ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
17/05/2019
ໃນວັນທີ 16 ເດືອນພຶດສະພາປີ 2019, ການລາຍງານຄາດຄະເນລະດູການໄດ້ຖືກສົ່ງໄປຍັງຫ້ອງການຂັ້ນແຂວງຂອງກະຊວງກະສິກໍາ ແລະ ປ່າໄມ້; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ.    ໃນບົດແຈ້ງຂ່າວໄດ້ລາຍງານກ່ຽວກັບສະພາບຄາດຄະເນລະດູການ ໃນ 6 ເດືອນຕໍ່ໝ້າ ຂອງລະດູການປູກຝັງປີ 2019. ເນື້ອໃນຂອງບົດຂ່າວປະກອບດ້ວຍ ແຜນທີ່ສະແດງເຖິງຄວາມເປັນໄປໄດ້ຂອງ ອຸນຫະພູມພື້ມຂື້ນຫຼື ຫຼຸດລົງ ກ່ວາເກນປົກກະຕິ ແລະ ສະພາບນ້ຳຝົນວ່າຈະແຫ້ງແລ້ງ ຫຼື ຫຼາຍກ່ວາເກນປົກກະຕິ. ເຊັ່ນດຽວກັນ ຄຳແນະນຳທີ່ກ່ຽວຂ້ອງກັບຊາວນາ ພົວພັນກັບສະພາບຄາດຄະເນ ກໍ່ໄດ້ຖືກບັນຈຸໃນບົດຂ່າວນີ້ ເຊິ່ງລວມທັງຜົນກະທົບຂອງການພະຍາກອນ ຕໍ່ກັບການປູກເຂົ້າ. ໃນຕອນທ້າຍຂອງບົດຂ່າວໄດ້ສະແດງຮູບກຣາບສະຖິຕິ ສະແດງໃຫ້ເຫັນຄ່າປົກກະຕິພູມອາກາດ ນ້ຳຝົນ ແລະ...
{imagealttext}
07/05/2019
ການຝຶກອົບຮົມການສ້າງແບບຈຳລອງສະພາບພູມອາກາດຂັ້ນສູງລະຫວ່າງປະເທດ ຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ)   ນີ້ແມ່ນຄັ້ງທຳອິດ ຂອງພະແນກພູມອາກາດ ແລະ ອຸຕຸກະເສດ, ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ)  ທີ່ໄດ້ຈັດການຝຶກອົບຮົມຂັ້ນສູງລະຫວ່າງປະເທດ, ຊື່ງຜູ້ເຂົ້າຮ່ວມແມ່ນມາຈາກໜ່ວຍງານ ອຸຕິນິຍົມຂອງປະເທດ ຫວຽດນາມ, ມຽນມ້າ ແລະ ກຳປູເຈຍ.   ການຝຶກອົບຮົມດັ່ງກ່າວແມ່ນຖືກຈັດຂື້ນໂດຍຜ່ານການຮ່ວມມືລະຫວ່າງ 2 ໂຄງການສາກົນ, ຊື່ງຈະສາມາດປັບປຸງ ຄວາມອາດສາມາດກ່ຽວກັບການຄາດຄະເນສະພາບພູມອາກາດ, ການນຳສະເໜີວິໄສທັດ ແລະ ສ້າງຄວາມ ອາດສາມາດໃຫ້ແກ່ພະນັກງານຂອງ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ) ຂອງ ສປປ ລາວ ແລະ...
{imagealttext}
07/05/2019
ກອງປະຊຸມປຶກສາຫາລືກ່ຽວກັບລົມມໍລະສຸມລະດູຝົນປະຈຳປີ 2019 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 7  ພຶດສະພາ 2019 ຊື່ງຈັດໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ). ພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມມືກັນປະກອບສ່ວນຢ່າງຫ້າວຫັນໂດຍຜ່ານການເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ບັນດາຜູ້ແທນກອງປະຊຸມແມ່ນມາຈາກໜ່ວຍງານລັດຫລາຍພາກສ່ວນໃນຂັ້ນສູນກາງ ແລະ ອົງການຈັດຕັ້ງສາກົນເຊັ່ນ: ກົມປູກຝັງ, ກົມຊົນລະປະທານ, ກົມໂຍທາທາງນ້ຳ, ກົມຊັບພະຍາກອນນ້ຳ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກອງຄຸ້ມຄອງການຈາລະຈອນທາງອາກາດ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍ  ໃນການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນ ສະບຽງອາຫານ ຢູ່ ສປປ ລາວ (SAMIS )...
{imagealttext}
08/04/2019
ການຝຶກອົບຮົມເພື່ອເປັນຄູຝຶກ (ToT) ສຳລັບພະນັກງານຂອງໂຮງຮຽນຊາວນາ (FFS) ຜູ້ທີ່ຈະຮັບຜິດຊອບລະບົບອຸຕຸກະເສດ ທີ່ເອີ້ນວ່າ ແລັກຊາ (ການບໍລິການທາງດ້ານພູມອາກາດສຳລັບກະສິກຳຂອງລາວ). ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 8 ຫາ 12 ເມສາ 2019 ຢູ່ຫ້ອງປະຊຸມຂອງກົມຄຸ້ມຄອງທີ່ດິນກະສິກຳ, ນະຄອນຫລວງວຽງຈັນ. ຈຸດປະສົງຂອງການຝຶກອົບຮົມແມ່ນມີດັ່ງນີ້: ເພື່ອພັດທະນາຄວາມຮູ້ ແລະ ທັກສະກ່ຽວກັບວິທີການ FFS Save&Grow ເພື່ອຝຶກອົບຮົມໃຫ້ແກ່ຊ່ຽວຊານທີ່ມາຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນ ແລະ ສີ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງໂຮງຮຽນຊາວນາ ທີ່ໄດ້ນຳໃຊ້ຂໍ້ມູນການພະຍາກອນອາກາດ ແລະ ການແຈ້ງເຕືອນກ່ຽວກັບອຸຕຸກະເສດ ເພື່ອຮຽນຮູ້ກ່ຽວກັບບົດຮຽນທີ່ຄ້າຍກັນຈາກປະເທດອື່ນໆ ກ່ຽວກັບການນຳໃຊ້ຂໍ້ມູນອຸຕຸກະເສດ ແລະ ຄຳປຶກສາກ່ຽວກັບກະເສດ ໃນໂຮງຮຽນຊາວນາ   ການຝຶກອົບຮົມຄັ້ງນີ້ແມ່ນໃຫ້ກຽດກ່າວເປີດພິທີໂດຍປະທານຮ່ວມ ທ່ານ. ອະໂນລົດ ຈັນທະວົງສາ, ຮອງຫົວໜ້າກົມຄຸ້ມຄອງທີ່ດິນກະສິກຳ ແລະ...
{imagealttext}
01/03/2019
ວັນສຸກ ວັນທີ 1 ມີນາ 2019, ກອງປະຊຸມສຳມະນາດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທາລາດ ໂດຍ ກົມອຸຕິນິຍົມ ແລະ ອຸທົກກະສາດ (ກອຕທ), ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ (ກຊສ) ຊື່ງມີຜູ້ເຂົ້າຮ່ວມປະມານ 50 ທ່ານ ທີ່ມາຈາກ ພະແນກ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຂະແໜງຊັບພະຍາກອນນ້ຳ, ຂະແໜງອຸຕຸນິຍົມໃນລະດັບແຂວງ ແລະ ເມືອງ ຂອງ ເມືອງຄົງ ແລະ ປາກເຊ ແຂວງຈຳປາສັກ, ເມືອງ ລອງງາມ ແຂວງສາລະວັນ, ເມືອງຈອມພອນ ແຂວງ ສະຫວັນນະເຂດ, ເມືອງອານຸວົງ...
1 ... 13 14 15 16 17 ... 19