ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
30/11/1999
ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ. ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ...
1 ... 15 16 17 18 19 »