ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ກອງປະຊຸມປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ຂອງໂຄງການແຊມມິດໄລຍະສຶບຕໍ່ ນະຄອນຫຼວງວຽງຈັນ, ທີ ໂຮງແຮມ ແລນມາກ

28/07/2021

ຊາວກະ​ສິກອນ, ນັກຄົ້ນຄ້​ວາວິ​ໃຈ, ຊ່ຽວຊານ ແລະ ບັນດານັກວາງແຜນ ທົ່ວປະ​ເທດລາວ ແມ່ນສາ​ມາດເຂົ້າເຖິງຂໍ້​ມູນໄດ້ຫຼາຍຂື້ນ ແລະ ດີກວ່າທີ່ເຄີຍເປັນມາ ຂອບໃຈຕໍ່ລະ​ບົບ ບໍ​ລິ​ການພູມອາກາດ ສຳລັບວຽກງານກະ​ສິກຳຂອງ ສ​ປ​ປ​ ລາວ (LaCSA).

ຈຸດຫຼໍ່ແຫຼມອັນສຳຄັນ ສຳລັບການວາງແຜນໃນອານາຄົດ ວຽກ​ງານກະ​ສິກຳ ແລະ ປ່າໄມ້ ທ່າມກາງສະ​ພາບການປ່ຽນແປງດິນຟ້າອາກາດ, ຂີດຄວາມສາ​ມາດຂອງ ສ​ປ​ປ ລາວ ໃນການສ້າງແບບຈຳລອງ ການແບ່ງແຂດນິ​ເວດກະ​ສິ​ກຳ (AEZ) ແລະ ລະ​ບົບຄຸ້ມຄອງຂໍ້​ມູນຊັບພະ​ຍາກອນດິນ ທີ່ຮັບຮູ້ກັນແມ່ນລະ​ບົບ LRIMS,  ທີ່ໄດ້ຮັບການເຜີຍແພ່ໃນເວ​ທີສາກົນ ດ້ວຍການສະ​ໜັບສະ​ໜູນຈາກ ອົງການອາຫານ ແລະ ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ (FAO). ລະ​ບົບ LRIMS ຂໍ້​ມູນກ່ຽວກັບການຈຳລອງສະ​ຖານະ​ການພືດໃນອານາຄົດ ແມ່ນສາ​ມາດມີທ່າອ່ຽງເປັນໄປໄດ້ ໃນການອອກແບບຄືນ ໃຫ້ໄປໃນທິດທາງຂອງການວາງນະ​ໂຍ​ບາຍຂອງ ສ​ປ​ປ ລາວ.

ໂຄງການ GEF “ສ້າງຄວາມເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານ ອຸ​ຕຸ​ກະ​ເສດ ຕໍ​ກັບການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມໜັ້ນຄົງທາງ​ດ້ານສະ​ບຽງອາຫານ ຂອງ ສ​ປ​ປ ລາວ” ແມ່ນໄດ້ດຳ​ເນີນໄປຢ່າງປະ​ສົບຜົນສຳເລັດໃນໄລ​ຍະ 4 ປີຜ່ານມາ ເຊິ່ງໄດ້ຜະ​ລິດຜົນໄດ້ຮັບທີ່ສຳຄັນເຫຼົ່ານີ້. ແຕ່ແນວໃດກໍ່ຕາມ ບັນດາຂໍ້​ມູນທີ່ຢູ່ໃນລະ​ບົບ LaCSA ແລະ LRIMS ແມ່ນມີຄວາມຈຳເປັນຈະ​ຕ້ອງໄດ້ມີກິດຈະ​ກຳເຜີຍແພ່ປູກ​ຈິດສຳນຶກ ແລະ ເຝຶກ​ອົບຮົມໃຫ້ແກ່ພາກສ່ວນວາງນະ​ໂຍ​ບາຍກ່ອນ ທີ່ຈະ​ສາ​ມາດນຳໃຊ້ຂໍ້​ມູນເຫຼົ່ານີ້.

ກອງປະ​ຊູມແມ່ນໄດ້ຈັດຂື້ນໂດຍ ກະ​ຊວງຊັບພະ​ຍາກອນທຳມະ​ຊາດ ແລະ ສິ່ງແວດ​ລ້ອມ (MONRE) ໂດຍການ   ຮ​ວ່ມມືກັບ ກະ​ຊວງກະ​ສິກຳ-ປ່າໄມ້ (MAF) ແລະ ກະ​ຊວງແຮງງານ ແລະ ສະ​ຫວັດດີການສັງຄົມ (MLSW).

ຕາມແນວທາງດັ່ງກ່າວນີ້, FAO ໄດ້ຮ່າງ​ບັນທຶກແນວຄວາມ​ຄິດ ສຳລັບໂຄງການໄໜ່ ທີ່ແນ​ໄສ່ເສີມຂະ​ຫ​ຍາຍຜົນ ສຳເລັດ​ດັ່ງກ່າວນີ້. ຮ່າງບົດບັນທຶກແນວຄວາມຄິດສະ​ບັບທຳອິດນີ້ແມ່ນໄດ້ສ້າງຂື້ນໂດຍຜ່ານ ການໃຫ້ແນະນຳ ຈາກຫຼາຍພາກສ່ວນ ບັນດາກົມພາຍໃນ MONRE, ພ້ອມທັງຫູາຍໆກົມຈາກ MAF (ໂດຍເພາະແມ່ນບັນດາກົມຂອງ MAF) ແລະ ພ້ອມທັງພາກສ່ວນຈາກ ກະ​ຊວງແຮງງານ ແລະ ສະ​ຫວັດດີການສັງຄົມ (MLSW) ເຊິ່ງເປັນຄູ່ຮ່ວມງານໄໜ່ ໃນຂະ​ບ​ວນການນີ້. 

ທ່ານ ຈັນທະ​ເນດ ບົວລະ​ພາ, ຮອງນາ​ຍົກລັດຖະ​ມົນຕີ ກະ​ຊວງຊັບພະ​ຍາກອນທຳມະ​ຊາດ ແລະ ສິ່ງແວດລ້ອມ (MONRE) ຜູ້ຊີ້ໂດຍກົງ ວຽກງານ ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກກະ​ສາດ ໄດ້ໃຫ້ຄຳເຫັນວ່າ “ໂຄງການມີທ່າອ່ຽງສູງໃນການປະ​ກອບສ່ວນອັນຍິ່ງໄຫ່​ຍ ໃນການນຳໃຊ້ເຕັກໂນ​ໂລ​ຍີທີ່ທັນສະ​ໄໜ ໃນຂະ​ແໜງການອຸ​ຕຸ​ນິຍົມ, ທັງເປັນກ​ານປັບປຸງຂໍ້​ມູນສຳລັບຊາວກະ​ສິກອນ, ແລະ ພ້ອມທັງເປັນການປະ​ກອບສ່ວນບັນລຸ​ເປົ້າໝາຍ ຂອງ ແຜນພັດທະ​ນາເສດຖະ​ກິດສັງຄົມແຫ່ງຊາດ ສະ​ໄໜ​ທີ່ 9”

ຜູ້ຕາງໜ້າອົງການ FAO ທ່ານ ນາຊາ ຮາຢັດ ໄດ້ໃຫ້ຄຳເຫັນ ຕື່ມວ່າ “ກອບຂອງການປະ​ຊຸມແມ່ນເພື່່ອ ເພີ້ມທະ​ວີການປຶກສາ​ຫາລື ແລະ ການຮ່ວມມືໃນການນຳເນີນໂຄງການ”. ເຊັ່ນດຽວກັນ ພວກເຮົາຈະ​ໄດ້ເກັບກຳ ຄວາມຄິດເຫັນຂອງບານດາທ່ານ ເພື່ອປັບປຸງບົດແນວຄວາມຄິດໃນຂັ້ນຕໍ່​ໄປ.

ຕາງໜ້າຕົວແທນຝ່າຍລັດຖະ​ບານ ທ່ານ ຊູ​ຊາດ ໄຊ​ຍະກຸມ​ມານ ຫົວໜ້າກົມ ແຜນການ-ການເງິນ ກະ​ຊວງກະ​ສິກຳ ແລະ ປ່າ​ໄມ້ ແລະ ທ່ານ ມີ​ໄຊ ແສງຈັນທະ​ວົງ ຮອງກົມ ສະ​ຫວັດດີການ-ສັງຄົມ ກໍໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມດັ່ງກ່າວ.

**-**

ຂໍ້​ມູນກ່ຽວກັບ ແຊມ​ມິດ ແມ່ນເຂົ້າເບິ່ງໄດ້ທີ່​ນີ້: http://www.fao.org/in-action/samis

ອົງການ FAO ແມ່ນໄດ້ສ້າງຫຼາຍໆ ວີ​ດີ​ໂອ ກ່ຽວກັບກິດຈະ​ກຳ ຂອງ ໂຄງການແຊມມິດ.

ວີ​ດີ​ໂອສຳລັບລະ​ບົບ LaCSA ແມ່ນເຂົ້າເບິ່ງຕາມລິ້ງນີ້: