ການແນະນໍາໂຄງການ SAMIS ໃຫ້ແກ່ລັດຖະບານປະເທດເນປານ
![](fileadmin/user_upload/samis/imgs/Nepal.jpg)
ໃນຄະນະດຽວກັນເພື່ອສ້າງທີ່ຢູ່ອາໃສທີ່ໝັ້ນຄົງ ແລະ ບ່ອນທຳມາຫາກິນໃຫ້ແກ່ຊາວກະສິກອນ ລັດທະບານເນປານໄດ້ກຳນົດເອົາແມ່ນ້ຳ KOSHI ເປັນເຂດຍຸດທະສາດສຳຄັນຂອງຊາດ. ຊຶ່ງໄດ້ຖືກບັນທືກໃນແຜນງານ Green Climate Fund ທີ່ຈະມານີ້.
ບົດສະເໜີໂຄງການໄດ້ສົ່ງເສີມໃຫ້ມີ ການຮັບມື ຕໍ່ການປ່ຽນແປງຂອງສະພາບພູມິອາກາດ ແລະ ຍົກສູງມູນຄ່າດ້ານການກະເສດ. ໂຄງການດັ່ງກ່າວຈະບັນລຸຕາມເປົ້າໝາຍນັ້ນແມ່ນວັດຈາກການປ່ຽນແປງ ຂອງການມີສ່ວນຮ່ວມ ໃນການເສີມຂະຫຍາຍ ແລະ ຍົກລະດັບ ຊີວິການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ, ເສີມສ້າງ ການຄ້ຳປະກັນສະບຽນອາຫານ ແລະ ເງື່ອນໄຂລະບົບນິເວດກະສິກຳ.
ການນຳສະເໜີວຽກງານຂອງໂຄງການຊາມິດ SAMIS ແມ່ນມີຜົນປະໂຫຍດຫລາຍ ເນື່ອງຈາກວ່າ ໄດ້ປະກອບໄປດ້ວຍວຽກງານ ການປ່ຽນແປງຂອງສະພາບພູມິອາກາດຕໍ່ການກະເສດ, ເພີ່ມພູນຕ່ອງໂສ້ຜະລິດອາຫານ, ເຂົ້າເຖິງແອ່ງເກັບນ້ຳເພື່ອການຜະລິດ. ວິທີການດັ່ງກ່າວປະເທດເນປານໄດ້ຕັດສິນໃຈລິເລີ່ມ ໃນວຽກງານພູມິອາກາດ ແລະ ເຂດນິເວດກະສິກຳ.
ກອງປະຊຸມຮ່ວມມືທັງສອງຝ່າຍໄດ້ຖືກຈັດຕັ້ງຂື້ນ ຕາງໜ້າໃຫ້ແກ່ປະເທດເນປານເຂົ້າຮ່ວມມີ ທ່ານ ປຼາກາສ ແຊນເຈວ (Mr. Prakash Sanjel) ເລຂາ ປະຈຳກະຊວງກະສິກຳກະສິກຳ ແລະ ພັດທະນາສັດລ້ຽງ ພ້ອມດວ້ຍພາກສ່ວນທີ່ກ່ຽວຂ້ອງມີຄື ກົມອຸຕຸນິຍົມ ແລະ ອຸທົກະສາດ, ສູນວິໄຈສິ່ງແວດລ້ອມການກະເສດແຫ່ງຊາດ, ສະພາວິໄຈການກະເສດແຫ່ງເນປານ. ຕາງໜ້າໃຫ້ຝ່າຍລາວເຂົ້າຮ່ວມກໍ່ມີ ກົມອຸຕຸນິຍົມແລະອຸທົກະສາດ ແລະ ກົມຄຸ້ມຄອງພັດທະນາທີ່ດິນ. ພ້ອມດ້ວຍ ອົງການອາຫານແລະການກະເສດປະຈຳເນປານ, ອົງການອາຫານແລະການກະເສດປະຈຳສປປລາວ ແລະ ອົງການອາຫານແລະ ການກະເສດປະຈຳພາກພື້ນເອເຊຍປາຊິຟິກ ກໍ່ໄດ້ເຂົ້າຮ່ວມ