![{imagealttext} {imagealttext}](/fileadmin/user_upload/samis/imgs/small_1_TV1.png)
26/10/2020
ຈາກນີ້ໄປ, ຊ່ອງຂ່າວໂທລະພາບແຫ່ງຊາດລາວຈະໄດ້ອອກອາກາດກ່ຽວກັບລະບົບ LaCSA ເປັນປະຈຳ ເຊິ່ງມີການອອກອາກາດໃນທຸກໆວັນຈັນ ເວລາ 18.00 ໂມງໂດຍມີພະແນກພະຍາກອນອາກາດເປັນຜູ້ຮັບຜິດຊອບໃນການປະກາດຂ່າວອອກອາກາດ ເຊິ່ງປະກອບມີຂໍ້ມູນການຄະເນອາກາດຕາມລະດູການ ຫລື ຂ່າວປະຈຳອາທິດໂດຍອີງໃສ່ບັນດາຂໍ້ມູນທີ່ມີຢູ່ ມະຕິທີ່ເປັນເອກະພາບກັນໃນການອອກອາກາດຄັ້ງນີ້ກໍ່ຍ້ອນວ່າ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ເປັນຜູ້ຮຽກຮ້ອງໃຫ້ອອກອາກາດ.
ພະນັກງານກົມອຸຕຸເປັນຜູ້ກະກຽມຂ່າວອຸຕຸກະເສດເປັນປະຈຳທຸກວັນໂດຍຜ່ານຫ້ອງສະຕຸດິໂອຂອງກົມອຸຕຸແລ້ວສົ່ງຕໍ່ໃຫ້ສະຖານີໂທພາບແຫ່ງຊາດລາວເປັນຜູ້ອອກຂ່າວຕໍ່ໄປ.
ທຸກໆເຊົ້າວັນຈັນ, ພະແນກພູມອາກາດຈະສົ່ງບົດຂ່າວອຸຕຸກະເສດໄປຍັງພະແນກພະຍາກອນອາກາດ ໂດຍພະແນກພະຍາກອນອາກາດຈະເປັນຜູ້ກະກຽມອອກອາກາດຜ່ານທາງໂທລະພາບຕໍ່ໄປ.
ໂຄງການ SAMIS ຍັງຈະດຳເນີນສືບຕໍ່ຝຶກອົບຮົມສ້າງຄວາມເຂັ້ມແຂງແບບຫລາກຫລາຍໃຫ້ແກ່ ພະແນກພະຍາກອນອາກາດເພື່ອຊ່ວຍພັດທະນາຊ່ອງຂ່າວອຸຕຸກະເສດຢ່າງເປັນປົກກະຕິ.
![{imagealttext} {imagealttext}](/fileadmin/user_upload/samis/imgs/small_1_Field.jpg)
02/10/2020
ຄະນະທີມງານໂຄງການໄດ້ລົງຢ້ຽມຢາມ ໂຮງຮຽນຊາວນາ (FFS) ໂດຍສະເພາະບັນດາເປັນບ້ານທີ່ເປັນສະມາຊິກ ຂອງໂຮງຮຽນຊາວປະກອບມີບ້ານ ປາຕອຍ ແລະ ບ້ານນຳ້ທູ້ງ, ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (DAFO) ໄດ້ປຶກສາຫາລືກັນກ່ຽວກັບກິດຈະກຳ ແລະ ຝຶກອົບຮົມວິທີອ່ານຂ່າວອຸຕຸກະເສດໃຫ້ແກ່ຫົວໜ້າກຸ່ມຊາວກະສິກອນ ໃຫ້ການຝຶກອົບຮົມໂດຍ ທ່ານ ປອງໄຕ ຈະເລີນສຸກເຊິ່ງເປັນຜູ້ປະກາດຂ່າວວິທະຍຸກະຈາຍສຽງແຫ່ງຊາດໂດຍຜ່ານເຄື່ອງກະຈ່າຍສຽງໂທລະໂຄ່ງ, ທີມງານໄດ້ເຮັດວຽກຮ່ວມກັບ ນາຍບ້ານ ແລະ ຫົວໜ້າກຸ່ມຊາວກະສິກອນ ປະຈຳຢູ່ທີ່ ບ້ານ ປຸງ ແລະ ບ້ານ ໃໝ່ ທີ່ພົວພັນກັບການນຳໃຊ້ລະບົບ LaCSA ໃໝ່ ແລະ ຝຶກອົບຮົມໃຫ້ຫົວໜ້າກຸ່ມຊາວກະສິກອນ ໃນການອ່ານຂ່າວສານອຸຕຸກະເສດປະຈຳອາທິດ ໂດຍຜ່ານຜູ້ປະກາດຂ່າວ ຈາກວິທະຍຸກະຈາຍສຽງແຫ່ງຊາດ ທີ່ອອກຂ່າວຈາກເຄື່ອງໂທລະໂຄ່ງ.
ທ່ານ ໂອລົດ...
![{imagealttext} {imagealttext}](/fileadmin/user_upload/samis/imgs/small_1_follow up.jpg)
28/09/2020
ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ.
ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ...
![{imagealttext} {imagealttext}](/fileadmin/user_upload/samis/imgs/small_1_PSC.png)
03/07/2020
ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ.
ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ...
![{imagealttext} {imagealttext}](/fileadmin/user_upload/samis/imgs/small_1_LaCSA introduced.jpg)
05/06/2020
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍຮ່ວມມືກັບ ສູນປ້ອງກັນພືດ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງນອນໃນແຜນ ກິດຈະກຳຂອງ ໂຄງການສ້າງຄວາມເຂັ້ມ ອຸຕຸກະເສດ ແລະ ຂໍ້ມູນຂ່າວສານ (SAMIS) ເພື່ອປັບປຸງການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານໃນ ສປປ ລາວ ໂດຍຜ່ານກິດຈະກຳຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍທືນສະໜັບສະໜູນຈາກ ກອງທືນສິ່ງແວດລ້ອມໂລກ (GEF) ອົງການອາຫານ ແລະ ການກະເສດ. ໂຄງການ ໄດ້ທົດລອງນຳໃຊ້ ລະບົບ ບໍລິການ ພູມອາກາດ...