ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ)
{imagealttext}
08/12/2020
Lao PDR is signatory of the Paris Agreement since the April 2016. Prior to that, the country submitted the list of Intended Nationally Determined Contribution (NDC). The NDC list has been recently revised and approved by the Department of Climate...
{imagealttext}
08/12/2020
ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນ ໂດຍມີບັນດາຜູ້ຊ່ຽວຊານພາຍໃນເຂົ້າຮ່ວມແບບມີສ່ວນຮ່ວມ ເພື່ອຮັບຮູ້ ກ່ຽວກັບວິທີການໃໝ່ໆ. ການຝຶກອົບຮົມຊຸດທຳອິດ ເຊິ່ງສະຖານບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ມີແຜນຈະຈັດຝຶກອົບຮົມຂຶ້ນໃນທົ່ວປະເທດ, ການຝຶກອົບຮົມຊຸດນີ້ແມ່ນນອນໃນແຜນງານໜຶ່ງຂອງ ລະບົບລາວບໍລິການຂໍ້ມູນອຸຕຸກະເສດ (LaCSA). ໃນການຝຶກອົບຮົມແບບມີສ່ວນຮ່ວມຄັ້ງນີ້ ແມ່ນມາຈາກບັນດາແຂວງຕ່າງໆເຊັ່ນ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ. ໃນເບື້ອງຕົ້ນ, ທີມງານແມ່ນຈະໄດ້ສືກສາຄົ້ນຄວ້າ ຈາກຂໍ້ມູນຂ່າວສານອຸຕຸກະເສດ ແລະ LaCSA. ຕໍ່ມາ, ພະນັກງານວິຊາການປະຈຳຢູ່ທ້ອງຖິ່ນຈະໄດ້ສືກສາ ນຳຂໍ້ມູນຂ່າວສານອຸຕຸກະເສດ, ເພື່ອແນະນຳຂໍ້ມູນຂ່າວສານໃນຂົງເຂດວຽກງານການປູກພືດກະສິກຳ ແລະ ການສ້າງແບບຈຳລອງ ສັດຕູພືດ ແລະ ພະຍາດພືດຕ່າງໆເອົາເຂົ້າໃສ່ໃນລະບົບຂໍ້ມູນຂ່າວສານອຸຕຸກະເສດ. ພ້ອມດຽວກັນນັ້ນ, ພະນັກງານປະຈຳຢູ່ສະຖານີວັດແທກອາກາດ ກໍ່ໄດ້ຮັບການຝືກອົບຮົມ ໃນການເກັບກຳຂໍ້ມູນການປູກຝັງເພີ່ມເຕີມ ເພື່ອນຳໃຊ້ເຂົ້າໃນການສ້າງແບບຈຳລອງໃນລະບົບ LaCSA. ສຸດທ້າຍ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ນຳສະເໜີ...
{imagealttext}
05/12/2020
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALAM) ໄດ້ຈັດງານເນື່ອງໃນວັນດິນໂລກ ກົງກັບວັນທີ 5 ທັນວາ 2020 ເທສະການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO). ຜົນງານ ທີ່ເປັນຮູບປະທຳຂອງໂຄງການ SAMIS ໄດ້ຮັບການຈັດວາງສະແດງໄວ້ຫລາຍໆບູດ ໃນນັ້ນຍັງມີບູດວາງສະແດງຂອງອົງການຈັດຕັ້ງຕ່າງໆ ເຊັ່ນ ອົງການ FAO, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຈຸດປະສົງເພື່ອນຳສະເໜີ ລະບົບ LaCSA ອອກສູ່ສັງຄົມ.   ທ່ານຮອງລັດຖະມົນຕີ, ບຸນຂວາງ ຄຳບຸນເຮືອວ ກໍ່ໄດ້ໃຫ້ກຽດລົງຢ້ຽມຢາມງານວາງສະແດງດັ່ງກ່າວ ເຊິ່ງທ່ານຮຽນຮູ້ກ່ຽວກັບການແບ່ງເຂດນິເວດກະສິກຳ, ແບບຈຳລອງດິນຟ້າອາກາດໃນອະນາຄົດ, ແລະ ແຜນທີ່ປົກຫຸ້ມທີ່ດິນກະສິກຳ.
{imagealttext}
30/11/2020
ການສະໜອງຂໍ້ມູນ ແລະ ຫຼັກຖານ ໃນຂະແໜງກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ ແມ່ນໄດ້ເພີ່ມຂຶ້ນ. ໃນຈຸດນີ້, ຂັ້ນຕອນຕໍ່ໄປແມ່ນ ຂັ້ນຕອນການເຊື່ອມໂຍງ ການນຳໃຊ້ບັນດາຂໍ້ມູນຕ່າງໆ ແລະ ຫຼັກຖານ ທີ່ມີຢູ່ ປະກອບເຂົ້າໃສ່ໃນການວາງແຜນ ແລະ ການວາງນະໂຍບາຍ. ໃນເຄິ່ງມື້ສຸດທ້າຍຂອງກອງປະຊຸມຝຶກອົບຮົມ ໄດ້ເຕົ້າໂຮມບັນດາພາກສ່ວນທີ່ກ່ຽວຂ້ອງຫຼັກໆ ເພື່ອສະໜອງຂໍ້ມູນແບບຕໍ່ເນື່ອງ ໂດຍຮ່ວມກັນປຶກສາຫາລືທາງດ້ານນະໂຍບາຍ, ນຳສະເໜີ ແລະ ສົນທະນາ ຄົ້ນຄວ້າຂະບວນການອື່ນໆ ຂອງໂຄງການ D4P. ກອງປະຊຸມຝຶກອົບຮົມ ໄດ້ສຶກສາຄົ້ນຄວ້າ ກ່ຽວກັບຂໍ້ມູນ ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ທີ່ສະໜັບສະໜູນ ໃນການລິເລີ່ມສົ່ງເສີມ ການສ້າງນະໂຍບາຍນີ້ ທີ່ອີງໃສ່ຫຼັກຖານຕ່າງໆທີ່ມີ...
{imagealttext}
20/11/2020
ໃນປີ 2020, ໂຄງການທົດລອງ ປະກອບມີສະມາຊິກ ຈຳນວນ 2,200 ຊຸມຊົນ, ຢູ່ເມືອງເລົາງາມ ແຂວງສາລະວັນ. ໂຄງການທົດລອງນິ້, ມີ ຄູອາຈານຈຳນວນ 20 ທ່ານ ລວມທັງ ພະນັກງານລັດຖະກອນ ແລະ ນັກຮຽນ ຈຳນວນ 400 ຄົນ ທີ່ມາຈາກບັນດາ 5 ໂຮງຮຽນເປົ້າໝາຍ ທີ່ໄດ້ນຳໃຊ້ ລະບົບ LaCSA ໂດຍຜ່ານແຜ່ນປ້າຍໂຄສະນາປະຊາສຳພັນ. ໃນເດືອນພະຈິກ ປີ 2020 ໂຄງການ SAMIS ສົມທົບກັບ ອົງການ WFP ໄດ້ລົງຢ້ຽມຢາມບັນດາໂຮງຮຽນເປົ້າໝາຍເພື່ອປະເມີນ ຜົນໄດ້ຮັບຂອງໂຄງການການທົດລອງ. ໂດຍການນຳໃຊ້ແບບສອບຖາມ ເຊິ່ງໄດ້ພັດທະນາໂດຍອົງການ CIAT ໂດຍໄດ້ແບ່ງອອກເປັນສາມໝວດຄື: - ການທົດສອບ ແຜນວາດຂໍ້ມູນ ຈາກຄູອາຈານ...
1 ... 7 8 9 10 11 ... 19