ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການນຳໃຊ້ LaCSA ເລີ່ມຢູ່ແຂວງອຸດົມໄຊ ແລະ ຫຼວງພະບາງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ

11/11/2021

ພາຍ​ໄຕ້​ການ​ຮ່​ວມ​ມືກັບໂຄງ​ການຊ່ວຍເຫຼືອ​ຊາວ​ກະ​ສິ​ກອນຂະຫນາດນ້ອຍ ແລະ ຜູ້ດ້ອຍໂອກາດທາງສັງຄົມ ເພື່່ອ​ຫ່າງ​ໄກ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ ໂຄວິດ 19 ຢູ່​ໃນ​ ສ​ປ​ປ​ລາວ ໃຫ້​ທືນ​ສະ​ໜັບ​ສະ​ໜຸນ​ໂດຍ ລັດ​ທຖະ​ບານ​ຍີ​ປຸ່ນ, ວິ​ຊາ​ການ​ໂຄງ​ການ SAMIS ​ກໍ່​ໄດ້​ມີ​ສ່ວນ​ຮ່ວມ ເຂົ້າ​ບັນ​ຍາຍ​ໃນ​ການ​ຝຶກ​ອົບ​ຮົມ​ໃຫ້​ແກ່ພະນັກງານຂັ້ນເມືອງ ແລະ ແຂວງ ຂອງອຸ​ດົມ​ໄຊ ແລະ ຫຼວງ​ພະ​ບາງ

ການ​ຈັດ​ຝຶກ​ອົບ​ຮົມ​ໃຊ້​ເວ​ລາ​ໄປ ມື້້​ໜື່ງ​ກັບ​ເຄີ່ງວັນ ເຊິ່ງ​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ ລະ​ບົບ​ຫຼັກ​ຊາ ເຊີ່ງສາ​ມາດ​ເຂົ້າ​ເຖິງ​ໄດ້​ຜ່ານ​ທາງງ www.lacsa.net ແລະ ຜ່ານ​ທາງ ແອັບ ແອນດ​ຣອຍ ແລະ ໄອໂອເອສ.​

ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ມີ 64. ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ​ແມ່ນ​ໄດ້​ນຳ​ສະ​ເໜີ​ໃຫ້​ຢູ້​ເຂົ້າ​ຮ່ວມ​ຮັບ​ຮູ້​ເຖິງ​​ການ​ນຳ​ໃຊ້ ການ​ພະ​ຍາ​ກອນ​ອາ​ກາດ​ເປັນ​ລະ​ດູ​ການ ແລະ ອາ​ທິດ ຜ່ານ​ລະ​ບົບ​ ຫຼັກ​ຊາ, ພ້ອມທັງຄໍາແນະນໍາສະເພາະຂອງການປູກພືດ. ໃນ​ຄະ​ນະ​ດຽວ​ກັນ ຜູ້​ເຂົ້າ​ຮ່ວມ​ກໍ່​ໄດ້​ຮຽນຮູ້ເຖິງ​ວິທີການອ່ານຂ່າວການ​ພະ​ຍາ​ກອນ​ອາ​ກາດ​ປະຈໍາອາທິດຂອງ​ລະ​ບົບຫຼັກ​ຊາ​ ຜ່ານ​ໂທ​ລະ​ໂຄງ​ກະ​ຈາຍ​ສຽງ​ອີກ​ດ້ວຍ.