ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການເປີດຕົວນຳໃຊ້ລະບົບຕິດຕາມຂໍ້ມູນໂຄງການ (ProMIS) ສະຫນັບສະຫນູນໂດຍທີມງານໂຄງການ SAMIS

13/01/2022

ຄວາມສາມາດໃນການຕິດຕາມ ແລະ ປະເມີນກິດຈະກໍາຂອງໂຄງການທີ່ມີຄວາມສໍາຄັນຕໍ່ການວາງແຜນອະນາຄົດຂອງການພັດທະນາກະສິກໍາ ແລະ ປ່າໄມ້ ໃນ ສປປ ລາວ ແມ່ນກຳລັງສ້າງຄວາມເຂັ້ມແຂງທາງດ້ານລະບົບ ການຕິດຕາມຂໍ້ມູນໂຄງການ (ProMIS) ໂດຍການຊ່ວຍເຫຼືອຈາກອົງການ FAO ແລະ IFAD.

ProMIS ໄດ້ຮັບການພັດທະນາຈາກການຊ່ວຍເຫຼືອຂອງ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ໂດຍການສະຫນັບສະຫນູນຈາກ "ໂຄງການກະສິກໍາເພື່ອໂພຊະນາການ" (SSFSNP) ທີ່ໄດ້ຮັບທຶນຈາກກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD).

ລະບົບການເຮັດວຽກຂອງ ProMIS ຈະອະນຸຍາດໃຫ້ຕິດຕາມດ້ານລາຍຈ່າຍງົບປະມານ ແລະ ການເຄື່ອນໄຫວຕ່າງໆຂອງບັນດາໂຄງການຕ່າງໆ, ລວມເອົາທັງກອງທຶນແຫ່ງຊາດ ແລະ ການຊ່ວຍເຫຼືອດ້ານການພັດທະນາຈາກສາກົນ.

ການນໍາໃຊ້ລະບົບດັ່ງກ່າວແມ່ນມີຄວາມງ່າຍດາຍສໍາລັບພະນັກງານໂຄງການ ແລະ ໃຫ້ທາງກະຊວງກະສິກຳ ແລະ ປ່າໄມ້ສາມາດຄວບຄຸມຄຸນະພາບໄດ້ຢ່າງຕໍ່ເນື່ອງ. ໂຄງການທັງຫມົດຈະຕ້ອງປະກອບແບບຟອມທີ່ງ່າຍໃນເວລາເປີດກິດຈະກໍາ ແລະ ລາຍງານຍ່ອຍຂອງຕົວຊີ້ວັດເປັນປະຈໍາຕະຫຼອດຂອງໂຄງການ. ພະນັກງານຜູ້ຮັບຜິດຊອບວຽກຈະສາມາດກວດສອບຜົນໄດ້ຮັບຂອງໂຄງການທີ່ເຂົາເຈົ້າຮັບຜິດຊອບ ແລະ ລາຍງານກິດຈະກໍາຢ່າງຖືກຕ້ອງ.

ກົມແຜນການ ແລະ ການເງິນໄດ້ມີຄວາມຊັດເຈນກ່ຽວກັບຜົນສຳເລັດຂອງພາກສ່ວນຕ່າງໆ ຫຼື ບັນຫາຕ່າງໆທີ່ພົວພັນກັບໂຄງການທັງໝົດ. ສິ່ງທີ່ສໍາຄັນ, ມັນຍັງຈະສາມາດເຂົ້າເຖິງໜ້າຈໍທີ່ຈະສະແດງໃຫ້ເຫັນຜົນໄດ້ຮັບຂອງໂຄງການກະສິກໍາທັງຫມົດໃນຊ່ວງໄລຍະເວລາໃດຫນຶ່ງ.

ໃນການລາຍງານຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ຄັ້ງທີ 8 ແມ່ນຈະງ່າຍຂຶ້ນ ແລະ ກຽມຂໍ້ມູນສໍາລັບເຫດການທາງດ້ານການເມືອງໃນຂັ້ນສູງ ຫຼື ຜູ້ໃຫ້ທຶນ. ລະບົບຈະສາມາດເຂົ້າເຖິງໄດ້ໂດຍລະຫັດຜ່ານທີ່ສົ່ງໄປຫາທຸກໆກົມ ແລະ ທີມງານຂອງຄູ່ຮ່ວມພັດທະນາທັງໝົດ.

ຂໍ້ມູນທີ່ສ້າງໂດຍກະຊວງກະສິກຳ ແລະ ປ່າໄມ້ ຈະຖືກເຜີຍແຜ່ເພື່ອລາຍງານໃຫ້ແກ່ລັດຖະບານແຫ່ງ ສປປ ລາວ

ຕາມແນວຄວາມຄິດດັ່ງກ່າວແມ່ນມີຄວາມຈໍາເປັນໃນການຕິດຕາມຂອງກະຊວງກະສິກຳ ແລະ ປ່າໄມ້ ເພື່ອເປັນແນວທາງໃນການວາງແຜນການຜະລິດກະສິກໍາແບບຍືນຍົງພາຍໃຕ້ເປົ້າໝາຍຍຸດທະສາດແຫ່ງຊາດ.

ກິດຈະກໍາໄດ້ຮັບການສະຫນັບສະຫນູນຈາກຜູ້ຊ່ຽວຊານດ້ານວິຊາການຂອງໂຄງການ FAO "ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຕິດຕາມແລະຂໍ້ມູນຂ່າວສານດ້ານດິນຟ້າອາກາດ (SAMIS) ເພື່ອປັບປຸງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແລະຄໍ້າປະກັນສະບຽງອາຫານໃນ ສປປລາວ" ແລະ ບໍລິສັດ ລາວ PHENIX.

ໃນການເປີດຕົວ PROMIS  ນໍາສະເຫນີໃຫ້ກັບຜູ້ນຳໃຊ້ທີ່ມີທ່າແຮງເຊັ່ນ: ກົມຕ່າງໆ, ພະແນກ ແລະ ຫ້ອງການຂັ້ນເມືອງຂອງກະຊວງກະສິກຳ ແລະ ປ່າໄມ້, ກະຊວງອື່ນໆ, ຄູ່ຮ່ວມງານ ແລະ ຜູ້ໃຫ້ທຶນ, ແລະ ປະຊາຊົນທົ່ວໄປ. ກອງປະຊຸມດັ່ງກ່າວ ໄດ້ກ່າວເປີດໂດຍ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງລະບົບການລາຍງານ ແລະ ການຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ຂອງ ສປປ ລາວ ໃນບົດບາດການພັດທະນາ​ປະ​ເທດ​ຊາດ.

ຜູ້ຕາງໜ້າອົງການ FAO ປະຈໍາ ສປປລາວ ທ່ານ ນາຊາຣ໌ ຮາຢັດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຂໍ້ມູນໂຄງການ ເພື່ອຜົນສຳເລັດຂອງການຄຸ້ມຄອງໃນຂະແໜງກະສິກຳ.

ທ່ານ ນາຊາຣ໌ ຮາຢັດ ໄດ້ກ່າວວ່າ. “ລະບົບ ProMIS ໃນປະຈຸບັນ ໄດ້ສະໜອງການພັດທະນາລະບົບຂໍ້ມູນຄັ້ງໃຫຍ່ ເພື່ອເປັນການຕັດສິນໃຈທີ່ເຂັ້ມແຂງໃນຂະແໜງກະສິກຳ, ແລະ ໂດຍສະເພາະຢ່າງຍິ່ງ ແມ່ນເປັນປະໂຫຍດໃນການປັບປຸງກິດຈະກຳໂຄງການສາຍສຳພັນເຊື່ອມຕໍ່ລາວ-ຈີນ ທີ່ FAO ໄດ້ໃຫ້ການສະໜັບສະໜູນ ໂດຍຜ່ານໂຄງການລິເລີ່ມ Hand in Hand. ".

ສື່ເອກະສານຕ່າງໆທີ່ໄດ້ຜະລິດຂຶ້ນເພື່ອປູກຈິດສໍານຶກ ແລະ ການຝຶກອົບຮົມ, ໄດ້ມີຄູ່ມືດ້ານວິຊາການທີ່ໄດ້ກະກຽມໄວ້. ຄູ່ມືແນະນໍາຜູ້ນຳໃຊ້ລະບົບ ProMIS ໄດ້ກະກຽມເປັນໃບປິວທີ່ເບິ່ງງ່າຍສະດວກສະບາຍ.

ວິດິໂອການນຳສະເໜີສາມາດເຂົ້າເບິ່ງໃນເວັບໄຊໄດ້ທີ່: