ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ຂອງໂຄງການແຊມມິດໄລຍະສຶບຕໍ່ ນະຄອນຫຼວງວຽງຈັນ, ທີ ໂຮງແຮມ ແລນມາກ
![](fileadmin/user_upload/samis/imgs/1_WhatsApp Image 2021-07-28 at 10.42.51 AM.jpeg)
ຊາວກະສິກອນ, ນັກຄົ້ນຄ້ວາວິໃຈ, ຊ່ຽວຊານ ແລະ ບັນດານັກວາງແຜນ ທົ່ວປະເທດລາວ ແມ່ນສາມາດເຂົ້າເຖິງຂໍ້ມູນໄດ້ຫຼາຍຂື້ນ ແລະ ດີກວ່າທີ່ເຄີຍເປັນມາ ຂອບໃຈຕໍ່ລະບົບ ບໍລິການພູມອາກາດ ສຳລັບວຽກງານກະສິກຳຂອງ ສປປ ລາວ (LaCSA).
ຈຸດຫຼໍ່ແຫຼມອັນສຳຄັນ ສຳລັບການວາງແຜນໃນອານາຄົດ ວຽກງານກະສິກຳ ແລະ ປ່າໄມ້ ທ່າມກາງສະພາບການປ່ຽນແປງດິນຟ້າອາກາດ, ຂີດຄວາມສາມາດຂອງ ສປປ ລາວ ໃນການສ້າງແບບຈຳລອງ ການແບ່ງແຂດນິເວດກະສິກຳ (AEZ) ແລະ ລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ ທີ່ຮັບຮູ້ກັນແມ່ນລະບົບ LRIMS, ທີ່ໄດ້ຮັບການເຜີຍແພ່ໃນເວທີສາກົນ ດ້ວຍການສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO). ລະບົບ LRIMS ຂໍ້ມູນກ່ຽວກັບການຈຳລອງສະຖານະການພືດໃນອານາຄົດ ແມ່ນສາມາດມີທ່າອ່ຽງເປັນໄປໄດ້ ໃນການອອກແບບຄືນ ໃຫ້ໄປໃນທິດທາງຂອງການວາງນະໂຍບາຍຂອງ ສປປ ລາວ.
ໂຄງການ GEF “ສ້າງຄວາມເຂັ້ມແຂງລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ຕໍກັບການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ຂອງ ສປປ ລາວ” ແມ່ນໄດ້ດຳເນີນໄປຢ່າງປະສົບຜົນສຳເລັດໃນໄລຍະ 4 ປີຜ່ານມາ ເຊິ່ງໄດ້ຜະລິດຜົນໄດ້ຮັບທີ່ສຳຄັນເຫຼົ່ານີ້. ແຕ່ແນວໃດກໍ່ຕາມ ບັນດາຂໍ້ມູນທີ່ຢູ່ໃນລະບົບ LaCSA ແລະ LRIMS ແມ່ນມີຄວາມຈຳເປັນຈະຕ້ອງໄດ້ມີກິດຈະກຳເຜີຍແພ່ປູກຈິດສຳນຶກ ແລະ ເຝຶກອົບຮົມໃຫ້ແກ່ພາກສ່ວນວາງນະໂຍບາຍກ່ອນ ທີ່ຈະສາມາດນຳໃຊ້ຂໍ້ມູນເຫຼົ່ານີ້.
ກອງປະຊູມແມ່ນໄດ້ຈັດຂື້ນໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE) ໂດຍການ ຮວ່ມມືກັບ ກະຊວງກະສິກຳ-ປ່າໄມ້ (MAF) ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (MLSW).
ຕາມແນວທາງດັ່ງກ່າວນີ້, FAO ໄດ້ຮ່າງບັນທຶກແນວຄວາມຄິດ ສຳລັບໂຄງການໄໜ່ ທີ່ແນໄສ່ເສີມຂະຫຍາຍຜົນ ສຳເລັດດັ່ງກ່າວນີ້. ຮ່າງບົດບັນທຶກແນວຄວາມຄິດສະບັບທຳອິດນີ້ແມ່ນໄດ້ສ້າງຂື້ນໂດຍຜ່ານ ການໃຫ້ແນະນຳ ຈາກຫຼາຍພາກສ່ວນ ບັນດາກົມພາຍໃນ MONRE, ພ້ອມທັງຫູາຍໆກົມຈາກ MAF (ໂດຍເພາະແມ່ນບັນດາກົມຂອງ MAF) ແລະ ພ້ອມທັງພາກສ່ວນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (MLSW) ເຊິ່ງເປັນຄູ່ຮ່ວມງານໄໜ່ ໃນຂະບວນການນີ້.
ທ່ານ ຈັນທະເນດ ບົວລະພາ, ຮອງນາຍົກລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE) ຜູ້ຊີ້ໂດຍກົງ ວຽກງານ ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຄຳເຫັນວ່າ “ໂຄງການມີທ່າອ່ຽງສູງໃນການປະກອບສ່ວນອັນຍິ່ງໄຫ່ຍ ໃນການນຳໃຊ້ເຕັກໂນໂລຍີທີ່ທັນສະໄໜ ໃນຂະແໜງການອຸຕຸນິຍົມ, ທັງເປັນການປັບປຸງຂໍ້ມູນສຳລັບຊາວກະສິກອນ, ແລະ ພ້ອມທັງເປັນການປະກອບສ່ວນບັນລຸເປົ້າໝາຍ ຂອງ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ສະໄໜທີ່ 9”
ຜູ້ຕາງໜ້າອົງການ FAO ທ່ານ ນາຊາ ຮາຢັດ ໄດ້ໃຫ້ຄຳເຫັນ ຕື່ມວ່າ “ກອບຂອງການປະຊຸມແມ່ນເພື່່ອ ເພີ້ມທະວີການປຶກສາຫາລື ແລະ ການຮ່ວມມືໃນການນຳເນີນໂຄງການ”. ເຊັ່ນດຽວກັນ ພວກເຮົາຈະໄດ້ເກັບກຳ ຄວາມຄິດເຫັນຂອງບານດາທ່ານ ເພື່ອປັບປຸງບົດແນວຄວາມຄິດໃນຂັ້ນຕໍ່ໄປ.
ຕາງໜ້າຕົວແທນຝ່າຍລັດຖະບານ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມ ແຜນການ-ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ມີໄຊ ແສງຈັນທະວົງ ຮອງກົມ ສະຫວັດດີການ-ສັງຄົມ ກໍໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມດັ່ງກ່າວ.
**-**
ຂໍ້ມູນກ່ຽວກັບ ແຊມມິດ ແມ່ນເຂົ້າເບິ່ງໄດ້ທີ່ນີ້: http://www.fao.org/in-action/samis
ອົງການ FAO ແມ່ນໄດ້ສ້າງຫຼາຍໆ ວີດີໂອ ກ່ຽວກັບກິດຈະກຳ ຂອງ ໂຄງການແຊມມິດ.
ວີດີໂອສຳລັບລະບົບ LaCSA ແມ່ນເຂົ້າເບິ່ງຕາມລິ້ງນີ້: