ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)

ໂຄງການໃໝ່ຈະຂະຫຍາຍຂໍ້ມູນການປັບຕົວຂອງດິນຟ້າອາກາດ ສໍາລັບຂະແຫນງການກະສິກໍາ

27/10/2022

ຊາວກະສິກອນ, ນັກຄົ້ນຄວ້າກະສິກໍາ, ຜູ້ຊ່ຽວຊານ, ແລະ ຜູ້ວາງນະໂຍບາຍໃນ ສປປ ລາວ ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍຂຶ້ນ ແລະ ດີຂຶ້ນກວ່າທີ່ເຄີຍມີມາກ່ອນ ຂໍຂອບໃຈກັບລະບົບບໍລິການຂໍ້ມູນພູມອາກາດສໍາລັບກະສິກຳໃນລາວ (LaCSA).

ຄວາມສໍາຄັນສໍາລັບການວາງແຜນອະນາຄົດຂອງກະສິກໍາ ແລະ ປ່າໄມ້ ທ່າມກາງການປ່ຽນແປງຂອງດິນຟ້າອາກາດ, ຄວາມສາມາດຂອງ ສປປ ລາວ ໃນການສ້າງແບບຈໍາລອງການແບ່ງເຂດນິເວດກະສິກໍາ (AEZ) ແລະ ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນທີ່ດິນ (LRIMS), ໄດ້ຖືກຍົກໃຫ້ເຫັນຢູ່ໃນລະດັບສາກົນ ໂດຍການຊ່ວຍເຫຼືອຈາກອົງການອາຫານ ແລະກະສິກໍາແຫ່ງສະຫະປະຊາຊາດ (FAO).

ພາຍຫຼັງ 5 ປີ​ແຫ່ງ​ການ​ເຄື່ອນ​ໄຫວກິດຈະກໍາ, ​ໂຄງການ GEF “​ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” (SAMIS) ​ໄດ້​ຂະຫຍາຍ​ສູ່​ການ​ຕັດສິນ​ໃຈ​ລະດັບ​ທ້ອງ​ຖິ່ນ ​ແລະ ລະດັບ​ຊາດ ເພື່ອຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ ໃນຂະແໜງກະສິກຳຂອງ ສປປ ລາວ”, ເຊິ່ງເອີ້ນວ່າ SAMIS-2 ໂດຍໄດ້ຮັບການສະໜອງທຶນຈາກ GCF.

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ, ແລະ ກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກສຊ) ໂດຍມີການຮ່ວມມືຈາກກະຊວງກະສິກຳ ແລະ ປ່າໄມ້ (ກປມ) ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. (ຮສສ).

ທ່ານ ດຣ ສຸກສະໝອນ ປະທໍາມາວົງ, ຮອງຫົວຫນ້າກົມແັນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໄດ້ກ່າວວ່າ: “ໂຄງການມີທ່າແຮງທີ່ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫັນເປັນທັນສະໄໝຂອງຂະແໜງອຸຕຸນິຍົມ, ເພື່ອປັບປຸງຂໍ້ມູນຂ່າວສານໃຫ້ແກ່ຊາວກະສິກອນ, ແລະ ບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ NSEDP ຄັ້ງທີ 9. ທ່ານ ພົມມີ ອິນທິຈັກ, ຮອງຫົວຫນ້າກົມແຜນການ ແລະ ການຮ່ວມມືກະຊວງກະສິກໍາ ແລະ ປ່າໄມ້, ໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງຂໍ້ມູນສໍາລັບການວາງແຜນກະສິກໍາທີ່ດີ.

ຕາງໜ້າອົງການ FAO ເຂົ້າຮ່ວມກອງປະຊຸມ, ທ່ານ ຈັນທະລາດ ປອງມາລາ, ຜູ້ຊ່ວຍຜູ້ຕາງໜ້າອົງການອາຫານ ແລະ ການກະເສດໄດ້ກ່າວວ່າ ຄວນມີຂອບເຂດຂອງກອງປະຊຸມ ເພື່ອເພີ່ມທະວີການສົນທະນາ ແລະ ການຮ່ວມມືໃຫ້ສູງສຸດເພື່ອຈັດຕັ້ງປະຕິບັດໂຄງການ.

ຕາງໜ້າລັດຖະບານເຂົ້າຮ່ວມໂດຍ ທ່ານ ພອນສະຫວັນ ໄຊສົມແພງ, ຜູ້ຕາງໜ້າຈາກກົມສະຫວັດດີການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ).

**-**

ຂໍ້ມູນກ່ຽວກັບ SAMIS ແມ່ນມີຢູ່ທີ່ນີ້: http://www.fao.org/in-action/samis

LaCSA ແມ່ນມີຢູ່ທີ່ນີ້: https://www.lacsa.net/

LRMIS ແມ່ນມີຢູ່ທີ່ນີ້: https://lrims-dalam.net/