ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
27/05/2020
ທີມງາມ ຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM)  ປະກອບດ້ວຍຫນ່ວຍງານຕ່າງໆ ອ້ອມຂ້າງຂອງລັດ ທີ່ມາຈາກສູນກາງ   ບັນດາອົງການຈັດຕັ້ງຕ່າງໆ ທີ່ເຮັດວຽກກ່ຽວກັບການປ່ຽນແປງດິນໄຟ້າອາກາດ ໂດຍຜ່ານໂຄງການຕ່າງໆ ເປັນຕົ້ນວ່າ ອົງການ FAO GEF (ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ ແລະ ອົງການກອງທຶນໂລກເພື່ອພັດທະນາສິ່ງແວດລ້ອມ) ກໍ່ຄື “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການຕິດຕາມຂໍ້ມູນຂ່າວສານ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ”. ບັນດາພະນັກງານຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ໄດ້ເຕົ້າໂຮມກັນມື້ນີ້ເພື່ອ ຖອດຖອນບົດຮຽນກ່ຽວກັບສະຖານະພາບຂອງກິດຈະກຳ ທີ່ເຊື່ອມໂຍງກັບການສຶກສາຄົ້ນຄວ້າການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກຳໃນ ສປປ ລາວ.  ພາຍໄຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ນິວົງ...
{imagealttext}
21/05/2020
ການຝຶກອົບຮົມແມ່ນໄດ້ເອົາໃຈໃສ່ຕໍ່ກັບສະພາບຂອງໂຄວິດ COVID ເຖິງແມ່ນວ່າໃນຊ່ວງເວລາຂອງການກັກຕົວ, ພະນັກງານລັດຖະບານຂອງລາວທີ່ເຮັດວຽກພາຍໃຕ້ໂຄງການຂອງອົງການອາຫານ ແລະ ການກະເສດ (FAO) “ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS)” ໄດ້ສືບຕໍ່ການກາ້ວໄປສູ່ການເປັນຜູ້ທີ່ມີຄວາມຊໍານານ ໃນຂົງເຂດພູມອາກາດ-ກະເສດ ແລະ ອຸຕຸ-ກະເສດ. ພະນັກງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ໄດ້ຈັດການຝຶກອົບຮົມໃຫ້ພະນັກງານສະຖານີ ເພື່ອສອນພວກເຂົາກ່ຽວກັບລະບົບ LaCSA. ລະບົບທົດລອງ LaCSA ສາມາດໃຊ້ໄດ້ທີ່: http://147.46.250.219:8081/ ດ້ວຍອິນເຕີເຟດຜູ້ໃຊ້ແບບໃໝ່ ທີ່ສາມາດເບິ່ງເຫັນໄດ້ໃນໂທລະສັບທັນສະໄຫມໄດ້ງ່າຍ. ການຝຶກອົບຮົມທີ່ຈັດຂື້ນໃນມື້ນີ້ ໄດ້ມີການເຂົ້າຮ່ວມຂອງພະນັກງານກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຈາກ 4 ແຂວງ, ເພື່ອປະຕິບັດຕາມກົດລະບຽບທີ່ຫ່າງໄກ ແລະ ຫລີກລ້ຽງການປະຊຸມໃຫຍ່. ການຝຶກອົບຮົມປະກອບມີແຂວງອັດຕະປື, ເຊກອງ, ສະຫວັນນະເຂດ ແລະ...
{imagealttext}
07/05/2020
ອຸນຫະພູມຄວາມຮ້ອນສູງເກີນຄວນ ຈະເປັນບັນຫາລະດັບຊາດ ໃນການປູກເຂົ້າ ໃນຂອບເຂດທົ່ວປະເທດລາວ, ອາດຈະມີການສູນເສຍຜົນຜະລິດ ເປັນເພາະວ່າມາຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ. ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າ ຈະຕົກ ໃນປະລິມານປານກາງ. ການເອົາໃຈໃສ່ໃນການບໍລິຫານຈັດການນ້ຳ ໃຫ້ພຽງພໍ ກັບພື້ນທີ່ປູກຝັງ ແມ່ນມີຄວາມສຳຄັນຫລາຍ ເພື່ອຫລີກລ້ຽງບັນຫາການຂາດແຄນນ້ຳ ໃນພາວະ ອຸນຫະພູມຄວາມຮ້ອນສູງຂື້ນ ເຊິ່ງສັງເກດເຫັນໄດ້ ຈາກຄວາມສ່ຽງຈາກແມງໄມ້ເພິ່ມທະວີຄູນຂື້ນຢ່າງຕໍ່ເນື່ອງ.   ການເລີ່ມຕົ້ນ ແລະ ສິ້ນສຸດ ຂອງລະດູຝົນ  ແຕກຕ່າງກັນໄປຕາມແຕ່ລະແຂວງ   ໄພແຫ້ງແລ້ງທີ່ມີຄວາມສ່ຽງ,​ ແຂວງ ບໍ່ແກ້ວ ແລະ ໄຊຍະບູລີ ແຂວງບໍ່ແກ້ວ ແລະ ໄຊຍະບູລີຄາດວ່າຈະປະສົບກັບສະພາວະໄພແຫ້ງແລ້ງເຊິ່ງຈະປະກົດຂື້ນໃນລະຫວ່າງເດືອນພຶດສະພາ ເຖິງ ເດືອນກໍລະກົດ, ເນື່ອງຈາກມີອຸນຫະພູມຄວາມຮ້ອນສູງ ແລະ ມີປະລິມານຝົນຕົກນ້ອຍ ໃນສອງແຂວງດັ່ງກ່າວ. ສະພາບຄວາມແຫ້ງແລ້ງທີ່ຄາດວ່າຈະຢູ່ແຂວງບໍ່ແກ້ວ ແລະ ໄຊຍະບູລີ ແມ່ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດເຂົ້ານາປີ ເປັນເພາະຍ້ອນວ່າການຂາດເຂີນນ້ຳ ເຊິ່ງອາດຈະສົ່ງຜົນກະທົບໂດຍກົງຕໍ່ການອອກຫນໍ່, ຈົ່ງຮວງ...
{imagealttext}
08/04/2020
ຊ່ວງໄລຍະເວລາພາວະສຸກເສີນການລະບາດຂອງພະຍາດໂຄວິດ ບັນດາພະນັກງານທີ່ເຮັດວຽກຮ່ວມກັບອົງການອາຫານ ແລະ ການກະເສດ FAO (ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານໃນ ສປປ ລາວ) ແມ່ນໄດ້ສືບຕໍ່ເຮັດວຽກຢູ່ກັບບ້ານເຮືອນຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນໃນຊ່ວງລະດູການຜະລິດທີ່ຈະມາເຖິງນີ້. ຄອມພິວເຕີໂນດບຸກໄດ້ສະໜອງໃຫ້ກັບພະນັກງານແຕ່ລະທ່ານພ້ອມດ້ວຍເຊື່ອມຕໍ່ສັນຍານອິນຕາເນັດເຊິ່ງເຮັດໃຫ້ສາມາດເຮັດວຽກທາງໄກໄດ້. ການປະຊຸມກັນພາຍໃນກະຊວງໄດ້ຈັດຂື້ນເປັນປະຈຳໂດຍນຳໃຊ້ໂປແກຣມ Skype, Zoom ຫລື Facebook.  ການຕິດຕໍ່ສື່ສານພາຍໃນທີມງານດຽວກັນແມ່ນໄດ້ນຳໃຊ້ ກຸ່ມ WhatsApp. ສິ່ງສຳຄັນ ຄືການເຝິກອົບຮົມກ່ຽວກັບພາບຈຳລອງຂັ້ນສູງທີ່ຈັດຂື້ນໂດຍທີ່ປຶກສາສາກົນກໍ່ໄດ້ໃຊ້ຮູບແບບໂປແກຣມ Zoom ຫລື Skype. ນີ້ແມ່ນເປັນປັດໃຈສຳຄັນທີ່ຈະຕ້ອງໄດ້ດຳເນີນຕໍ່ໄປອັນຍາວນານໃຫ້ກັບພະນັກງານລັດເພື່ອຊ່ວຍໃຫ້ກາຍເປັນຜູ້ມີຄວາມຊ່ຽວຊານຂັ້ນສູງດ້ານ ອຸຕຸກະເສດ ແລະ ອຸຕຸນິຍົມ  ຕໍ່ໄປ.   ພະນັກງານອຸຕຸນິຍົມ ແລະ ອຸທົກກະສາດແມ່ນໄດ້ຮັບການແນະນຳໃນການສານຕໍ່ສ້າງຂໍ້ມູນພູມອາກາດປະຈຳອາທິດ ຂໍ້ມູນ (LaCSA)  ພ້ອມນີ້ຍັງໄດ້ອັບເດດລົງໃນເວບໄຊພະຍາກອນອາກາດລະດູການປະຈຳຫົກເດືອນຕໍ່ຫນ້າ.      ຫນ້າເຟສບຸກຂອງແຂວງ https://www.facebook.com/samisdmh, ຂໍ້ມູນເລົ່ານີ້ແມ່ນມີຄວາມສຳຄັນຫລາຍ ສຳລັບການວາງແຜນຜະລິດເຂົ້ານາປີ ຂອງກະຊວງກະສິກຳ ແລະ ປ່າໄມ້. ພ້ອມດຽວກັນນີ້້ ການປະກາດຂ່າວພະຍາກອນອາກາດ...
{imagealttext}
11/03/2020
The SAMIS project and the World Food Programme are collaborating to distribute the LaCSA bulletins in innovative way to Schools. In this pilot, the data is presented in the comprehensible format of bulletin boards that were placed at target schools....
1 ... 9 10 11 12 13 ... 19