ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ການແນະນໍາໂຄງການ SAMIS ໃຫ້ແກ່ລັດຖະບານປະເທດເນປານ

10/02/2022

ໃນ​ຄະ​ນະ​ດຽວ​ກັນ​ເພື່ອ​ສ້າງ​ທີ່​ຢູ່​ອາ​ໃສ​ທີ່ໝັ້ນ​ຄົງ ແລະ ບ່ອນ​ທຳ​ມາ​ຫາ​ກິນ​ໃຫ້​ແກ່​ຊາວ​ກະ​ສິ​ກອນ ລັດ​ທະ​ບານ​ເນ​ປານໄດ້​ກຳ​ນົດ​ເອົາ​ແມ່ນ້ຳ KOSHI ເປັນ​ເຂດ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ຊາດ. ຊຶ່ງ​ໄດ້​ຖືກ​ບັນ​ທືກ​ໃນ​ແຜນ​ງານ Green Climate Fund ທີ່​ຈະ​ມາ​ນີ້.

ບົດ​ສະ​ເໜີ​ໂຄງ​ການ​ໄດ້ສົ່ງ​ເສີມ​ໃຫ້​ມີ ​ການ​ຮັບ​ມື ​ຕໍ່​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ພູ​ມິ​ອາ​ກາດ ແລະ ຍົກ​ສູງ​ມູນ​ຄ່າ​ດ້ານ​ການ​ກະ​ເສດ. ໂຄງ​ການ​ດັ່ງ​ກ່າວ​ຈະ​ບັນ​ລຸ​ຕາມ​ເປົ້າ​ໝາຍ​ນັ້ນ​ແມ່ນວັດ​ຈາກ​ການ​ປ່ຽນ​ແປງ ຂອງ​ການ​ມີ​ສ່ວນ​ຮ່ວມ​ ໃນ​ການ​ເສີມ​ຂະ​ຫຍາຍ ແລະ ຍົກ​ລະ​ດັບ ຊີ​ວິ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ຊຸມ​ຊົນ, ເສີມ​ສ້າງ ການ​ຄ້ຳ​ປະ​ກັນ​ສະ​ບຽນ​ອາ​ຫານ ແລະ ເງື່ອນ​ໄຂ​ລະ​ບົບ​ນິ​ເວດ​ກະ​ສິ​ກຳ.

ການ​ນຳ​ສະ​ເໜີ​ວຽກ​ງານ​ຂອງ​ໂຄງ​ການຊາ​ມິດ SAMIS ແມ່ນ​ມີຜົນ​ປະ​ໂຫຍດ​ຫລາຍ ເນື່ອງ​ຈາກວ່າ ໄດ້​ປະ​ກອບ​ໄປ​ດ້ວຍວຽກ​ງານ​ ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ພູ​ມິ​ອາ​ກາດ​ຕໍ່​ການ​ກະ​ເສດ, ເພີ່ມ​ພູນ​ຕ່ອງ​ໂສ້​ຜະ​ລິດ​ອາ​ຫານ, ເຂົ້າ​ເຖິງ​ແອ່ງ​ເກັບ​ນ້ຳ​ເພື່ອ​ການ​ຜະ​ລິດ. ວິ​ທີ​ການ​ດັ່ງ​ກ່າວ​ປະ​ເທດ​ເນ​ປານ​ໄດ້ຕັດ​ສິນ​ໃຈ​ລິ​ເລີ່ມ​ ໃນວຽກ​ງານ​ພູ​ມິ​ອາ​ກາດ ແລະ ເຂດ​ນິ​ເວດ​ກະ​ສິ​ກຳ.

ກອງ​ປະ​ຊຸມ​ຮ່ວມ​ມື​ທັງ​ສອງ​ຝ່າຍ​ໄດ້​ຖືກ​ຈັດ​ຕັ້ງຂື້ນ ຕາງ​ໜ້າໃຫ້​ແກ່​ປະ​ເທດ​ເນ​ປານ​ເຂົ້າ​ຮ່ວມ​ມີ ທ່ານ ປຼ​າ​ກາ​ສ ແຊນ​ເຈວ (Mr. Prakash Sanjel) ເລ​ຂາ ປະ​ຈຳ​ກະ​ຊວງ​ກະ​ສິ​ກຳ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ສັດ​ລ້ຽງ ພ້ອມດ​ວ້ຍພາກ​ສ່ວນ​ທີ່​ກ່ຽວ​ຂ້ອງມີຄື ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກະ​ສາດ, ສູນ​ວິ​ໄຈສິ່ງ​ແວດ​ລ້ອມ​ການ​ກະ​ເສດ​ແຫ່ງ​ຊາດ, ສະ​ພາ​ວິ​ໄຈ​ການ​ກະ​ເສດ​ແຫ່ງ​ເນ​ປານ. ຕາງ​ໜ້າ​ໃຫ້ຝ່າຍ​ລາວ​ເຂົ້າ​ຮ່​ວມ​ກໍ່​ມີ ກົມ​ອຸ​ຕຸ​ນິ​ຍົມ​ແລະ​ອຸ​ທົກະ​ສາດ ແລະ ກົມ​ຄຸ້ມ​ຄອງ​ພັດ​ທະ​ນາ​ທີ່​ດິນ. ພ້ອມ​ດ້ວຍ ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ປະ​ຈຳ​ເນ​ປານ, ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ປະ​ຈຳ​ສ​ປ​ປ​ລາວ ແລະ ອົງ​ການ​ອາ​ຫານ​ແລະ​ ການ​ກະ​ເສດ​ປະ​ຈຳ​ພາກ​ພື້ນ​ເອ​ເຊຍ​ປາ​ຊິ​ຟິກ ກໍ່​ໄດ້​ເຂົ້າ​ຮ່ວມ