ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
26/10/2020
ຈາກນີ້ໄປ, ຊ່ອງຂ່າວໂທລະພາບແຫ່ງຊາດລາວຈະໄດ້ອອກອາກາດກ່ຽວກັບລະບົບ LaCSA ເປັນປະຈຳ ເຊິ່ງມີການອອກອາກາດໃນທຸກໆວັນຈັນ ເວລາ 18.00 ໂມງໂດຍມີພະແນກພະຍາກອນອາກາດເປັນຜູ້ຮັບຜິດຊອບໃນການປະກາດຂ່າວອອກອາກາດ ເຊິ່ງປະກອບມີຂໍ້ມູນການຄະເນອາກາດຕາມລະດູການ ຫລື ຂ່າວປະຈຳອາທິດໂດຍອີງໃສ່ບັນດາຂໍ້ມູນທີ່ມີຢູ່  ມະຕິທີ່ເປັນເອກະພາບກັນໃນການອອກອາກາດຄັ້ງນີ້ກໍ່ຍ້ອນວ່າ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ເປັນຜູ້ຮຽກຮ້ອງໃຫ້ອອກອາກາດ. ພະນັກງານກົມອຸຕຸເປັນຜູ້ກະກຽມຂ່າວອຸຕຸກະເສດເປັນປະຈຳທຸກວັນໂດຍຜ່ານຫ້ອງສະຕຸດິໂອຂອງກົມອຸຕຸແລ້ວສົ່ງຕໍ່ໃຫ້ສະຖານີໂທພາບແຫ່ງຊາດລາວເປັນຜູ້ອອກຂ່າວຕໍ່ໄປ.   ທຸກໆເຊົ້າວັນຈັນ, ພະແນກພູມອາກາດຈະສົ່ງບົດຂ່າວອຸຕຸກະເສດໄປຍັງພະແນກພະຍາກອນອາກາດ ໂດຍພະແນກພະຍາກອນອາກາດຈະເປັນຜູ້ກະກຽມອອກອາກາດຜ່ານທາງໂທລະພາບຕໍ່ໄປ.   ໂຄງການ SAMIS ຍັງຈະດຳເນີນສືບຕໍ່ຝຶກອົບຮົມສ້າງຄວາມເຂັ້ມແຂງແບບຫລາກຫລາຍໃຫ້ແກ່ ພະແນກພະຍາກອນອາກາດເພື່ອຊ່ວຍພັດທະນາຊ່ອງຂ່າວອຸຕຸກະເສດຢ່າງເປັນປົກກະຕິ.  
{imagealttext}
02/10/2020
ຄະນະທີມງານໂຄງການໄດ້ລົງຢ້ຽມຢາມ ໂຮງຮຽນຊາວນາ (FFS) ໂດຍສະເພາະບັນດາເປັນບ້ານທີ່ເປັນສະມາຊິກ ຂອງໂຮງຮຽນຊາວປະກອບມີບ້ານ ປາຕອຍ ແລະ ບ້ານນຳ້ທູ້ງ,  ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (DAFO) ໄດ້ປຶກສາຫາລືກັນກ່ຽວກັບກິດຈະກຳ ແລະ ຝຶກອົບຮົມວິທີອ່ານຂ່າວອຸຕຸກະເສດໃຫ້ແກ່ຫົວໜ້າກຸ່ມຊາວກະສິກອນ ໃຫ້ການຝຶກອົບຮົມໂດຍ ທ່ານ ປອງໄຕ ຈະເລີນສຸກເຊິ່ງເປັນຜູ້ປະກາດຂ່າວວິທະຍຸກະຈາຍສຽງແຫ່ງຊາດໂດຍຜ່ານເຄື່ອງກະຈ່າຍສຽງໂທລະໂຄ່ງ, ທີມງານໄດ້ເຮັດວຽກຮ່ວມກັບ ນາຍບ້ານ ແລະ ຫົວໜ້າກຸ່ມຊາວກະສິກອນ ປະຈຳຢູ່ທີ່ ບ້ານ ປຸງ ແລະ ບ້ານ ໃໝ່ ທີ່ພົວພັນກັບການນຳໃຊ້ລະບົບ LaCSA ໃໝ່ ແລະ ຝຶກອົບຮົມໃຫ້ຫົວໜ້າກຸ່ມຊາວກະສິກອນ ໃນການອ່ານຂ່າວສານອຸຕຸກະເສດປະຈຳອາທິດ ໂດຍຜ່ານຜູ້ປະກາດຂ່າວ ຈາກວິທະຍຸກະຈາຍສຽງແຫ່ງຊາດ ທີ່ອອກຂ່າວຈາກເຄື່ອງໂທລະໂຄ່ງ. ທ່ານ ໂອລົດ...
{imagealttext}
28/09/2020
ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ. ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ...
{imagealttext}
03/07/2020

05/06/2020
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍຮ່ວມມືກັບ ສູນປ້ອງກັນພືດ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງນອນໃນແຜນ ກິດ​ຈະ​ກຳຂອງ ໂຄງການສ້າງຄວາມເຂັ້ມ     ອຸ​ຕຸ​ກະ​ເສດ ແລະ ຂໍ້​ມູນຂ່າວສານ (SAMIS) ເພື່ອປັບ​ປຸງການປັບຕົວ  ຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳ​ປະ​ກັນສະ​ບຽງອາຫານໃນ ສ​ປ​ປ ລາວ ໂດຍຜ່ານກິດຈະ​ກຳຂອງ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ຂອງ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ໂດຍ​ທືນ​ສະ​ໜັບ​ສະ​ໜູນ​ຈາກ ກອງ​ທືນ​ສິ່ງ​ແວດ​ລ້ອມ​ໂລກ (GEF)    ອົງການອາຫານ ແລະ ການກະເສດ. ໂຄງການ ໄດ້ທົດລອງນຳໃຊ້ ລະບົບ ບໍລິການ ພູມອາກາດ...
1 ... 8 9 10 11 12 ... 19