/2021

ໂຄງການ SAMIS ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2017 ໂດຍອົງການ FAO ແລະ ໂດຍສົມທົບກັບບັນດາຄູ່ຮ່ວມງານລະດັບຊາດຮັບການລາຍງານຜົນໄດ້ຮັບທີ່ໜ້າປະທັບໃຈ. ທີມງານປຶກສາອິດສະຫລະສາມຄົນກຳລັງດຳເນີນການກວດການພາຍນອກໃຫ້ແກ້ໂຄງການ ສາມິດ ເຊິ່ງວ່າຈ້າງໂດຍອົງການ ທີມງານກວດກາປະກອບມີຫົວໜ້າທີມໜຶ່ງຄົນ; ຜູ້ຊ່ຽວຊານດ້ານການສ້າງແບບຈຳລອງໜຶ່ງຄົນ ແລະ ພ້ອມດ້ວຍຂ້າພະເຈົ້າເອງ ແລະ ທີ່ປຶກສາແຫ່ງຊາດ 1 ຄົນ.

ເນື່ອງຈາກວ່າຄວາມທັບຊ້ອນຂອງໂຄງການມີຫລາຍ ແລະ ກິດຈະກຳກໍ່ມີຫລາຍ, ສະນັ້ນ ທີມງານກວດກາຈະພົວພັນຫາຄູ່ຮ່ວມງານຂອງໂຄງການປະຈຳຢູ່ປະເທດອີຕາລີ, ເກົາຫຼີໃຕ້, ໄທ ແລະ ຟີລິບປິນ ແລະ ກໍ່ຈະພົວພັນຫາບັນດາຫນ່ວຍງານຕ່າງໆທາງພາກລັດ ໂດຍສະເພາະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການສຶກສາ ແລະ ກິລາ, ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.  ໃນຮູບພາບການປະຊຸມປະກອບມີ ພະແນກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ແລະ ຜູ້ເຂົ້າຮ່ວມທີ່ຮັບຜິດຊອບ ວຽກຂໍ້ມູນເຂົ້າສານຊັບພະຍາກອນດິນ (LRMIS), ແຜນທີ່ດິນ, ແລະ ການແບ່ງເຂດນິເວດກະສິກຳ (AEZ) ໂດຍຮ່ວມກັບທີມງານ ກວດກາດໄລຍະກາງ (MTR)  ແລະ ທີ່ປຶກສາລະດັບຊາດ.

ນອກຈາກນີ້, ທີມງານຍັງຈະໄດ້ໄປຢ້ຽມຢາມບັນດາບ້ານຕ່າງໆ ແລະ ສະຖານີວັດແທກອາກາດໃນ 3 ແຂວງຄື: ແຂວງຫລວງນ້ຳທາ, ສະຫວັນນະເຂດາ ແລະ ສາລະວັນ